Saturday, July 27, 2024
Homeຂ່າວພາຍໃນອົງຄະນະພັກ ກອງພັນໃຫຍ່ 643 ສໍາເລັດກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VII

ອົງຄະນະພັກ ກອງພັນໃຫຍ່ 643 ສໍາເລັດກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VII

ໃນວັນທີ 14 ພຶດສະພາ 2024 ນີ້, ຄະນະບໍລິຫານງານພັກ ກອງພັນໃຫຍ່ 643 ໄດ້ເປີດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ VII ຂຶ້ນ ແລະ ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ, ໂດຍເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຄະນະປະຈຳພັກ ກະຊວງ ປ້ອງກັນປະເທດ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີກົມຈັດຕັ້ງພັກ, ກົມປ້ອງກັນອາກາດ, ກົມພະນັກງານ, ຄະນະປະຈຳພັກ ແຂວງ, ຄະນະປະຈຳພັກເມືອງແປກ, ເມືອງພູກູດ, ໂຮງຮຽນນາຍສິບ ເຫລົ່າຮົບບ້ານແປນ, ກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ, ກອງພັນໃຫຍ່ 702, ກອງພັນໃຫຍ່ 642, ພ້ອມດ້ວຍບັນດາ ສະຫາຍ ໃນຄະນະພັກກອງພັນໃຫຍ່ 643, ຕະຫລອດຮອດຜູ້ແທນ ສະມາຊິກພັກສົມບູນ-ສໍາຮອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນໂອກາດອັນສະຫງ່າລາສີນີ້, ສະຫາຍ ພັນໂທ ບຸນມີ ດວງມະນີຈັນ ເລຂາພັກ ຫົວໜ້າການເມືອງ ກອງພັນໃຫຍ່ 643 ໄດ້ຂຶ້ນຜ່ານບົດລາຍງານ ການເມືອງທັງສອງພາກ, ເພື່ອສະຫລຸບຕີລາຄາຄືນກ່ຽວກັບການຈັດຕັ້ງ ປະຕິບັດມະຕິ, ຄໍາສັ່ງຂອງຄະນະພັກຂັ້ນເທິງ ກໍ່ຄືການຊີ້ນໍາ-ນຳພາ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານອັນມີກຽດສະຫງ່າຂອງອົງຄະນະພັກ ໃນໄລຍະ 05 ປີຜ່ານມາເຊິ່ງຍົກໃຫ້ເຫັນຄະນະພັກ ໄດ້ເອົາໃຈໃສ່ສຶກສາ ອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ສະມາຊິກພັກ ຮັບຮູ້, ເຊື່ອມ ຊຶມ, ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຮໍ່າຮຽນທິດສະດີມາກ-ເລນິນ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນ ດໍາລົງຊີວິດທີ່ປອດໃສ, ມີທັດສະນະຫລັກໝັ້ນຊົນຊັ້ນ, ຈົງຮັກພັກດີຕໍ່ພັກ- ຕໍ່ປະເທດຊາດ, ເດັດດ່ຽວໜຽວແໜ້ນຕໍ່ອຸດົມການສັງຄົມນິຍົມ ເປັນຕົ້ນ ແມ່ນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກໃຫ້ປະກົດຜົນເປັນຈິງ ຕິດພັນກັບການເປີດບັ້ນດໍາເນີນຊີວິດ ການເມືອງພາຍໃນພັກ, ຈັດຕັ້ງພະນັກງານຫັນລົງກໍ່ສ້າງຮາກຖານ ບ້ານປະຊາຊົນອອ້ມຂ້າງເເບບມູນເຊື້ອ ຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ເຄື່ອນໄຫວຕາມຂອບເຂດຄວາມຮັບຜິດ ຊອບ ຕິດຕາມກໍາແໜ້ນສະພາບ ການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ, ບັນດາປະກົດການຫຍໍ້ທໍ້ຕ່າງໆ ເພື່ອຕ້ານ ແລະ ແກ້ໄຂໃຫ້ທັນເວລາ, ຮັກສາໄດ້ຄວາມປອດໄພພາຍໃນກົມກອງ ມີຄວາມສະຫງົບ 100% ແລະ ໄດ້ຖືສໍາຄັນໃນການຮັກສາແໜ້ນລະບອບແບບແຜນວິທີເຮັດວຽກແບບລວມສູນປະຊາທິປະໄຕ ຕົກລົງເປັນໝູ່ຄະນະ, ມີການແບ່ງປັນຄວາມຮັບຜິດ ຊອບຢ່າງລະອຽດຈະແຈ້ງ.

ໃນກອງປະຊຸມຍັງໄດ້ຮັບຮອງຢ່າງເປັນເອກະສັນຕໍ່ເນື້ອໃນອັນລະອຽດ ໃນບົດລາຍງານການເມືອງ ທັງ 02 ພາກ ຂອງຄະນະບໍລິຫານພັກ, ພ້ອມກັນນັ້ນຍັງໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຂອງບັນດາ ສະຫາຍຜູ້ແທນສະມາຊິກພັກ ດ້ວຍບັນຍາກາດທີ່ເປັນລັກສະນະສ້າງສັນ, ກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕ ບ່ອນບັດເລືອກຕັ້ງເອົາຄະນະ ບໍລິຫານງານພັກ ຊຸດທີ VII ດ້ວຍຄະແນນເປັນເອກະສັນຮັບຮອງເອົາ 9 ສະຫາຍ ເຊິ່ງມີລາຍຊື່ດັ່ງນີ້; ສະຫາຍ ພັນໂທ ບຸນມີ ດວງມະນີຈັນ, ສະຫາຍ ພັນເອກ ບົວລອຍ ດວງລາວົງ, ສະຫາຍ ພັນໂທປະສິດ ພິທັກດີ, ສະຫາຍ ພັນໂທ ມອນທອງ ອິນຄຳພັນ, ສະຫາຍ ພັນໂທ ແສງຈັນ ຈັນນະສຸກ, ສະຫາຍ ພັນໂທ ອຸ່ນຄຳ ນັນທະວົງ, ສະຫາຍ ພັນໂທ ແສງເພັດ ອຸດທະລັງສີ, ສະຫາຍ ພັນໂທ ແສງດາວ ສຸກສີດາ ແລະ ສະຫາຍ ພັນໂທ ຖາວອນ ແສງສະທອງ ເຊິ່ງກອງປະຊຸມຄັ້ງປະຖົມມະລຶກນີ້ ໄດ້ເປັນເອກະສັນ ຮັບຮອງເອົາ ສະຫາຍ ພັນໂທ ບຸນມີ ດວງມະນີຈັນ ເປັນເລຂາພັກ, ສະຫາຍ ພັນເອກ ບົວລອຍ ດວງລາວົງ ເປັນຮອງເລຂາພັກ, ສະຫາຍ ພັນໂທ ອຸ່ນຄຳ ນັນທະວົງ ເປັນຄະນະປະຈໍາພັກ ທັງເປັນປະທານກວດກາພັກ, ສະຫາຍ ພັນໂທ ສົມຈິດ ຄຳພາ ເປັນຮອງປະທານກວດກາພັກ ແລະ ສະຫາຍ ພັນໂທ ວິລະວົງ ພົມມົນຕີ ເປັນຮອງປະທານກວດກາພັກ.

ໃນຕອນທ້າຍ ປະທານກອງປະຊຸມ ໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນງານ ທີ່ອົງຄະນະພັກ ກອງພັນໃຫຍ່ ຍາດມາໄດ້ຕະຫລອດໄລຍະຜ່ານມາ ແລະ ຕີລາຜົນສຳເລັດກອງປະຊຸມໃຫຍ່ຄັ້ງນີ້ ພ້ອມທັງຊີ້ນໍາໃຫ້ຄະນະພັກຊຸດໃໝ່ ແຕ່ລະຂັ້ນຕ້ອງຖືເອົາວຽກງານການເມືອງແນວຄິດເປັນວຽກງານແຖວ ໜ້າເກາະຫ້ອຍເຂົ້າທຸກຂົງເຂດວຽກງານ ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ ມີສະຕິຕື່ນຕົວຕໍ່ໜ້າທີ່ການເມືອງ, ມີແນວຄິດຫລັກໝັ້ນ ຊົນຊັ້ນປະຕິວັດຢ່າງແທ້ຈິງ, ຕັ້ງໜ້າປັບປຸງກໍ່ສ້າງພັກ,ພະນັກງານ ສະມາຊິກພັກ ໃຫ້ມີລະດັບຄວາມຮູ້ຄວາມສາມາດດ້ານທິດສະດີ ກໍ່ຄືພາກ ປະຕິບັດຕົວຈິງທີ່ແນ່ນອນ, ເພີ່ມທະວີການເຕົ້າໂຮມຄວາມສາມັກຄີເປັນ ເອກະພາບພາຍໃນພັກ, ຮັກສາລະບອບດໍາເນີນຊີວິດການເມືອງຂອງພັກ ໃຫ້ເປັນປົກກະຕິ ໂດຍຖືເອົາການຕໍານິຕິຊົມເຊິ່ງກັນແລະກັນ ເພື່ອກໍ່ສ້າງ ຊ່ວຍເຫລືອກັນເຮັດໃຫ້ພາຍໃນພັກ ກໍ່ຄືກົມກອງມີຄວາມສະຫງົບ, ມີຄວາມໂປ່ງໃສ, ສືບຕໍ່ປັບປຸງເສີມຂະຫຍາຍແບບແຜນວິທີນໍາພາ, ແບບແຜນວິທີເຮັດວຽກ ມີການກວດກາປະເມີນຜົນພາຍໃນພັກ ຢ່າງເຂັ້ມງວດ.

ພາບ-ຂ່າວ: ຄຳໝັ້ນ ຄົງວິໄລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments