Saturday, July 27, 2024
Homeຂ່າວຕ່າງປະເທດຣັດເຊຍ- ສປ ຈີນ ຈະເພີ່ມທະວີການຮ່ວມມືດ້ານພະລັງງານ-ການຄ້າ

ຣັດເຊຍ- ສປ ຈີນ ຈະເພີ່ມທະວີການຮ່ວມມືດ້ານພະລັງງານ-ການຄ້າ

ຕາມຂ່າວຈາກ ນະຄອນຫລວງ ມົດສະກູ ຂອງຣັດເຊຍ, ທ່ານ ວາລາດີເມຍ ປູຕິນ,ປະທານາ ທິບໍດີ ຣັດເຊຍ ພ້ອມດ້ວຍ ຄະນະ ຈະເດີນທາງ ຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ລະຫວ່າງ ວັນທີ 16-17 ພືດສະພານີ້ ເພື່ອພົບປະກັບ ທ່ານ ສີ ຈິ້ນຜີງ, ປະທານ ປະເທດ ແຫ່ງ ສປ ຈີນ ເພື່ອເພີ່ມທະວີ ການຮ່ວມມື ທາງດ້ານພະລັງງານ ແລະ ການຄ້າ. ການເດີນທາງ ຄັ້ງນີ້ ເປັນການເດີນທາງ ຄັ້ງທຳອິດ ຫລັງຈາກ ຮັບຕຳແໜ່ງ ເປັນຜູ້ນຳ ຣັດເຊຍ ອີກໜຶ່ງ ສະໄໝ ເປັນໄລຍະເວລາ 6ປີ. ນອກນີ້ ຍັງຈະປຶກສາ ຫາລື ກ່ຽວກັບ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ (Belt and Road Initiative) ຫລື(BRI),ສະຖານະການ ໃນຕາເວັນ ອອກກາງ ແລະ ອາຊີ ລວມທັງ ບັນຫາອື່ນໆ ທີ່ພົ້ນເດັ່ນ ໃນປັດຈຸບັນ ໂດຍສະເພາະ ສະຖານະການໃນ ອູແກຣນ.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments