Saturday, July 27, 2024
Homeຂ່າວຕ່າງປະເທດສຳເລັດການແຂ່ງຂັນນະວັດຕະກຳ ແລະ ການປະກອບການ ຈີນ-ອາຊຽນ ຄັ້ງທີ 2

ສຳເລັດການແຂ່ງຂັນນະວັດຕະກຳ ແລະ ການປະກອບການ ຈີນ-ອາຊຽນ ຄັ້ງທີ 2

ວັນທີ 15 ພຶດສະພານີ້, ງານແຂ່ງຂັນນະວັດຕະກຳ ແລະ ການປະກອບການ ຈີນ-ອາຊຽນຄັ້ງທີ 2 ໄດ້ສິ້ນສຸດລົງດວ້ຍຜົນສໍາເລັດທີ່ນະຄອນຫຼວງຈາກາຕາຂອງ ອິນໂດເນເຊຍ. ງານແຂ່ງຂັນດັ່ງກ່າວແມ່ນໜຶ່ງໃນບັນດາກິດຈະກໍາທີ່ສໍາຄັນຂອງປີ ແລກປ່ຽນວັດທະນະທຳ ຈີນ-ອາຊຽນ ຈັດໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີຈີນແລະກອງເລຂາອາຊຽນ, ຮ່ວມກັບກົມຮ່ວມມືສາກົນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຈີນ, ຄະນະກຳມະການນະວະຕະກຳວິທະຍາສາດເຕັກໂນໂລຊີ ອາຊຽນ ແລະ ກົມວິທະຍາສາດແລະເຕັກໂນໂລຊີເຂດປົກຄອງຕົນເອງເຜົ່າຈວ້າງ ກວາງຊີ (ສູນຖ່າຍທອດເຕັກໂນໂລຊີຈີນ-ອາຊຽນ), ໂດຍມີຈຸດປະສົງເພື່ອລົງເລິກຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືດ້ານນະວັດຕະກຳວິທະຍາສາດເຕັກໂນໂລຊີ ລະຫວ່າງ ຈີນ ແລະ ບັນດາປະເທດອາຊຽນ, ຍົກສູງຄວາມສາມາດດ້ານນະວັດຕະກຳຂອງຈີນ-ພາກພື້ນອາຊຽນ, ຊຸກຍູ້ການພັດທະນາຢ່າງແຂງແຮງຂອງການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ.

ງານແຂ່ງຂັນດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ວ່າ “ການສ້າງຄວາມເຂັ້ມແຂງດ້ານດິຈິຕອນເພື່ອອະນາຄົດທີ່ຮ່ວມກັນ”, ການແຂ່ງຂັນໄດ້ປິ່ນອ້ອມຈຸດສຸມ ດ້ານວິທະຍາສາດເຕັກໂນໂລຊີຂອງພາກພື້ນໃນປັດຈຸບັນ, ສຸມໃສ່ຂົງເຂດເສດຖະກິດດິຈິຕອນ, ຫັນໜ້າສູ່ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາວິທະຍາສາດ, ວິສາຫະກິດ, ອົງການຈັດຕັ້ງສັງຄົມແລະອື່ນໆຂອງຈີນ ແລະ ບັນດາປະເທດອາຊຽນເພື່ອເກັບກຳໂຄງການທີ່ເຂົ້າຮ່ວມການແຂ່ງຂັນ ເຊິ່ງໄດ້ຮັບຄວາມເອົາໃຈໃສ່ຢ່າງກວ້າງຂວາງ ແລະ ເຂົ້າ ຮ່ວມຢ່າງຕັ້ງໜ້າ. ນັບຕັ້ງແຕ່ໄດ້ເປີດການແຂ່ງຂັນໃນເດືອນກໍລະ ກົດ 2023 ເປັນຕົ້ນມາ, ມີຫຼາຍກວ່າ 280 ໂຄງການໄດ້ລົງທະບຽນເຂົ້າຮ່ວມການແຂ່ງຂັນ. ການແຂ່ງຂັນດຳເນີນໄປຢ່າງຟົດຟື້ນ, ໃນນັ້ນມີ 20 ໂຄງການ ນະວັດຕະກໍາ ແລະ ການປະກອບການທີ່ດີເດັ່ນຈາກຈີນ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ໄທ, ຫວຽດນາມ, ກຳປູເຈຍ, ບຣູໄນແລະບັນດາປະເທດ ແລະ ເຂດແຄວ້ນອື່ນໆໄດ້ຖືກຄັດເລືອກເຂົ້າສູ່ຮອບຊິງຊະນະເລີດ.

ໃນການແຂ່ງຂັນຮອບຊິງຊະນະເລີດ, ຄະນະທີ່ເຂົ້າຮ່ວມໄດ້ແບ່ງອອກເປັນ 2 ກຸ່ມຄື: ກຸ່ມທີມ ແລະ ກຸ່ມວິສາຫະກິດ, ຕ່າງໄດ້ຜ່ານຮູບແບບການປ້ອງກັນ “7+5” ເພື່ອສະແດງໃຫ້ເຫັນເອກະລັກພິເສດ ແລະ ຂໍ້ດີຂອງໂຄງການຢ່າງຮອບດ້ານ. ຫຼັງຈາກການໃຫ້ຄະແນນສັງລວມໂດຍທີມຜູ້ຊ່ຽວຊານແລ້ວ, ລາງວັນທີໜຶ່ງ, ທີສອງ, ແລະ ທີສາມ ແລະ 7 ດາວທີ່ມີຫົວຄິດປະດິດສ້າງຂອງກຸ່ມວິສາຫະກິດ ແລະ ກຸ່ມທີມຕ່າງໄດ້ຮັບການຄັດເລືອກອອກມາ.

ລາຍງານໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້, ກວາງຊີໄດ້ເຂົ້າຮ່ວມຢ່າງເລິກເຊິ່ງໃນແຜນການຄູ່ຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີຈີນ-ອາຊຽນ ແລະ ແຜນປະຕິບັດງານນະວັດຕະກຳວິທະຍາສາດເຕັກໂນໂລຊີ “ໜຶ່ງແລວໜຶ່ງເສັ້ນທາງ”ໂດຍການຈັດງານແຂ່ງຂັນນະວັດຕະກຳ ແລະ ການປະກອບການຈີນ-ອາຊຽນ ແລະ ອື່ນໆ, ໄດ້ມີບົດບາດອັນຕັ້ງໜ້າໃນການລົງເລິກ ການຮ່ວມມືດ້ານນະວັດຕະກຳວິທະຍາສາດເຕັກໂນໂລຊີ ລະຫວ່າງ ຈີນ ກັບ ອາຊຽນຢ່າງບໍ່ຢຸດຢັ້ງ. ໃນອະນາຄົດ, ກວາງຊີຈະສືບຕໍ່ເປັນຂົວຕໍ່, ຕັ້ງໜ້າຊຸກຍູ້ການແລກປ່ຽນແລະການຮ່ວມມື ລະຫວ່າງ ຈີນ ກັບ ອາຊຽນ ໃນຂົງເຂດວິທະຍາສາດເຕັກໂນໂລຊີ ແລະ ຜູ້ມີຄວາມຮູ້ຄວາມສາມາດ, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ ການກໍ່ສ້າງ”ໜຶ່ງແລວໜຶ່ງເສັ້ນທາງ” ແລະສ້າງປະຊາຄົມຮ່ວມຊະຕາກຳ ຈີນ-ອາຊຽນ ທີ່ໃກ້ຊິດແລະຈະເລີນຮຸ່ງເຮືອງກວ່າເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments