Home ຂ່າວໜ້າໜຶ່ງ ການຝຶກຊ້ອມຕອບໂຕ້ໄພພິບັດສຸກເສີນລະຫວ່າງພົນລະເຮືອນ ແລະ ທະຫານ

ການຝຶກຊ້ອມຕອບໂຕ້ໄພພິບັດສຸກເສີນລະຫວ່າງພົນລະເຮືອນ ແລະ ທະຫານ

0
65

ລະຫວ່າງວັນທີ 6-10 ພຶດສະພາ 2024 ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ ຈັດກອງປະຊຸມຝຶກອົບຮົມການຝຶກຊ້ອມຕອບໂຕ້ໄພພິບັດສຸກເສີນ, ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ສູນກາງ ກ່ຽວກັບກົນໄກການປະສານງານລະຫວ່າງພົນລະເຮືອນ ແລະ ທະຫານ ໃນການຕອບໂຕ້ໄພພິບັດສຸກເສີນ. ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ກິນດາວົງ ຫຼວງຣາຊ ຮອງຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ນາງ ສົມເພັດ ແສງດາລາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ທ່ານ ພັນໂທ ໂຈຊົວ ໂລ່ດີເກຣດ (Joshua Rodriguez) ທີ່ປືກສາທູດຝ່າຍປ້ອງກັນຊາດ, ຫ້ອງການທູດທະຫານສະຫະລັດອາເມລິກາ ປະຈຳພາກພື້ນອິນໂດ-ປາຊີຟິກ ທ່ານ ໂຈເຊັບ ມາຕິນ ອຳນວຍການສູນຄຸ້ມຄອງໄພພິບັດ ແລະການຊ່ວຍເຫຼືອດ້ານມະນຸດສະທຳ (CFE-DM) ລັດຮາວາຍ ສະຫະລັດອາເມລິກາ. ພ້ອມດ້ວຍທີມງານຈາກສູນກາງ ແລະ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ຈາກພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້, ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດທັງຂັ້ນສູນກາງ ແລະ ຂັ້ນແຂວງ ກ່ຽວກັບກົນໄກປະສານງານ ລະຫວ່າງ ພາກພົນລະເຮືອນ ແລະ ທະຫານ ໃນການຕອບໂຕ້ໄພພິບັດ ສຸກເສີນ ເຊິ່ງປະກອບມີພາກທິດສະດີ ແລະ ພາກປະຕິບັດຕົວຈິງລົງເລິກທາງດ້ານການວາງແຜນ ແລະ ກົນໄກການປະສານງານ ໃນການຕອບໂຕ້ໄພພິບັດລະຫວ່າງພົນລະເຮືອນ ແລະ ທະຫານ ໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ຂັ້ນແຂວງ.

ພ້ອມດຽວກັນນີ້ກອງປະຊຸມໄດ້ນຳສະເໜີກ່ຽວກັບເປົ້າໝາຍລວມຂອງການວາງແຜນເພື່ອກະກຽມຝຶກຊ້ອມຕອບໂຕ້ກັບໄພພິບັດ ຂອງກອງບັນຊາການກອງທັບສະຫະລັດອາເມລິກາ ປະຈຳພາກພື້ນອິນໂດ-ປາຊີຟິກ ແລະ ສະພາບລວມຂອງການຄຸ້ມຄອງໄພພິບັດທາງທຳມະຊາດ ຢູ່ແຂວງອຸດົມໄຊໃນໄລຍະຜ່ານມາ.

ນອກຈາກນັ້ນ, ຍັງໄດ້ກຳນົດເນື້ອໃນຫົວຂໍ້ທີ່ຈະຈັດການຝຶກຊ້ອມ ໂດຍການຈຳລອງເຫດການໄພພິບັດ ເຊິ່ງຍົກໃຫ້ເຫັນສະພາບໄພພິບັດທີ່ອາດຈະເກີດຂື້ນ ເພື່ອໃຫ້ສຳມະນາກອນໄດ້ຖາມ-ຕອບ ຂໍ້ຂ້ອງໃຈ ແລະ ວິທີທາງແກ້ໄຂກໍລະນີເກີດເຫດສຸກເສີນຂື້ນ ທັງເປັນກະການກຽມຄວາມພ້ອມໃນການຮັບມືກັບໄພພິບັດ ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດໃນການໂຕ້ຕອບ ແລະປະສານງານໃນເວລາເກີດໄພພິບັດທຂັມບ ເພື່ອເຮັດໃຫ້ການຮັບມືກັບໄພພິບັດໄດ້ຢ່າງມີປະສິດທິພາບ ແລະ ທັນກັບສະພາບການ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here