Saturday, July 27, 2024
Homeຂ່າວກິລາປະຊາຊົນບ້ານນາສອບ ພົບເຫັນພະພຸດທະຮູບເກືອບ 20 ອົງ

ປະຊາຊົນບ້ານນາສອບ ພົບເຫັນພະພຸດທະຮູບເກືອບ 20 ອົງ

ຕາມການລາຍງານຂອງນາຍບ້ານນາສອບ ເມືອງໄຊບູລີ ແຂວງສະຫວັນນະເຂດໄດ້ໃຫ້ຮູ້ວ່າ: ໃນວັນທີ 14 ພຶດສະພາ 2024 ມີປະຊາຊົນບ້ານນາສອບຊື່ທ້າວ ແຫຼ້ ອາຍຸ 30 ປີ ແລະ ນາງ ກົງ ອາຍຸ 28 ປີ ທັງ 2 ເປັນຄູ່ຜົວເມຍໄດ້ເອົາລົດໄຖ ໄປໄຖສວນຂອງຕົນຢູ່ບ້ານນາສອບເພື່ອກະກຽມປູກມັນຕົ້ນ ຊຶ່ງປີນີ້ປູກເປັນປີທີ 3 ແລ້ວ ເວລາໄຖດິນໄດ້ພົບເຫັນໄຫຈໍານວນ 1 ໜ່ວຍ ( ໄຫດິນເຜົາ ) ແລ້ວຕົນເອງສ່ອງເບິ່ງໄຫດັ່ງກ່າວມີພະພຸດທະຮູບຈໍານວນ 19 ອົງພ້ອມແຊ່ງ 1 ຄູ່. ສ່ວນພະພຸດທະຮູບມີອົງນ້ອຍ-ໃຫຍ່ແຕກຕ່າງກັນ, ລັກສະນະສີຂອງອົງພະມີສີເຫຼືອງ 2 ອົງ, ສີເງິນ 17 ອົງ. ຈາກນັ້ນຄູ່ຜົວເມຍກໍໄດ້ແຈ້ງຕໍ່ອໍານາດການປົກຄອງບ້ານ ນໍາເອົາວັດຖຸດັ່ງກ່າວມາໄວ້ທີ່ວັດບ້ານນາສອບເພື່ອຮັກສາໄວ້ ແລະ ນໍາສະເໜີໃຫ້ຂັ້ນເທິງຮັບຮູ້.

ຕໍ່ມາໃນວັນທີ 15 ພຶດສະພາຜ່ານມາ, ທ່ານ ສຸລິວົງ ສີວໍລະວົງ ຮອງເຈົ້າເມືອງໄຊບູລີ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ພ້ອມດ້ວຍທ່ານ ສີດໍາ ຄໍາທະຈັນ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງໄດ້ສົມທົບກັບອໍານາດການປົກຄອງບ້ານລົງຕິດຕາມກວດກາຕົວຈິງເຫັນວ່າມີຂໍ້ມູນຄວາມຈິງທຸກປະການ. ດັ່ງນັ້ນ, ທາງຫ້ອງການ ຖວທ ເມືອງຈຶ່ງໄດ້ເຮັດບົດລາຍງານຫາການນໍາເມືອງ ແລະ ພະແນກ ຖວທ ແຂວງເພື່ອຮັບຊາບ ແລະ ຂໍທິດຊີ້ນໍາໃນການຈັດຕັ້ງປະຕິບັດຂັ້ນຕໍ່ໄປ.

ຂ່າວ: ເມືອງໄຊບູລີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments