Saturday, July 27, 2024
Homeທຸລະກິດເປີດທົດລອງແລ່ນລົດໄຟ ລາວ-ໄທ ກຽມພ້ອມເປີດບໍລິການຢ່າງເປັນທາງການ

ເປີດທົດລອງແລ່ນລົດໄຟ ລາວ-ໄທ ກຽມພ້ອມເປີດບໍລິການຢ່າງເປັນທາງການ

ລັດວິສາຫະກິດລົດໄຟແຫ່ງຊາດລາວ, ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ການລົດໄຟແຫ່ງ ປະເທດໄທ ໄດ້ເປີດທົດລອງແລ່ນລົດໄຟຈາກ ສະຖານີທ່ານາແລ້ງ ຫາ ສະຖານີວຽງຈັນຄຳສະຫວາດ ເພື່ອກວດກາ ດ້ານເຕັກນິກ ໃນລະຫວ່າງວັນທີ 14-17 ພຶດສະພາ 2024 ເພື່ອເປັນການກະກຽມຄວາມພ້ອມໃຫ້ແກ່ການເປີດໃຫ້ບໍລິການ ແຕ່ສະຖານີໜອງຄາຍ ຣາຊະອາຈັກໄທ ຫາ ສະຖານີວຽງຈັນຄໍາສະຫວາດ ສປປ ລາວ ຢ່າງເປັນທາງການ ໂດຍຈະແລ່ນທົດລອງ 9 ຖ້ຽວຕໍ່ວັນ ເຊິ່ງເລີ່ມແຕ່ເວລາ 08:30-15:30 ໂມງ.

ສ່ວນວັນທີ 18-20 ພຶດສະພາ 2024 ແມ່ນຈະທົດລອງແລ່ນຂະບວນລົດໄຟ ຈາກສະຖານີອຸດອນທານີ-ສະຖານີໜອງຄາຍ-ສະຖານີທ່ານາແລ້ງ ແລະ ສະຖານີວຽງຈັນຄຳສະຫວາດ. ທັງນີ້ ກໍເພື່ອຮັບປະກັຍຄວາມພ້ອມຮອບດ້ານໃຫ້ແກ່ມື້ເປີດໃຫ້ບໍລິການ ເຊິ່ງມື້ເປີດໃຫ້ບໍລິການຢ່າງເປັນທາງການ ພາກສ່ວນກ່ຽວຂ້ອງຈະແຈ້ງໃຫ້ຊາບຕາມພາຍຫລັງ.

ທ່ານ ຄອນສະຫວັນ ຄໍາພິວົງ ຫົວໜ້າສະຖານີລົດໄຟທ່ານາແລ້ງ ໃຫ້ໄດ້ຮູ້ໃນວັນທີ 14 ພຶດສະພາ 2024 ນີ້ວ່າ: ມື້ນີ້, ເປັນມື້ທີ່ພວກເຮົາເລີ່ມທົດລອງການແລ່ນລົດໄຟ ຈາກສະຖານີທ່ານາແລ້ງ ຫາ ສະຖານີຄຳສະຫວາດ ເປັນຄັ້ງທໍາອິດ ທີ່ໃຊ້ຄົນຂັບລົດໄຟຄົນລາວ ໂດຍໄດ້ສະຫລັບກັນລະຫວ່າງຄົນຂັບຝ່າຍໄທ ແລະ ຝ່າຍລາວ ເຊິ່ງຄົນຂັບລົດໄຟໄທ ມາຈອດຢູ່ສະຖານີທ່ານາແລ້ງ ແລ້ວປ່ຽນໃຫ້ຄົນຂັບຝ່າຍລາວ ຂັບຕໍ່ໄປສະຖານີວຽງຈັນຄຳສະຫວາດ. ຜ່ານການທົດລອງໃນມື້ນີ້, ເຫັນວ່າດຳເນີນໄປດ້ວຍດີ, ທາງດ້ານເຕັກນິກ ແລະ ເສັ້ນທາງບໍ່ມີຫຍັງຂັດຂ້ອງ ແລະ ຈະສືບຕໍ່ທົດລອງແລ່ນ ໄປຈົນເຖິງວັນທີ 20 ພຶດສະພາ 2024.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments