Saturday, July 27, 2024
Homeທ່ອງທ່ຽວການຂົນສົ່ງສິນຄ້າຈາກໄທ ໄປ ສປ ຈີນ ຜ່ານທາງລົດໄຟ ເປັນການຂົນສົ່ງທີ່ປະຢັດ ແລະ ວ່ອງໄວ

ການຂົນສົ່ງສິນຄ້າຈາກໄທ ໄປ ສປ ຈີນ ຜ່ານທາງລົດໄຟ ເປັນການຂົນສົ່ງທີ່ປະຢັດ ແລະ ວ່ອງໄວ

ປັດຈຸບັນພາຍຫລັງທີ່ ລັດຖະບານ 2 ປະເທດ ລາວ ແລະ ສປ ຈີນ ເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ເຊິ່ງເປັນການເຊື່ອມໂຍງດ້ານການຂົນສົ່ງຜ່ານທາງລົດໄຟ ທີ່ເຮັດໃຫ້ການບໍລິການຂົນສົ່ງສິນຄ້າຕ່າງໆຈາກ ສປປ ລາວ ແລະ ຣາຊະອານາຈັກໄທ ໄປ ສປ ຈີນ ມີຄວາມສະດວກສະບາຍ, ປະຢັດ ແລະ ວ່ອງໄວ.

ຕາມການລາຍງານຈາກ ຜູ້ປະກອບການສົ່ງອອກສິນຄ້າ ຈາກຣາຊະອານາຈັກໄທ ໄດ້ໃຫ້ຮູ້ວ່າ: ການຂົນສົ່ງຜ່ານທາງລົດໄຟ ໄດ້ເລີ່ມຕົ້ນດ້ວຍການຂົນທຸລຽນ ລະດູການທຳອິດ ຂອງພາກຕາເວັນອອກຂອງໄທ ໄປຍັງແຂວງຢຸນນານ ສປ ຈີນ ເປັນການເຊື່ອງໂຍງການຂົນສົ່ງຜ່ານທາງລົດໄຟ ໄທ-ລາວ-ຈີນ ແມ່ນມີຄວາມສຳຄັນຫລາຍ ເນື່ອງຈາກ ການຂົນສົ່ງທາງລາງໃຊ້ເວລາສັ້ນກວ່າຂົນສົ່ງຜ່ານລົດຄອນເທັນເນີ ເຊິ່ງໃຊ້ເວລາຈາກຣາຊະອານາຈັກໄທ ໄປ ສປ ຈີນ 3 ວັນ ເຮັດໃຫ້ທຸລຽນຂອງໄທ ໄປເຖິງມືລູກຄ້າໄດ້ໄວ, ສົດ ແລະ ຍັງຮັກສາຄຸນນະພາບໄດ້ດີ ເຊິ່ງການເຊື່ອມໂຍງຜ່ານທາງລົດໄຟນີ້ ເປັນການຂົນສົ່ງທີ່ປະຢັດ ແລະ ວ່ອງໄວ.

ສະເພາະວັນທີ 11 ພຶດສະພາ 2024 ນີ້, ໝາກໄມ້ຕາມລະດູການ ໂດຍສະເພາະໝາກທຸລຽນ ຈາກພາກຕາເວັນອອກຂອງໄທ ຈຳນວນ 23 ຕູ້ຄອນເທັນເນີ ໄດ້ມາເຖິງສະຖານີລົດໄຟທ່ານາແລ້ງ ເພື່ອສົ່ງຕໍ່ໄປຍັງແຂວງຢຸນນານ ສປ ຈີນ, ມູນຄ່າການຂົນສົ່ງແມ່ນ 137.000 ໂດລາສະຫະລັດ/ຕູ້ ເຊິ່ງລະດູການຂົນສົ່ງໝາກໄມ້ ແມ່ນຢູ່ໃນລະຫວ່າງເດືອນເມສາ ຫາເດືອນ ກໍລະກົດ ຂອງທຸກໆປີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments