Saturday, July 27, 2024
Homeຂ່າວພາຍໃນເມືອງປະທຸມພອນ ເປີດປີທ່ອງທ່ຽວລາວ ຕິດພັນກັບງານບຸນນະມັດສະການວັດພູອາສາ

ເມືອງປະທຸມພອນ ເປີດປີທ່ອງທ່ຽວລາວ ຕິດພັນກັບງານບຸນນະມັດສະການວັດພູອາສາ

ເມືອງປະທຸມພອນ ແຂວງຈໍາປາສັກ ໄດ້ຈັດພິທີເປີດປີທ່ອງທ່ຽວລາວ 2024 ຕິດພັນກັບງານບຸນນະມັດສະການ ສະຖານບູຮານວັດພູອາສາ ໃນວັນທີ 20 ພຶດສະພາຜ່ານມາ ທີ່ໂຮງຮຽນປະຖົມບ້ານກຽດໂງ້ງ ເມືອງປະທຸມພອນ ໂດຍການເຂົ້າຮ່ວມຂອງທ່ານ ປະດິດ ວັນນະລັດສະໝີ ປະທານອົງການກວດກາພັກ ຫົວໜ້າອົງການກວດກາລັດແຂວງ, ທ່ານ ວຽງສະໄໝ ສີລິພອນພັນ ເຈົ້າເມືອງໆປະທຸມພອນ, ທ່ານ ທອງຖິ່ນ ພົມພັກດີ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວຽງສະໄໝ ສີລິພອນພັນ ກ່າວວ່າ: ງານບຸນນະມັດສະການສະຖານບູຮານວັດພູອາສາ ຖືກກຳນົດເຂົ້າໃນກິດຈະກຳການທ່ອງທ່ຽວຂອງແຂວງ ຕາມຂໍ້ຕົກລົງຂອງເຈົ້າແຂວງຈໍາປາສັກ ເລກທີ 1086/ຈຂ.ຈສ ແລະ ປະຕິທິນຈັດກິດຈະກຳສົ່ງເສີມການທ່ອງທ່ຽວຂອງແຂວງ ໂດຍກໍານົດຫຼາຍກິດຈະກໍາເຊັ່ນ: ການສົງນໍ້າພະພຸດທະຮູບຢູ່ວັດ ພ້ອມທັງຕັ້ງກອງບຸນ 3 ກອງ, ມີການວາງສະແດງສິນຄ້າໂອດັອບ-ຜົນຜະລິດກະສິກໍາ, ຫັດຖະກຳ ທີ່ເປັນຜະລິດຕະພັນຂອງແຕ່ລະກຸ່ມບ້ານພາຍໃນເມືອງ, ມີການແຂ່ງຂັນບານສົ່ງ, ເປຕັງ, ມີການຄົບງັນຕາມປະເພນີ, ມີພິທີທໍາບຸນໃສ່ບາດຖວາຍທານແດ່ພະສົງ. ເພື່ອດຶງດູດນັກທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວຊົມນັບມື້ຫຼາຍຂຶ້ນ.

ທ່ານໄດ້ຍົກໃຫ້ເຫັນສະພາບຈຸດພິເສດພື້ນຖານທ່າແຮງບົ່ມຊ້ອນຂອງເມືອງ ຊຶ່ງປະຊາຊົນສ່ວນໃຫຍ່ຢຶດຖືອາຊີບທໍາການຜະລິດກະສິກໍາ, ປູກຝັງ-ລ້ຽງສັດ ແລະ ອາຊີບຄ້າຂາຍ-ການບໍລິການເປັນອາຊີບສໍາຮອງ ຕິດພັນມູນເຊື້ອດຸໝັ່ນອອກແຮງງານ ແລະ ມີຫຼາກຫຼາຍຂະນົບທໍານຽມ-ຮີດຄອງປະເພນີ, ວັດທະນະທໍາອັນດີງາມ, ມີສະຖານບູຮານດ້ານປະຫວັດສາດປະດັບເອ້ໄວ້ສັກກາລະບູຊາ ແລະ ມໍລະດົກດ້ານທໍາມະຊາດສ້າງຂຶ້ນ ເປັນຕົ້ນຜາສາດຫີນພູອາສາ ເປັນມໍລະດົກຂອງທ້ອງຖິ່ນອະລິຍະທຳອັນເກົ່າແກ່. ພ້ອມທັງຍົກໃຫ້ເຫັນຮ່ອງຮອຍປະຫວັດສາດທີ່ມະນຸດສ້າງຂຶ້ນ ແລະ ທຳມະຊາດສ້າງຂຶ້ນເອງເຊັ່ນ: ຕາດ, ແກ້ງ, ຖໍ້າທີ່ມີຊື່ສຽງຫຼາຍແຫ່ງ, ຊົມທຳມະຊາດເທິງພູອາສາ, ວາດສາຍຕາເບິ່ງບຶງກຽດໂງ້ງ, ທ່ຽວຊົມທຳມະຊາດປ່າສະຫງວນແຫ່ງຊາດເຊປຽນ, ຂີ່ເຮືອຊົມນົກຕາມທຳມະຊາດໃນເຂດບຶງກຽດໂງ້ງ ແລະ ວິຖີຊີວິດການທຳມາຫາກິນ ທີ່ເປັນເອກະລັກຂອງປະຊາຊົນເຂດດັ່ງກ່າວ. ດັ່ງຄໍາຂວັນ “ປະທຸມພອນດິນແດນຊ້າງເຜືອກວິລະຊົນ ດິນຖ່ານຕົມປະສົມຝຸ່ນຊີວະພາບ ຜາສາດຫີນອຸມຸງ ເນີນສູງພູອາສາ ປ່າສະຫງວນກວ້າງຍາວ ເຂົ້າຂາວປາຄໍ່ໃຫຍ່ບຶງກຽດໂງ້ງ”.

ທ່ານ ປະດິດ ວັນນະລັດສະໝີ ກ່າວວ່າ: ວຽກງານທ່ອງທ່ຽວເປັນການເປີດກວ້າງຕະຫຼາດໃຫ້ມີຄວາມອຸດົມ ສົມບູນ, ສ້າງລາຍຮັບໃຫ້ປະເທດຢ່າງມະຫາສານ ດ້ວຍການໃຫ້ບໍລິການ, ສ້າງວຽກເຮັດງານທໍາໃຫ້ສັງຄົມ, ເປັນການກະຈາຍລາຍໄດ້ໃນຕົວເມືອງ ແລະ ຊົນນະບົດ, ກະຈາຍການພັດທະນາ, ຮັກສາສະພາບແວດລ້ອມ, ທິວທັດທຳມະຊາດ, ອະນຸລັກວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງທ້ອງຖິ່ນ. ຍ້ອນແນວນັ້ນ, ການເປີດປີທ່ອງທ່ຽວລາວ 2024 ທີ່ເມືອງປະທຸມພອນ ຕິດພັນກັບງານບຸນນະມັດສະການສະຖານບູຮານວັດພູອາສາປະຈໍາປີ 2024 ນີ້ຈຶ່ງມີຄວາມໝາຍສໍາຄັນ ເພື່ອຊຸກຍູ້ການຜະລິດເປັນສິນຄ້າ ຕິດພັນກັບການບໍລິການໃຫ້ເປັນຂະບວນການກວ້າງຂວາງໃນທົ່ວສັງຄົມ ທັງເປັນການໂຄສະນາຂໍ້ມູນ, ຂ່າວສານດ້ານການທ່ອງທ່ຽວປະຫວັດສາດ, ວັດທະນະທໍາ ແລະ ທຳມະຊາດ, ສ້າງເມືອງປະທຸມພອນໃຫ້ກາຍເປັນແຫຼ່ງທ່ອງທ່ຽວໃໝ່ ແລະ ຢູ່ໃນເຄືອຂ່າຍການພັດທະນາເພື່ອການທ່ອງທ່ຽວໃນເຂດພາກໃຕ້ ແລະ ອະນຸພາກພື້ນ, ສົ່ງເສີມ ແລະ ອະນຸລັກສິລະປະ, ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງທ້ອງ ຖິ່ນ ແລະ ສ້າງຄວາມຮັບຮູ້ຈຸດພິເສດທ່າແຮງຂອງເມືອງໃນດ້ານການທ່ອງທ່ຽວ; ຊຸກຍູ້ການບໍລິການທ່ອງທ່ຽວ, ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ, ສ້າງປະຖົມປັດໄຈໃຫ້ການພັດທະນາ ເສດຖະກິດ-ສັງຄົມ ຂອງເມືອງຕິດພັນກັບທ່າແຮງຂອງທ້ອງຖິ່ນ ກໍຄືຂອງຍຸກສະໄໝ.

ຂ່າວ-ພາບ: ທູນທອງໃຈ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments