Home ຂ່າວການເມືອງ ກະຊວງປ້ອງກັນປະເທດແຕ່ງຕັ້ງສອງຮອງລັດຖະມົນຕີ ແລະ ຮອງຫົວໜ້າກົມໃຫຍ່

ກະຊວງປ້ອງກັນປະເທດແຕ່ງຕັ້ງສອງຮອງລັດຖະມົນຕີ ແລະ ຮອງຫົວໜ້າກົມໃຫຍ່

0

ວັນທີ 17 ພຶດສະພາ 2024 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດການແຕ່ງຕັ້ງ ຮອງລັດຖະມົນຕີ ແລະ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານຂອງ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ.

ອີງຕາມການຕົກລົງເຫັນດີຂອງກຳມະການກົມການເມືອງສູນ ກາງພັກ. ນາຍົກລັດຖະມົນຕີ ອອກດໍາລັດແຕ່ງຕັ້ງບັນດາຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຮອງຫົວໜ້າກົມໃຫຍ່ຄື: ແຕ່ງຕັ້ງ ພົນຕີ ສາຍໃຈ ກົມມະສິດ ແລະ ພົນຕີ ປະສິດ ທ່ຽງ ທຳ ເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ແຕ່ງຕັ້ງ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ເປັນຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ແຕ່ງຕັ້ງ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ເປັນຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ.

ນອກຈາກນີ້, ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງຮັກສາ ການ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ແລະ ຮັກສາການຫົວ ໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດຄື: ແຕ່ງຕັ້ງ ພົນຈັດ ຕະວາ ທອງພັນ ສຸທຳມະວົງ ຮັກສາການຫົວໜ້າກົມໃຫຍ່ເຕັກ ນິກກອງທັບ ແລະ ແຕ່ງຕັ້ງ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ຮັກສາການຫົວໜ້າຫ້ອງວ່າການກະຊວງປ້ອງກັນ ປະເທດ.

ທີ່ມາ: ໜັງສືພິມກອງທັບ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version