Thursday, October 24, 2024
Homeຂ່າວພາຍໃນVietjet ກ້າວໄປອີກຂັ້ນ ໃນຖານະສາຍການບິນທຳອິດ ທີ່ໃຫ້ບໍລິການຖ້ຽວບິນກົງລະຫວ່າງ ຮ່າໂນ້ຍ ແລະ Hiroshima.

Vietjet ກ້າວໄປອີກຂັ້ນ ໃນຖານະສາຍການບິນທຳອິດ ທີ່ໃຫ້ບໍລິການຖ້ຽວບິນກົງລະຫວ່າງ ຮ່າໂນ້ຍ ແລະ Hiroshima.

ຜູ້ໂດຍສານທີ່ບິນກັບ Vietjet ສາມາດເພີດເພີນໄປກັບອາຫານຫວຽດນາມທີ່ເປັນເອກະລັກສະເພາະໃນຖ້ຽວບິນ, ເປັນຕົ້ນແມ່ນ Pho, Banh mi, ກາເຟ ແລະ ອື່ນໆ ບໍລິການໂດຍພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ ໃນເຮືອບິນທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ ພ້ອມປະກັນໄພ Sky Care ຟຣີໃນການເດີນທາງ.

  • ມອບທາງເລືອກໃຫ້ນັກທ່ອງທ່ຽວລາວທີ່ຈະໄປຢ້ຽມຢາມສະຖານທີ່ ທີ່ມີຊື່ສຽງຂອງຍີ່ປຸ່ນຜ່ານຮ່າໂນ້ຍ
    (ນະຄອນຫຼວງວຽງຈັນ, ວັນທີ 22 ພຶດສະພາ 2024) – Vietjet ມີຄວາມຍິນດີທີ່ຈະເປີດເສັ້ນທາງບິນກົງເຊື່ອມຕໍ່ຮ່າໂນ້ຍ, ນະຄອນຫຼວງຂອງຫວຽດນາມ ກັບນະຄອນ Hiroshima ຂອງຍີ່ປຸ່ນ. ຖ້ຽວບິນໃໝ່ນີ້ແມ່ນເສັ້ນທາງສາຍການບິນທີ 8 ຂອງສອງປະເທດ ແລະ ເປັນສາຍການບິນກົງສາຍດຽວລະຫວ່າງ Hiroshima ແລະ ຮ່າໂນ້ຍ, ຫຼຸດຜ່ອນເວລາເດີນທາງລົງ ແລະ ມອບປະສົບການໃນການເດີນທາງລະຫວ່າງສອງປະເທດ.
    ກົງສຸນໃຫຍ່ຫວຽດນາມ ປະຈໍາ Fukuoka ທ່ານ Vu Chi Mai; ເຈົ້າແຂວງ ແຂວງ Hiroshima ທ່ານ Yuzaki Hidehiko; ຜູ້ຕາງໜ້າກະຊວງທີ່ດິນ, ພື້ນຖານໂຄງລ່າງ, ການຂົນສົ່ງ ແລະ ການທ່ອງທ່ຽວຂອງ Hiroshima; ຜູ້ນຳສະໜາມບິນສາກົນ Hiroshima ແລະ Vietjet; ພ້ອມກັບຊາວເມືອງ ແລະ ນັກທ່ອງທ່ຽວໄດ້ເຂົ້າຮ່ວມພິທີເປີດສາຍການບິນ Vietjet. ຜູ້ໂດຍສານໃນຖ້ຽວບິນທຳອິດຍັງໄດ້ຮັບຂອງທີ່ລະນຶກທີ່ໜ້າຮັກຈາກສະໜາມບິນ Vietjet ແລະ Hiroshima ນໍາອີກດ້ວຍ.
    ປັດຈຸບັນ Vietjet ມີ 116 ຖ້ຽວບິນຕໍ່ອາທິດລະຫວ່າງບັນດາເມືອງໃຫຍ່ໆຂອງຫວຽດນາມ ແລະ ສະຖານທີ່ ທີ່ມີຊື່ສຽງຂອງຍີ່ປຸ່ນເຊັ່ນ: Tokyo, Osaka, Fukuoka, Nagoya ແລະ ປັດຈຸບັນແມ່ນ Hiroshima. ສາຍການບິນໃຫ້ສັນຍາຈະສືບຕໍ່ເສີມຂະຫຍາຍການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ, ທາງເລືອກໃນການເດີນທາງທີ່ສະດວກ, ຄຸ້ມຄ່າ ແລະ ປະຢັດເວລາໃຫ້ແກ່ນັກທ່ອງທ່ຽວຂອງທັງສອງປະເທດ ແລະ ໃນທົ່ວພາກພື້ນ.
    ເສັ້ນທາງ ຮ່າໂນ້ຍ – Hiroshina ມີຖ້ຽວບິນໄປ-ກັບ ອາທິດ 2 ຄັ້ງໃນວັນພະຫັດ ແລະ ວັນອາທິດ ໃຊ້ເວລາປະມານ 4 ຊົ່ວໂມງ 30 ນາທີຕໍ່ຖ້ຽວ.
    ຖືເປັນໂອກາດທີ່ດີ ສໍາລັບນັກທ່ອງທ່ຽວລາວ, ການເດີນທາງຈະບໍ່ເປັນບັນຫາອີກຕໍ່ໄປນັບຕັ້ງແຕ່ມີຖ້ຽວບິນ ນະຄອນຫຼວງວຽງຈັນກັບນະຄອນໂຮ່ຈີມິນ 4 ຖ້ຽວບິນຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດໂດຍໃຊ້ເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີ. ມອບທາງເລືອກໃຫ້ນັກທ່ອງທ່ຽວຈາກລາວຜ່ານເສັ້ນທາງຂອງ Vietjet.
    ເພື່ອສະເຫຼີມສະຫຼອງຖ້ຽວບິນໃໝ່, Vietjet ມອບປີ້ຍົນລາຄາປະຢັດງົບເລີ່ມຕົ້ນພຽງແຕ່ 0 ໂດລາ/ຖ້ຽວ (ບໍ່ລວມພາສີ ແລະ ຄ່າທຳນຽມ) ຢູ່ທີ່ www.vietjetair.com ແລະ ແອັບມືຖື Vietjet Air, ນຳໃຊ້ກັບເສັ້ນທາງໃໝ່ ແລະ ຖ້ຽວບິນສາກົນອື່ນໆຂອງ Vietjet. ປີ້ໂປຣໂມຊັນມີໃຫ້ຈັບຈອງທຸກໆວັນສຸກ, ເວລາເດີນທາງຮອດວັນທີ 31 ທັນວາ 2024 (ບໍ່ລວມມື້ພັກ ແລະ ລະດູການທ່ອງທ່ຽວ).
    ຮ່າໂນ້ຍ ແມ່ນໝາກຫົວໃຈຂອງຫວຽດນາມ, ສູນລວມວັດທະນະທຳ, ເສດຖະກິດ, ການເມືອງທີ່ມີເອກະລັກສະເພາະຂອງຫວຽດນາມ. ຍັງເປັນແຫຼ່ງລວມວັດທະນະທຳການເຮັດອາຫານອັນໜ້າເຫຼືອເຊື່ອ. ຈາກຮ່າໂນ້ຍ, ນັກທ່ອງທ່ຽວສາມາດໄປສະຖານທີ່ທ່ອງທ່ຽວອື່ນໆຂອງຫວຽດນາມ ແລະ ພາກພື້ນອາຊີໄດ້ຢ່າງງ່າຍດາຍ ຜ່ານເຄືອຂ່າຍການບິນ Vietjet. ໃນຂະນະດຽວກັນ, Hiroshima, ຕັ້ງຢູ່ພາກຕາເວັນຕົກສຽງໃຕ້ຂອງປະເທດຍີ່ປຸ່ນ, ເປັນບ້ານຂອງສອງສະຖານທີ່ມໍລະດົກໂລກຂອງອົງການ UNESCO: ສວນສາທາລະນະ Hiroshima Peace Memorial Park, Itsukushima Shrine ແລະ ສະຖານທີ່ອື່ນໆທີ່ມີຊື່ສຽງ.

*ຕາຕະລາງການບິນເສັ້ນທາງ ຮ່າໂນ້ຍ- Hiroshima:
ຖ້ຽວບີນ ໝາຍເລກ Hanoi – Hiroshima VJ952 06:00 12:30 ວັນພະຫັດ, ວັນອາທິດ
ຖ້ຽວ ອອກເດີນທາງ Hiroshima – Hanoi VJ953 13:30 16:20 ວັນພະຫັດ, ວັນອາທິດ

*ຂໍ້ມູນເພີ່ມເຕີມໄດ້ທີ່ www.vietjetair.com

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments