Saturday, July 27, 2024
Homeຂ່າວໜ້າໜຶ່ງຈາກການອ່ານຈາຣຶກອັກສອນທັມ ໃນສີລາຈາຣຶກ ທີ່ຂຸດຄົ້ນໄດ້ຈາກແຄມນ້ຳຂອງເຂດດອນເຜິ້ງຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຂອງບັນດາຜູ້ຮູ້ທັງພາຍໃນ ແລະ ປະເທດເພື່ອນບ້ານ ໄດ້ໄຂຂໍ້ຄວາມໃນຈາຣຶກນີ້

ຈາກການອ່ານຈາຣຶກອັກສອນທັມ ໃນສີລາຈາຣຶກ ທີ່ຂຸດຄົ້ນໄດ້ຈາກແຄມນ້ຳຂອງເຂດດອນເຜິ້ງຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຂອງບັນດາຜູ້ຮູ້ທັງພາຍໃນ ແລະ ປະເທດເພື່ອນບ້ານ ໄດ້ໄຂຂໍ້ຄວາມໃນຈາຣຶກນີ້

ຈາກການອ່ານຈາລຶກແຜ່ນດັ່ງກ່າວຂອງບັນດາຜູ້ຮູ້ທັງຫຼາຍ ພວກເຮົາພໍສະຫຼຸບເນື້ອຄວາມໄດ້ວ່າ ຄູບາຫຼວງທັງ 8 ວັດ ຄື :

– ຄູບາຫຼວງວັດສັນທັບຫລາກ

– ວັດສັງກາບຸນ ( ສັງຄາບຸນ )

– ວັດຄຳແທ່ນປາສາດ

– ວັດຕ້ອງພັນລານຂາວສາຍນາຍ

– ວັດບ້ານໄທຍະໂສທິສອນຊັຍ

– ວັດຄຳກາງບ້ານ

– ວັດຄວ້າງຊຸມ

– ວັດໄພຄຳຝົນເດື່ອປາກຊົນ

ພ້ອມດ້ວຍສັດທາທາຍົກທາຍິກາ ແລະ ມະຫາອຸປະລາດໂມ້ຍຫວ່ານນາ ພ້ອມດ້ວຍພຣະຍາຣາຊະເສນາ ( ບັນດາຂຸນນາງ ) ໄດ້ພ້ອມກັນສ້າງພຣະທາຕຸເຈົ້າ ແລ້ວໄວ້ຈຸຍາມ ເຊິ່ງໝາຍເຖິງຂ້າວັດ ບາງທ້ອງຖິ່ນ ເອີ້ນວ່າຂ້າໂອກາດ ຫຼື ກຸລີວັດ ບົວລະບັດອຸປະຖາກວັດວາອາຮາມ ພຣະທາຕຸເຈດີ

ດັ່ງຄວາມວ່າ ” ສັກກະ 1122 ( ພສ 2203 ) ໃນປີກັດເໝົ້າ ( ປີກ່າເໝົ້າ )ເດືອນ 7 ( ເດືອນເມສາ ) ສັດທາພຣະສົງສັງຄະເຈົ້າຊູ່ຕົນ ມີຄູບາຫຼວງວັດສັນທັບຫລາກ ວັດສັງກາບຸນ ( ສັງຄາບຸນ ) ພ້ອມກັບວັດຄຳແທ່ນປາສາດ ວັດຕ້ອງພັນລານຂາວສາຍນາຍ ວັດບ້ານໄທຍະໂສທິສອນຊັຍ ວັດຄຳກາງບ້ານ ວັດຄວ້າງຊຸມ ວັດໄພຄຳຝົນເດື່ອປາກຊົນ ໄດ້ອານັທ ພ້ອມສ້ຽງກັບດ້ວຍກັນທັງພາຍໃນ ພາຍນອກ ສັທທາທາຍະກະ ( ທາຍົກ ) ໃນວຽງ ( ເມືອງ ) ຊຸຄົນ ແລະ ມະຫາອຸປະຣາຊໂມ້ຍຫວ່ານນາຂ້າມອະໂຣເຈົ້າຄາມ ນາທ່ານພະຍາຣາຊເສ ພະລະກຳລັງຊຸຄົນ ໄດ້ອຸບປະພາທະ ( ອຸປະຖາກ ) ສ້າງຍັງ…ເຈຕິຍະທາດເຈົ້າ ທຸ ( ພຣະ )ຕົນບົນວັດປ່າ 3 ຕົນ ຊື່ວ່າ ທິພມະລະ ວັດຄຳສັກຄັບປາ…ໄວ້ຈຸຍາມແກ່ສັພພັນຍູ 62 ອະຣະຫັນຕານັງ 24 ໂມຄຄັລລານະ…” .

ໝາຍເຫຕຸ: ເນື້ອຄວາມໃນຈາຣຶກດັ່ງກ່າວ ເປັນພຽງທັດສະນະໜຶ່ງ ຂອງຜູ້ຮູ້ບາງທ່ານ ເນື່ອງຈາກຕົວອັກສອນ ໃນຈາຣຶກບາງຕອນຂາດຫາຍໄປ ຈຶ່ງເຮັດໃຫ້ເນື້ອຄວາມບໍ່ຄົບຖ້ວນ ຕ້ອງອາໄສການປະຕິດ-ປະຕໍ່ເນື້ອຄວາມຕາມບໍລິບົດຂອງຄຳ ຫຼື ກຸ່ມຄຳ ດັ່ງນັ້ນ ການອ່ານຂອງຜູ້ຮູ້ ແຕ່ລະທ່ານກໍ່ອາດໄດ້ເນື້ອຄວາມທີ່ແຕກຕ່າງກັນ.

ແຜ່ນສີລາຈາຣຶກນີ້ພົບຕັ້ງແຕ່ມື້ພົບຖານພຣະທາຕຸ ຂອງການຂຸດຄົ້ນພຣະພຸທທະຮູບ ທີ່ດອນເຜິ້ງຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

ຂໍຂອບໃຈຂ່າວຈາກ : ທ່ານອຸໄທ ພົມມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments