Saturday, July 27, 2024
Homeຂ່າວການເມືອງມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງ-ຮັກສາການເຈົ້າແຂວງບໍ່ແກ້ວ ຜູ້ໃໝ່

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງ-ຮັກສາການເຈົ້າແຂວງບໍ່ແກ້ວ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍ່ແກ້ວ (ຜູ້ເກົ່າ) ແລະ ທ່ານ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາຄະ ນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງບໍ່ແກ້ວ(ຜູ້ໃໝ່) ຈັດຂຶ້ນໃນວັນທີ 8 ພຶດສະພາ 2024 ທີ່ແຂວງບໍ່ແກ້ວ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົອ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍຄະ ນະນໍາສູນກາງ, ພະນັກງານການນໍາຂອງແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ລັດວິສາຫະກິດ, ສະພາປະຊາຊົນ ແລະ ບັນດາເຈົ້າເມືອງເຂົ້າຮ່ວມ.

ໃນພິທີ, ທ່ານ ທອງຈັນ ໂຂງພູມຄໍາ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່ ໂດຍໄດ້ຍົກຍ້າຍ ທ່ານ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ (ຜູ້ເກົ່າ) ໄປຮັບໜ້າທີ່ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ຜ່ານມະຕິຕົກລົງຂອງກົມການເມືອງ ວ່າດ້ວຍການແຕ່ງຕັ້ງ ທ່ານ ທອງຈັນ ມະນີໄຊ ກໍາມະການສູນກາງພັກ, ເປັນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງບໍ່ແກ້ວ (ຜູ້ໃໝ່).

ໂອກາດນີ້, ທ່ານ ບົວຄົງ ນາມມະວົງ ໄດ້ຜ່ານບົດສະຫລຸບຫຍໍ້ ໃນການນຳພາ-ຊີ້ນຳ ວຽກງານ ຕະຫລອດໄລຍະທີ່ທ່ານດຳລົງຕຳແໜ່ງ ເປັນເຈົ້າແຂວງ 6 ປີທີ່ຜ່ານມາ, ພ້ອມທັງກ່າວມອບໜ້າທີ່ ໃຫ້ເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງຜູ້ໃໝ່. ຈາກນັ້ນ, ທ່ານ ທອງຈັນ ມະນີໄຊ ກໍໄດ້ກ່າວຮັບໜ້າທີ່, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຈັດຕັ້ງປະຕິບັດທິດທາງ ແລະ ຄາດໝາຍສູ້ຊົນທີ່ທ່ານເຈົ້າແຂວງຜູ້ເກົ່າວາງໄວ້ໄລຍະຜ່ານມາ ໃນການຮັກສາທ່ວງທ່າ ການຈະເລີນເຕີບໂຕທາງດ້ານເສດຖະກິດ-ສັງຄົມ ຂອງແຂວງ, ການແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ຕິດພັນກັບວຽກງານສາມສ້າງຢ່າງໜັກແໜ້ນ, ລວມທັງການແກ້ໄຂຄວາມທຸກຍາກຂອງປະຊາຊົນ. ພ້ອມນັ້ນ, ກໍໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ຢ່າງເປັນທາງການ.

ໃນໂອກາດດຽວກັນ, ທ່ານ ພົອ ວິໄລ ຫລ້າຄໍາຟອງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະບໍລິຫານງານພັກແຂວງບໍ່ແກ້ວ ທີ່ເຮັດສໍາເລັດຕາມໜ້າທີ່ ຕາມການມອບໝາຍຂອງພັກ, ແຜນພັດທະ ນາເສດຖະກິດ-ສັງຄົມຂອງລັດ ໃນໄລຍະຜ່ານມາ. ພ້ອມນີ້, ທ່ານໄດ້ຍົກໃຫ້ເຫັນ ເຖິງຄວາມຈຳເປັນພາວະວິໄສ ໃນການສັບຊ້ອນພະນັກງານການນຳຂັ້ນສູງ ໃນຄັ້ງນີ້ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່. ນອກຈາກນັ້ນ, ທ່ານກໍໄດ້ຮຽກຮ້ອງໃຫ້ ເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງຜູ້ໃໝ່ ຕ້ອງມີວິໄສທັດໃນການເບິ່ງບັນຫາ, ເພີ່ມທະວີຄວາມສາມັກຄີເປັນເອກະພາບໃນການນຳພາໝູ່ຄະນະ, ເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ປັບປຸງແບບແຜນນຳພາ, ແບບແຜນດຳລົງຊີວິດ, ເປັນແບບຢ່າງແກ່ມະຫາ ຊົນ, ສ້າງໄດ້ຄວາມເຊື່ອໝັ້ນ ແລະ ເສີມຂະຫຍາຍມູນເຊື້ອທີ່ດີຂອງແຂວງ ເພື່ອນຳພາ ແລະ ປຸກລະດົມກຳລັງແຮງຂອງສັງຄົມ ພ້ອມກັນສ້າງສາພັດທະນາແຂວງບໍ່ແກ້ວ ໃຫ້ຈະເລີນກ່າວໜ້າຂຶ້ນກວ່າເກົ່າ.

ໂດຍ: ມ່ວນ ແກ້ວດວງຕາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments