Saturday, July 27, 2024
Homeຂ່າວການເມືອງມອບ-ຮັບໜ້າທີ່ ລັດຖະມົນຕີ, ຫົວໜ້າ ຫສນຍ ຄົນໃໝ່

ມອບ-ຮັບໜ້າທີ່ ລັດຖະມົນຕີ, ຫົວໜ້າ ຫສນຍ ຄົນໃໝ່

ພິທີມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ລັດຖະ ມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ(ຫສນຍ) ຜູ້ເກົ່າ ແລະ ສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ ຜູ້ໃໝ່ ຈັດຂຶ້ນໃນວັນທີ 10 ພຶດສະພາ 2024 ໂດຍການເຂົ້າຮ່ວມເປັນສັກຂີພິຍານ ແລະ ໃຫ້ກຽດໂອ້ລົມ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ຫສນຍ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ໃນພິທີ, ສະຫາຍ ທອງຈັນ ໂຂງພູມຄໍາ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານບັນດານິຕິກໍາທີ່ກ່ຽວ ຂ້ອງ ເປັນຕົ້ນ ຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍ ສະຫາຍ ອາລຸນໄຊ ສູນນະລາດ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ ຢູ່ແຂວງຈຳປາສັກ; ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ, ເປັນເລຂາຄະນະບໍລິຫານງານພັກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ຜ່ານລັດຖະດຳລັດ ວ່າດ້ວຍການແຕ່ງຕັ້ງທ່ານ ບົວຄົງ ນາມມະວົງ ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ. ພ້ອມນີ້, ຍັງໄດ້ຜ່ານລັດຖະດໍາລັດ ວ່າດ້ວຍການແຕ່ງຕັ້ງ ທ່ານ ຄຳເຈນ ວົງໂພສີ ເປັນລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ.

ຈາກນັ້ນ, ສະຫາຍ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ (ຜູ້ເກົ່າ) ກໍໄດ້ລາຍງານກ່ຽວກັບການນຳພາ-ຊີ້ນຳ ວຽກງານຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນໄລຍະເວລາ 2 ປີກວ່າທີ່ຜ່ານມາ ໂດຍໄດ້ສຸມໃສ່ປັບປຸງ ແລະ ຫລຸດຂັ້ນຂອດໃນການບໍລິຫານວຽກງານ ເຮັດໃຫ້ວຽກງານການເປັນເສນາທິການ, ປະສານງານ ແລະ ບໍລິການຮັບໃຊ້ ມີຄວາມວ່ອງໄວ, ມີປະສິດທິຜົນສູງຂຶ້ນ ແລະ ມີການຫັນປ່ຽນທີ່ຕັ້ງໜ້າໃນຫລາຍດ້ານ; ໄດ້ສ້າງການຫັນປ່ຽນ ດ້ວຍທິດ 3 ຫັນ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ຂອງ 5 ໜ່ວຍພັກຮາກຖານ; ໄດ້ປັບປຸງກໍ່ສ້າງພັກ-ພະນັກງານ ຕາມທິດກໍ່ສ້າງພັກ ປອດໃສ, ໜັກແໜ້ນ, ເຂັ້ມແຂງ; ສາມາດສ້າງໄດ້ຄວາມສາມັກຄີເປັນເອກະພາບພາຍໃນ; ສະມາຊິກພັກ-ພະນັກງານ ມີຄວາມອຸ່ນອຽນ-ທຸ່ນທ່ຽງ ເຄື່ອນໄຫວເຮັດໜ້າທີ່ວຽກງານມີຜົນສໍາເລັດ; ໄດ້ເອົາໃຈໃສ່ວຽກງານກວດກາ ເປັນບັນ ຫາສຳຄັນ; ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ໄດ້ຮັບການປັບປຸງປົວແປງ; ສຳເລັດແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນ ຫສນຍ ຄຸ້ມຄອງ; ເອົາໃຈໃສ່ຊີ້ນໍາ 3 ອົງການຈັດ ຕັ້ງມະຫາຊົນ; ຈັດຕັ້ງພະນັກງານ ແລະ ສະມາຊິກອົງການຈັດຕັ້ງມະຫາຊົນ ລົງເຮັດວຽກກໍ່ສ້າງຮາກຖານຢູ່ທ້ອງຖິ່ນ; ສຳເລັດ ແລະ ຮັບ ຮອງແຜນຍຸດທະສາດພັດທະນາບຸກຄະລາກອນໄລຍະ 10 ປີ, ແຜນດຳເນີນງານຂອງ ຫສນຍ; ເອົາໃຈໃສ່ການຝຶກອົບຮົມໃຫ້ພະນັກງານ; ດ້ານວິຊາສະເພາະ ໄດ້ຮັບການພັດທະນາດີຂຶ້ນ, ໄດ້ຄົ້ນຄວ້າການນຳໃຊ້ໂປຣແກຣມໃນການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດທິດຊີ້ນຳຂອງລັດຖະບານ; ໄດ້ປະຕິບັດທິດທາງສ້າງບາດລ້ຽວໃໝ່ ໃນການເປັນເສນາທິການທີ່ດີ ແລະ ເກັ່ງ, ຮັບປະກັນຄວາມຖືກຕ້ອງ ແລະ ໂປ່ງໃສ ໃຫ້ແກ່ລັດຖະບານ, ທ່ານ ນາຍົກລັດຖະ ມົນຕີ, ບັນດາທ່ານຮອງນາຍົກລັດຖະມົນຕີ ໃນການພິຈາລະນາຕົກລົງ ແລະ ຕັດສິນບັນຫາຕ່າງໆ. ພາຍຫລັງການລາຍງານ, ກໍໄດ້ມີພິທີລົງນາມມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ.

ໂອກາດດຽວກັນ, ສະຫາຍ ຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານ ໃນການນໍາພາ-ຊີ້ນຳວຽກງານທີ່ໄດ້ຮັບມອບໝາຍ ຂອງສະຫາຍ ອາລຸນໄຊ ສູນນະລາດ ແລະ ສະຫາຍ ບົວຄົງ ນາມມະວົງ ໃນໄລຍະຜ່ານມາ ເຊິ່ງມີຜົນສຳເລັດພົ້ນເດັ່ນຫລາຍດ້ານ ແລະ ໄດ້ຮັບຄວາມເຊື່ອໝັ້ນ, ໄວ້ເນື້ອເຊື່ອໃຈ ຈາກກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ລັດຖະບານ ມອບໝາຍໜ້າທີ່ໃໝ່ທີ່ສຳຄັນໃຫ້ໃນຄັ້ງນີ້. ພ້ອມນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ກໍໄດ້ຕາງໜ້າກົມການເມືອງສູນກາງພັກ ແລະ ລັດ ຖະບານ ໄດ້ຊີ້ນໍາໃຫ້ສະຫາຍ ລັດຖະມົນຕີ, ຫົວໜ້າ ຫສນຍ ຜູ້ໃໝ່ ກໍຄື ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວ ຫສນຍ ໃຫ້ເອົາໃຈໃສ່ບາງບັນຫາສຳຄັນ ຄື: ສືບຕໍ່ຮັກສາຄວາມສາມັກຄີເປັນເອກະພາບ, ປະຕິບັດແບບແຜນວິທີເຮັດວຽກ ຕາມຫລັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ມອບໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ; ຕັ້ງໜ້າຮໍ່າຮຽນນໍາວຽກຕົວຈິງ, ຮຽນນໍາໝູ່ຄະນະ, ຮຽນນໍາມະຫາຊົນ, ຈິງໃຈຊ່ວຍເຫລືອ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ຕ້ານທັດສະນະແນວຄິດໃນຕົວ ຫລື ໂຍນຄວາມຮັບຜິດຊອບໃຫ້ກັນ ແລະ ໃສ່ຮ້າຍປ້າຍສີສິ່ງທີ່ບໍ່ດີ; ເອົາໃຈໃສ່ດໍາເນີນຊີວິດການເມືອງເປັນປົກກະຕິ, ຕຳນິຕິຊົມ ເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ; ມີແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດ; ຖືສໍາຄັນ ແລະ ເອົາໃຈໃສ່ການກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ; ເອົາໃຈໃສ່ກໍ່ສ້າງພັກທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ; ຕັ້ງໜ້າປັບປຸງແບບແຜນນໍາພາ ຂອງອົງຄະນະພັກ, ປັບປຸງແກ້ໄຂຂໍ້ຂາດຕົກບົກພ່ອງ ແລະ ຝຶກຝົນຫລໍຫລອມຕົນເອງໃຫ້ດີຂຶ້ນ. ຕ້ອງປັບປຸງຢ່າງຈິງຈັງ ວຽກງານພະນັກງານ, ນັບແຕ່ການສ້າງ ແລະ ປະຕິບັດແຜນກຳນົດພະນັກງານ; ການເລືອກເຟັ້ນ ແລະ ສັບຊ້ອນພະນັກງານ; ການປະຕິບັດນະໂຍບາຍ ແລະ ສະຫວັດດີການ ຕໍ່ພະນັກງານ; ການເພີ່ມທະວີການຄຸ້ມຄອງ ຕິດຕາມກວດກາ ແລະ ປະຕິບັດວິໄນ ຕໍ່ພະນັກງານຢ່າງຖືກຕ້ອງເຂັ້ມງວດ; ຍູ້ແຮງການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ຢ່າງຖືກຕ້ອງເໝາະສົມ, ທັນການ, ຖືກທິດ ແລະ ທົ່ວເຖິງ. ສືບຕໍ່ສຸມໃສ່ຍົກສູງບົດບາດ ແລະ ຄຸນນະພາບ ການກຳແໜ້ນສະພາບການ, ການຄົ້ນຄວ້າ-ສັງຮວມ, ການກວດກາ-ກັ່ນກອງ, ການບັນນາທິການ ແລະ ການສະເໜີທັດສະນະ, ຄວາມຄິດເຫັນຊ່ວຍການນໍາໃຫ້ຮອບດ້ານ, ເລິກເຊິ່ງ ແລະ ແທດເຖິງຕົວຈິງ; ເອົາໃຈໃສ່ສ້າງ ແລະ ປັບ ປຸງໂຄງການດໍາເນີນງານ, ແຜນການເຄື່ອນໄຫວວຽກງານຂອງລັດຖະບານ, ນາຍົກ-ບັນດາຮອງນາຍົກລັດຖະມົນຕີ ແຕ່ລະໄລຍະໃຫ້ລະອຽດ ແລະ ສອດຄ່ອງກວ່າເກົ່າ; ຊ່ວຍອໍານວຍຄວບຄຸມ, ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ແຈ້ງການ ແລະ ນິຕິກຳຕ່າງໆ ທັງຢູ່ສູນກາງ ແລະ ທ້ອງຖິ່ນ; ຍົກສູງຄວາມສາມາດເປັນເສນາທິການໃນການກະກຽມ ແລະ ດຳເນີນກອງປະຊຸມລັດຖະບານ, ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ, ກອງປະຊຸມກັບຂະແໜງການຕ່າງໆ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນ; ເອົາໃຈໃສ່ວິເຄາະ, ວິໄຈ, ກັ່ນກອງຂໍ້ມູນ-ຂ່າວສານ, ສະພາບຄວາມບໍ່ສະຫງົບ ແລະ ປະກົດການຫຍໍ້ທໍ້ຕ່າງໆ ຕະຫລອດຮອດສະພາບພົ້ນເດັ່ນ ທາງດ້ານເສດຖະກິດ-ສັງຄົມ ແລະ ການເມືອງພາຍໃນ ແລະ ຕ່າງປະເທດ ແລະ ສະເໜີວິທີແກ້ໄຂ ເພື່ອເປັນຂໍ້ມູນໃນການຊີ້ນໍາ ແລະ ພິຈາລະນາຕົກລົງບັນຫາຕ່າງໆ; ປັບປຸງ ແລະ ເພີ່ມທະວີການປະສານງານ ກັບແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ເຮັດໃຫ້ການເຄື່ອນໄຫວກົມກຽວ, ຊ່ວຍໜູນເຊິ່ງກັນ ແລະ ກັນ; ເອົາໃຈໃສ່ເປັນພິເສດຕໍ່ການຮັກສາຄວາມລັບທາງລັດຖະການ; ຍົກສູງບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ໃນວຽກງານໂຄສົກລັດຖະ ບານ, ການສະໜອງຂໍ້ມູນຂ່າວສານ, ການໂຄສະນາເຜີຍແຜ່ ຕ້ອງວ່ອງໄວ ແລະ ຮັບປະກັນຄຸນນະພາບ, ການແກ້ຂ່າວບິດເບືອນ ໃຫ້ທັນການ. ພ້ອມກັນນັ້ນ, ຂໍ້ມູນຈາກລັດຖະບານ ຫາປະຊາຊົນ ແລະ ຈາກປະຊາຊົນ ເຖິງ ລັດຖະ ບານ ຕ້ອງຊັດເຈນ, ແທດຕົວຈິງ ແລະ ທັນການ.

ໃນຕອນທ້າຍ, ສະຫາຍ ບົວຄົງ ນາມມະວົງ ໄດ້ກ່າວຮັບຄຳໂອວາດ, ພ້ອມທັງຢືນຢັນວ່າ ຈະສຸມສະຕິປັນຍາ, ເຫື່ອແຮງ, ຄວາມຮູ້ຄວາມສາມາດ ແລະ ປະສົບການຂອງຕົນ ຮ່ວມກັບຄະນະພັກ, ຄະນະນໍາ ແລະ ພະ ນັກງານ ຫສນຍ ສືບຕໍ່ເສີມຂະຫຍາຍບົດຮຽນ, ຜົນສໍາເລັດອັນເປັນພື້ນຖານ, ບົດຮຽນອັນລໍ້າຄ່າ ທີ່ທາງຄະນະນໍາແຕ່ລະຮຸ່ນ, ພະນັກງານ, ສະມາຊິກພັກ ຫສນຍ ໄດ້ສ້າງໄວ້; ຈົງຮັກພັກດີ ຕໍ່ພັກ-ຕໍ່ລັດ ຕໍ່ອຸດົມການສັງຄົມນິຍົມ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານ ດ້ວຍຄວາມຮັບຜິດຊອບສູງ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນແໜ້ນແຟ້ນ, ປະຕິບັດພາລະບົດບາດ ເປັນເສນາທິການ, ເປັນໃຈກາງປະສານງານ ແລະ ບໍລິຫານຮັບໃຊ້ ໃຫ້ແກ່ການເຄື່ອນໄຫວວຽກງານ ຂອງລັດຖະບານ, ນາຍົກລັດຖະມົນຕີ ແລະ ບັນດາຮອງນາຍົກລັດຖະມົນຕີ ຕາມໜ້າທີ່, ຂອບເຂດສິດ, ຫລັກການ ແລະ ແບບແຜນວິທີເຮັດວຽກ ຂອງ ຫສນຍ ໄດ້ກໍານົດໄວ້; ຈະສືບຕໍ່ປະຕິບັດ ມະຕິ, ແຜນວຽກ, ແຜນດໍາເນີນງານ ທີ່ອົງຄະນະພັກ, ຄະນະນໍາ ຫສນຍ ວາງອອກ ໃຫ້ໄດ້ຮັບໝາກຜົນເປັນຢ່າງດີ.

ຂ່າວ: ກົມປະຊາສຳພັນ ຫສນຍ.

ພາບ: ອ່າຍຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments