Saturday, July 27, 2024
Homeທ່ອງທ່ຽວກຽມພັດທະນາແຫລ່ງທ່ອງທ່ຽວອຸທິຍານນໍ້າຕົກຕາດແຊ ທ້າວບາຈຽງ ​

ກຽມພັດທະນາແຫລ່ງທ່ອງທ່ຽວອຸທິຍານນໍ້າຕົກຕາດແຊ ທ້າວບາຈຽງ ​

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ພິທີເຊັນສັນຍາສໍາປະທານ ໂຄງການແຫລ່ງທ່ອງທ່ຽວອຸທິຍານນໍ້າຕົກຕາດແຊ ທ້າວບາຈຽງ ​ເນື້ອທີ່ຫລາຍກວ່າ 14 ເຮັກຕາ ຢູ່ບ້ານຫົວແຊ ເມືອງບາຈຽງຈະເລີນສຸກ, ແຂວງຈໍາປາສັກ ລະຫວ່າງ​ ອົງການປົກຄອງແຂວງຈຳປາສັກ ຕາງໜ້າໂດຍ ພະແນກແຜນການ ແລະ ການລົງທຶນແຂວງ ກັບ ບໍລິສັດ ຫົງຄໍາຂຸດຄົ້ນແຮ່-ຊາຍ ຈໍາກັດຜູ້ດຽວ ໃນວັນທີ​ 10 ພຶດສະພາ 2024​ ທີ່ພະແນກ​ແຜນການ​ ແລະ​ ການລົງທຶນ​ແຂວງ ຕາງໜ້າລົງນາມຄັ້ງນີ້ໂດຍ ທ່ານ​ ສຸກສະຫວັນ​ ວິໄລວົງ ຫົວໜ້າ​ພະແນກ​ແຜນການ​ ແລະ​ ການລົງທຶນ​ແຂວງຈຳປາສັກ, ທ່ານ ສຸກປະສິດ ບຸດດາວົງ ຜູ້ອໍານວຍ ການ ບໍລິສັດ ຫົງຄໍາຂຸດຄົ້ນແຮ່-ຊາຍ ຈໍາກັດຜູ້ດຽວ ໂດຍການເຂົ້າຮ່ວມຂອງ​ ທ່ານສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງຈໍາປາສັກ, ທ່ານ​ ສົມບູນ​ ເຮືອງວົງສາ​ ຮອງເຈົ້າແຂວງຈໍາປາສັກ ພ້ອມດ້ວຍການນໍາພະແນກການກົມກອງທີ່ກ່ຽວຂ້ອງອ້ອມຂ້າງແຂວງ,​ ຂະແໜງ​ການ​ ແລະ​ ພະນັກງານ​ວິຊາການທີ່ກ່ຽວຂ້ອງທັງສອງຝ່າຍ​ ເຂົ້າຮ່ວມເປັນສັກຂີພິຍານ.​

ໂຄງການພັດທະນາແຫລ່ງທ່ອງທ່ຽວອຸທິຍານນໍ້າຕົກຕາດທ້າວບາຈຽງ ໄດ້ເຊັນບົດບັນທຶກໃນການອະນຸຍາດສຶກສາສໍາຫລວດ ໃນຄັ້ງວັນທີ 5 ເມສາ 2023, ເຊິ່ງໄດ້ຜ່ານການສຶກສາ ສໍາຫລວດ, ໄດ້ຜ່ານກອງປະຊຸມ ເຈົ້າແຂວງ, ຮອງເຈົ້າແຂວງ ໃນຄັ້ງວັນທີ 21 ມີນາ 2024, ໄດ້ຮັບໃບຢັ້ງຢືນສິ່ງແວດລ້ອມ ສະບັບເລກທີ 1163/ພຊສ.ຈສ ລົງວັນທີ 19 ທັນວາ 2023 ແລະ ໄດ້ຮັບຂໍ້ຕົກລົງອະນຸຍາດ ຂອງເຈົ້າແຂວງຈໍາປາສັກ ສະບັບເລກທີ 457/ຈຂ.ຈສ ລົງວັນທີ 30 ເມສາ 2024, ເຊິ່ງສັນຍາສຳປະທານປະກອບດ້ວຍ 20 ມາດຕາ, ອາຍຸການລົງທຶນ 45 ປີ, ມູນຄ່າການ ລົງທຶນທັງໝົດ 3.546.460 ໂດລາສະຫະລັດ, ເນື້ອທີ່ດິນສໍາປະທານ 14 ກວ່າເຮັກຕາ, ແບ່ງອອກເປັນ 3 ເຂດຄື: ເຂດທີ 01: ເນື້ອທີ່ດິນສໍາປະທານ ພື້ນທີ່ເຂດອະນຸລັກ ພັດທະນາເປັນເຂດສີຂຽວ ເປັນຈຸດອະນຸລັກ ປ່າໄມ້ນາໆພັນ, ເຂດປ່າປ້ອງກັນ, ເຂດປູກປ່າໄມ້ທົດແທນ ແລະ ອື່ນໆ ມີເນື້ອທີ່ດິນ 64.854 ຕາແມັດ; ເຂດທີ 02: ເນື້ອທີ່ດິນສໍາປະທານ ພື້ນທີ່ດິນບໍລິເວນນໍ້າຕົກຕາດ, ບໍລິເວນນໍ້າຫ້ວຍຍາງ ມີເນື້ອທີ່ດິນ 30.179 ຕາແມັດ. ສຳລັບເຂດທີ 03: ເນື້ອທີ່ດິນສໍາປະທານ ພື້ນທີ່ພັດທະນາທ່ອງທ່ຽວ ຈໍານວນ 44.967 ຕາແມັດ.

ສ່ວນກິດຈະການລົງທຶນປະກອບດ້ວຍ ພື້ນທີ່ພັດທະນາທ່ອງທ່ຽວ: ລົງທຶນໃນການພັດທະນາ ຣີສອດ, ຫ້ອງປະຊຸມ, ຮ້ານອາຫານ, ຈຸດຊົມວິວ. ພື້ນທີ່ເຂດອະນຸລັກພັດທະນາເປັນເຂດສີຂຽວ: ປູກໄມ້ອຸດສາຫະກຳປົກປັກຮັກສາປ່າໄມ້, ຂົວເຫລັກ ແລະ ອູ່ສະຫລິງ ເພື່ອການທ່ອງທ່ຽວອະນຸລັກທຳມະຊາດມີຄວາມຍືນຍົງ.

ຂ່າວ-ພາບ: ຈັນທະວີສັກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments