Saturday, July 27, 2024
Homeທຸລະກິດລົດໄຟລາວ-ຈີນ ສ້າງຜົນປະໂຫຍດໃຫ້ທຸກຄົນ ທຸກປະເທດທີ່ໄດ້ຊົມໃຊ້

ລົດໄຟລາວ-ຈີນ ສ້າງຜົນປະໂຫຍດໃຫ້ທຸກຄົນ ທຸກປະເທດທີ່ໄດ້ຊົມໃຊ້

ມາຮອດປັດຈຸບັນ, ລົດໄຟ ລາວ-ຈີນ ໄດ້ມີການບໍລິການຂົນສົ່ງ ສິນຄ້າ ແລະ ຜູ້ໂດຍສານ ໂດຍສະເພາະນັກທ່ອງ ທ່ຽວ ທັງພາຍໃນ ແລະ ຕ່າງປະ ເທດນັບມື້ເພີ່ມຂຶ້ນ ກາຍເປັນທ່າແຮງໜຶ່ງໃນການປະກອບສ່ວນຊຸກຍູ້ ການພັດທະນາເສດ ຖະກິດ-ສັງຄົມຂອງ ສປປ ລາວ ຢ່າງເຂັ້ມແຂງກວ່າ ເກົ່າ, ດັ່ງບົດລາຍງານຂອງທະນາຄານພັດທະນາ ອາຊີ (ADB) ສະບັບຫລ້າ ສຸດທີ່ເຜີຍແຜ່ໃນວັນທີ 11 ເມສາ 2024 ໄດ້ ຄາດຄະເນວ່າ ເສດຖະກິດລາວ ກໍຄື ລວມຍອດຜະລິດຕະພັນພາຍໃນ ປະເທດ ຫລື GDP ຂອງ ສປປ ລາວ ຈະເຕີບໂຕໃນລະດັບ 4% ໃນປີ 2024 ແລະ 2025 ເຊິ່ງໄດ້ຮັບແຮງຍູ້ຈາກ ຄວາມຕ້ອງການພາຍນອກ ທີ່ເຊື່ອມໂຍງກັບການທ່ອງທ່ຽວ, ການຄ້າ ແລະ ການຂົນສົ່ງໂດຍຄາດ ວ່າຈະມີນັກທ່ອງທ່ຽວເຂົ້າມາ ສປປ ລາວ ເພີ່ມຂຶ້ນ 4,2 ລ້ານເທື່ອຄົນ ໃນ ປີ 2024 ຍ້ອນພື້ນຖານໂຄງລ່າງ ໄດ້ຮັບການປັບປຸງດີ ຂຶ້ນ,ໂດຍສະເພາະແມ່ນມີທາງລົດ ໄຟ ລາວ-ຈີນເປັນປັດໄຈ ແລະ ເງື່ອນໄຂ ສຳຄັນໃນການຊຸກຍູ້ສົ່ງເສີມການທ່ອງ ທ່ຽວລາວໃຫ້ຂະຫຍາຍຕົວດີຂ້ຶນ. ພ້ອມນັ້ນ , ວາລະສານ ແລະ ເວັບໄຊ CEO Word ໄດ້ເຜີຍແຜ່ໃນວັນທີ 15/4/2024 ໄດ້ຈັດ ສປປ ລາວ ເປັນອັນດັບທີ 5 ຂອງອາຊຽນ ແລະ ອັນດັບ ທີ 53 ຂອງໂລກທີ່ຄວນໄປ ຢ້ຽມຢາມຍ້ອນເປັນປະເທດທີ່ມີທ່າແຮງບົ່ມ ຊ້ອນທີ່ດີທີ່ສຸດໃນໂລກ.ຈາກການຄາດຄະເນນີ້ເຫັນວ່າມີ ຄວາມເປັນໄປໄດ້ ແລະ ເປັນການ ຕອກຢໍ້າຄືນເຖິງຜູ້ບໍ່ຫວັງດີ ແລະອະຄະຕິຕໍ່ໂຄງການລົງ ທຶນຂອງຈີນ ທີ່ ສປປ ລາວ ໂດຍສະເພາະແມ່ນໂຄງ ການລົດໄຟ ລາວ-ຈີນ ມາແຕ່ເລີ່ມ ຕົ້ນການກໍ່ສ້າງ.

ເມື່ອຫວນຄືນນັບແຕ່ມີການເປີດ ເສັ້ນທາງລົດໄຟ ລາວ-ຈີນ ຢ່າງ ເປັນ ທາງການເມື່ອວັນທີ 3 ທັນວາ 2021 ເປັນຕົ້ນມາ, ລົດໄຟລາວ-ຈີນ ໄດ້ພິກ ສະຖານະພາບໃຫ້ ສປປ ລາວຈາກບໍ່ມີຊາຍແດນຕິດກັບທະເລກາຍເປັນ ການເຊື່ອມໂຍງແລະ ເຊື່ອມຈອດ (Lank Lock to Lank Link) ດ້ວຍການ ເຊື່ອມໂຍງ ກັບຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນ ທາງ” ຂອງ ສປ ຈີນ, ເຮັດໃຫ້ ເສັ້ນ ທາງລົດໄຟ ລາວ-ຈີນ ກາຍເປັນໂຄງການທຳອິດແຫ່ງ ສັນຍະລັກທີ່ເຊື່ອມຍຸດທະສາດຂອງສອງປະເທດ ລາວ-ຈີນ ດ້ວຍຜົນສຳເລັດ ແລະ ກາຍ ເປັນໂຄງການແບບຢ່າງ ທີ່ດີທີ່ສຸດຂອງຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ.ໃນດ້ານຜົນງານປະຈັກຕາຂອງ ລົດໄຟ ລາວ-ຈີນ ໄດ້ສະແດງອອກໃນ ດ້ານການບໍລິການທ່ອງທ່ຽວມີຈຳນວນເພີ່ມຂຶ້ນ, ອີງຕາມການລາຍງານ ຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໃນໄລຍະ 3 ເດືອນຕົ້ນປີ 2024 ມີ ນັກທ່ອງທ່ຽວຕ່າງປະເທດ 1,1 ລ້ານຄົນເຂົ້າມາທ່ອງ ທ່ຽວລາວ ເພີ່ມຂຶ້ນ 36% ເມື່ອທຽບໃສ່ໄລຍະ ດຽວກັນຂອງປີ 2023.

ເວົ້າສະເພາະໄລຍະສົ່ງທ້າຍປີເກົ່າຕ້ອນຮັບ ປີໃໝ່ລາວ ພສ 2567(10-19/4/ 2024)ແຂວງຫລວງພະບາງ ໄດ້ຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ລວມທັງໝົດ110 ພັນກວ່າຄົນ, ເປັນນັກທ່ອງທ່ຽວພາຍ ໃນປະເທດ 68 ພັນກວ່າເທື່ອຄົນ, ຕ່າງປະເທດ 41 ພັນກວ່າເທື່ອຄົນ, ທຽບໃສ່ໄລຍະດຽວ ກັນຂອງປີ 2023 ຜ່ານມາ ແມ່ນນັກທ່ອງທ່ຽວ ເພີ່ມຂຶ້ນ 366,44%. ສະເລ່ຍ ລາຍຮັບຈາກນັກທ່ອງທ່ຽວລວມ 47 ລ້ານກວ່າໂດລາ, ທຽບໃສ່ໄລຍະດຽວ ກັນ ຂອງປີຜ່ານມາລາຍຮັບ ເພີ່ມຂຶ້ນ 316,64%. ໃນນັ້ນ, ນັກທ່ອງທ່ຽວທີ່ ມາທ່ຽວຫລວງພະບາງ ອັນດັບໜຶ່ງແມ່ນນັກທ່ອງທ່ຽວຈາກ ສປ ຈີນ ບັນລຸ 10.497 ເທື່ອຄົນ, ຮອງລົງມາແມ່ນ ສ ເກົາຫລີ ບັນລຸ 5 ພັນກວ່າຄົນ, ອັນ ດັບສາມແມ່ນໄທ 4 ພັນກວ່າຄົນ. ນອກນັ້ນ ໂຄງການ ລົດໄຟ ລາວ-ຈີນ ໄດ້ ກາຍເປັນສູນກາງການຂົນສົ່ງຂອງພາກພື້ນຕາມ ແບບໂລຈິສຕິກ (Logistic) ທາງລົດໄຟຈະບໍ່ພຽງແຕ່ຫລຸດ ຄ່າໃຊ້ຈ່າຍໃນການຂົນສົ່ງຜູ້ໂດຍ ສານ ແລະ ສິນຄ້າໄປສູ່ຕະຫລາດສາກົນ ເທົ່ານັ້ນ ແຕ່ຍັງເຮັດໃຫ້ທຸລະກິດ

ລາວໄດ້ເຂົ້າເຖິງຕະຫລາດຈີນທີ່ມີຜູ້ບໍລິໂພກຫລາຍກວ່າ 1,4 ຕື້ຄົນ.ທາງລົດ ໄຟ ລາວ-ຈີນ ໄດ້ຕອບໂຈດ ການເດີນທາງທີ່ວ່ອງໄວ, ການຂົນ ສົ່ງສິນຄ້າທີ່ ສະດວກ ແລະ ລາຄາ ຕໍ່າຈະຊ່ວຍຍູ້ດັນໃຫ້ອຸດສາຫະກຳທ່ອງທ່ຽວມີການຂະ ຫຍາຍຕົວສູງ. ຄາດວ່າຈະມີນັກທ່ອງທ່ຽວຈີນ ເຂົ້າ ມາລາວນັບມື້ເພີ່ມຂຶ້ນ, ເພາະປະຊາ ຊົນຈີນມີກຳລັງຊື້ທີ່ສູງ. ນອກຈາກ ນີ້, ນັກທ່ອງທ່ຽວໄທ ຫລື ອາ ຊຽນ ກໍຈະນໍາໃຊ້ລົດໄຟ ລາວ-ຈີນ ໃນ ການເດີນທາງໄປ ຈີນ ເຊັ່ນດຽວກັນ.

ພິເສດ, ພາຍຫລັງທີ່ລັດຖະບານ 2 ປະເທດ ລາວ ແລະ ສປ ຈີນ ເປີດ ນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງເປັນການເຊື່ອມໂຍງດ້ານການຂົນສົ່ງ ຜ່ານທາງລົດໄຟ ທີ່ເຮັດໃຫ້ ການບໍລິການຂົນສົ່ງສິນຄ້າຕ່າງໆ ຈາກ ສປປ ລາວ ແລະ ລາຊະອານາ ຈັກໄທ ໄປ ສປ ຈີນ ມີຄວາມສະດວກ ສະບາຍ, ປະ ຢັດ ແລະ ວ່ອງໄວ. ຕາມການລາຍງານຈາກຜູ້ປະກອບ ການສົ່ງອອກສິນຄ້າ ຈາກລາຊະ ອານາຈັກໄທ ໄດ້ໃຫ້ຮູ້ວ່າ: ສະເພາະ ວັນທີ 11 ພຶດສະພາ 2024, ໝາກ ໄມ້ຕາມລະດູການ ໂດຍສະເພາະ ໝາກຖົ່ວລຽນ ຈາກພາກຕາເວັນ ອອກຂອງໄທ ຈຳນວນ 23 ຕູ້ຄອນ ເທັນເນີ ໄດ້ມາເຖິງສະຖານີລົດໄຟ ທ່ານາ ແລ້ງ ເພື່ອສົ່ງຕໍ່ໄປຍັງແຂວງ ຢຸນນານ ສປ ຈີນ, ມູນຄ່າການຂົນ ສົ່ງແມ່ນ 137.000 ໂດລາຕໍ່ 1 ຕູ້ ເຊິ່ງລະດູການຂົນສົ່ງໝາກໄມ້ແມ່ນ ຢູ່ໃນລະຫວ່າງ ເດືອນເມສາຫາ ເດືອນກໍລະກົດຂອງທຸກໆປີ. ໂດຍສະ ເລ່ຍແລ້ວ ມື້ໜຶ່ງສາ ມາດຂົນສົ່ງສິນ ຄ້າ 8-10 ພັນໂຕນ. ໃນນີ້ປະເພດສິນ ຄ້າທີ່ທາງລົດໄຟ ລາວ-ຈີນສົ່ງອອກ ລວມມີໝາກໄມ້, ແປ້ງມັນຕົ້ນ, ໝາກເດືອຍ, ຢ່າງພາ ລາ, ແຮ່ທາດ ແລະອື່ນໆ.

ຕີລາຄາໄດ້ວ່າ: ເສັ້ນທາງລົດ ໄຟ ລາວ-ຈີນ ໄດ້ສ້າງເງື່ອນໄຂທີ່ອຳນວຍ ຄວາມສະດວກທີ່ສຸດໃຫ້ ສປປ ລາວ ສາມາດຄ້າຂາຍ ກັບ ຈີນ ໂດຍຜ່ານ ເສັ້ນທາງລົດໄຟ ລາວ-ຈີນ. ອັນທີສອງ, ເສັ້ນທາງລົດໄຟ ລາວ-ຈີນ ສາມາດ ເຊື່ອມຕໍ່ກັບພາກພື້ນກໍ ຄືຂອງໂລກໃນອະນາຄົດ, ໂດຍຜ່ານ ເສັ້ນທາງລົດ ໄຟ ຈີນ-ໄທ, ເສັ້ນທາງ ລົດໄຟອາຊີ, ເຮັດໃຫ້ ສປປ ລາວ ສາມາດເຊື່ອມຕໍ່ ກັບຕົວເມືອງທ່າກ່ຳ ປັ່ນໄດ້ ແລະ ຈະສ້າງໂອກາດຫາວຽກເຮັດງານທຳໃຫ້ ແກ່ປະຊາຊົນ ລາວຫລາຍຂຶ້ນ, ຍົກສູງລະດັບຊີວິດ ການເປັນຢູ່ຂອງປະ ຊາ ຊົນ, ມີຕະຫລາດການຄ້າທີ່ໃຫຍ່ກວ່າເກົ່າ, ເພີ່ມພະລັງຊີວິດໃໝ່ໃຫ້ແກ່ ການ ຄ້າເສດຖະກິດລະຫວ່າງ ສປປ ລາວກັບບັນດາປະເທດອ້ອມຂ້າງ ແລະ ປະເທດທີ່ລຽບຕາມ“ໜຶ່ງແລວ ໜຶ່ງເສັ້ນທາງ”, ເຮັດໃຫ້ເສດຖະກິດ ພາກ ພື້ນພັດທະນາຢ່າງວ່ອງໄວ.ໂດຍລວມ, ການບໍລິການຂອງໂຄງ ການລົດໄຟ ລາວ-ຈີນ ໄດ້ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ລາວ, ໃຫ້ປະຊາຊົນລາວໄດ້ຮັບຜົນປະໂຫຍດ, ວິສາຫະກິດ ແລະ ຜູ້ລົງທຶນກໍ່ ສ້າງກໍ່ມີລາຍຮັບສາມາດຢູ່ລອດໄດ້. ນອກນັ້ນ,ບັນດາປະເທດອ້ອມຂ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ກໍ່ໄດ້ຮັບຜົນປະໂຫຍດເຊັ່ນດຽວກັນ.

ສັງລວມແລ້ວ,ໂຄງການຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ”ຂອງ ສປ ຈີນ ແລະ ໂຄງການລົດໄຟລາວ-ຈີນຈະກາຍເປັນສ່ວນປະກອບສຳຄັນທີ່ສຸດທີ່ຈະ ເຮັດໃຫ້ປະເທດລາວ ສາມາດລົບລ້າງຄວາມທຸກຍາກໄດ້ຕາມແຜນການທີ່ ລັດຖະບານລາວ ໄດ້ກຳນົດໄວ້ຢ່າງແນ່ນອນ. ໂຄງ ການລົດໄຟ ລາວ-ຈີນ, ບໍ່ ສະເພາະ ແຕ່ເປັນຜົນດີໃຫ້ແກ່ສອງປະເທດລາວ ແລະ ຈີນເທົ່ານັ້ນ, ຫາກ ຍັງມີຜົນດີໃຫ້ແກ່ບັນດາປະເທດອາຊຽນ ແລະ ພາກພື້ນຕື່ມອີກໃນການ

ຮ່ວມມືກັນພັດທະນາ, ທັງຈະສ້າງ ຄວາມຜາສຸກໃຫ້ແກ່ປະຊາຊົນລາວ ແລະ ປະຊາຊົນທີ່ຢູ່ລຽບຕາມທາງ ລົດໄຟ ລາວ-ຈີນ ຕື່ມອີກ. ດັ່ງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີແຫ່ງ ສປປ ລາວໄດ້ກ່າວໄວ້ວ່າ: ເຖິງວ່າ ສປປ ລາວ ບໍ່ມີທາງອອກ ສູ່ທະເລ ແຕ່ເສັ້ນທາງລົ ດໄຟສາຍນີ້ຈະຊ່ວຍ ໃຫ້ ປະເທດລາວມີເສັ້ນທາງຄົມມະນາຄົມດ້ວຍຕາໜ່າງ ຈໍລະຈອນສິນຄ້າອອກ ສູ່ທະເລ ແລະ ບັນດາປະເທດຢູ່ໃນພາກພື້ນນີ້ໃຫ້ ມີຄວາມສະດວກໃນການ ຂົນສົ່ງ ໂດຍສານ ແລະ ຂົນສົ່ງສິນຄ້າທັງ ກະຕຸກຊຸກຍູ້ການລົງທຶນ ແລະ ການທ່ອງທ່ຽວ ໂດຍນັກທ່ອງທ່ຽວເຂົ້າ ມາທ່ຽວລາວຫລາຍຂຶ້ນ.

ໂດຍ:ດວງຈິດ ສະຫວັດບຸນມີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments