Saturday, July 27, 2024
Homeຂ່າວດ່ວນພົບເຫັນສຽນພຣະພຸທທະຮູບຂະໜາດໃຫຍ່

ພົບເຫັນສຽນພຣະພຸທທະຮູບຂະໜາດໃຫຍ່

ວັນທີ 15 ພຶດສະພາ 2024 ພົບສຽນພຣະພຸທທະຮູບ ທີ່ເຂດແຄມຂອງ ບ້ານຫາຍໂສກ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ສະຖານທີ ທີ່ພົບແມ່ນຢູ່ໃນເຂດແຄມຝັ່ງ ຂອງໂຄງການຕ້ານເຈື່ອນຕາຝັ່ງແຄມຂອງ.

ສັນນິຖານເບື້ອງຕົ້ນ ແຕ່ກ່ອນກີ້ບ່ອນນີ້ ແມ່ນທໍລະນີສົງຂອງວັດສວນມອນ ຫລັງຈາກເສີກຫໍ້ເຂົ້າມາຮຸກຮານ ແລະ ປຸ້ນສະດົມ ເພື່ອຂຸດຄົ້ນເອົາຊັບສົມບັດຈາກວັດຕ່າງໆ ຫນຶ່ງໃນນັ້ນກໍ່ແມ່ນວັດສວນມອນແຫ່ງນີ້ ທີ່ຖືກທຳລາຍ ເພື່ອຫາສົມບັດ ໂດຍມີການເຈາະອົງພຣະ ສ່ວນພຣະວໍຣະກາຍຂອງພຣະອົງນີ້ແມ່ນຫລົ້ມລົງສູ່ນ້ຳຂອງໄປແລ້ວ ເຫລືອແຕ່ສຽນ ທີ່ຄ້າງຢູ່ແຄມຝັ່ງແລ້ວຖືກດິນທັບຖົມເລື້ອຍມາ.

ປັດຈຸບັນນີ້ ກຳລັງລໍຖ້າກົມມໍລະດົກ ຂອງກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ມາເກັບກຳຂໍ້ມູນ ແລະ ຊອກບ່ອນໄປເກັບຮັກສາໄວ້ບ່ອນທີ່ເໝາະສົມ.

ຂໍຂອບໃຈຮູບພາບຈາກ ​:​ ພຣະອາຈາຣຍ໌ ບຸນທະວີ ປະສິທທິສັກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments