Saturday, July 27, 2024
Homeຂ່າວຕ່າງປະເທດອົດສະຕຣາລີ ສືບຕໍ່ເພີ່ມທຶນຊ່ວຍເຫລືອ ພັດທະນາເປັນທາງການ ໃຫ້ແກ່ ສສ ຫວຽດນາມ

ອົດສະຕຣາລີ ສືບຕໍ່ເພີ່ມທຶນຊ່ວຍເຫລືອ ພັດທະນາເປັນທາງການ ໃຫ້ແກ່ ສສ ຫວຽດນາມ

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ເມື່ອບໍ່ດົນມານີ້ ລັດຖະບານອົດສະຕຣາລີ ໄດ້ປະກາດແຜນງົບປະມານໃຫ້ແກ່ປີການເງິນ 2024 – 2025, ໃນນັ້ນ, ໄດ້ໃຫ້ຄຳໝັ້ນ ສັນຍາ ເພີ່ມທຶນຊ່ວຍເຫລືອ ພັດທະນາ ເປັນທາງການ (ODA) ໃຫ້ແກ່ ຫລາຍພາກພື້ນ ແລະ ປະເທດ, ໃນນັ້ນມີ ສສ ຫວຽດນາມ.ສະເພາະພາກພື້ນ ອາຊີ ຕາເວັນອອກ ສ່ຽງໃຕ້, ອົດສະຕຣາລີ ໃຫ້ຄຳໝັ້ນສັນຍາ ສະຫງວນ ຈຳນວນເງິນ 860 ລ້ານໂດລາ ສະຫະລັດ ເພື່ອໜູນຊ່ວຍ ພາກພື້ນນີ້, ສຸມໃສ່ ບັນດາ ຄວາມມານະ ພະຍາຍາມ ເພື່ອຊ່ວຍ ພາກພື້ນ ຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ, ພັດທະນາ ແບບຍືນຍົງ, ຄວາມສະເໝີພາບ ລະຫວ່າງ ຍິງ – ຊາຍ, ໜູນຊ່ວຍ ຄົນພິການ, ປະຊາຄົມ ທີ່ມີຄວາມສ່ຽງສູງ. ສິ່ງທີ່ໜ້າສົນໃຈແມ່ນ, ອົດສະຕຣາລີ ໃຫ້ຄຳໝັ້ນສັນຍາ ສະຫງວນ ປ້ວງເງິນ 148 ລ້ານໂດລາ ສະຫະລັດ ເພື່ອເພີ່ມທະວີ ຄວາມສາມາດຟື້ນຟູ ແລະ ຊຸກຍູ້ ຄວາມວັດທະນາ ຖາວອນ ຢູ່ເຂດອະນຸ ພາກພື້ນ ແມ່ນ້ຳຂອງ.ສຳລັບ ຫວຽດນາມ, ຍອດທຶນ ODA ເຊິ່ງ ອົດສະຕຣາລີ ໃຫ້ຄຳໝັ້ນສັນຍາ ໃຫ້ແກ່ ປີການເງິນ 2024 – 2025 ແມ່ນ 63,6 ລ້ານໂດລາ ສະຫະລັດ ເພີ່ມຂຶ້ນ ເກືອບ 4 ຕື້ໂດລາ ສະຫະລັດ ເມື່ອທຽບໃສ່ ປີການເງິນ ກ່ອນນັ້ນ. ກ່ຽວກັບ ຂົງເຂດໜູນຊ່ວຍ, ນອກຈາກ ເສົາຄ້ຳຫລັກ ແມ່ນຄວາມໝັ້ນຄົງ, ສາທາລະນະສຸກ, ຄວາມສະຖຽນ ລະພາບ ແລະ ການຟື້ນຟູ ເສດຖະກິດແລ້ວ, ອົດສະຕຣາລີ ກໍ່ສະໜັບ ສະໜູນ ບັນດາ ຂໍ້ລິເລີ່ມ ກ່ຽວກັບ ດິນຟ້າ ອາກາດຢູ່ ສສ ຫວຽດນາມ ຜ່ານໂຄງການ Aus4Adaptation.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments