Saturday, July 27, 2024
Homeຂ່າວໜ້າໜຶ່ງເປີດວາງສະແດງຮູບພາບ ວັນໄຊຊະນະບັ້ນຮົບປົດປ່ອຍດຽນບຽນຟູ ຄົບຮອບ 70 ປີ

ເປີດວາງສະແດງຮູບພາບ ວັນໄຊຊະນະບັ້ນຮົບປົດປ່ອຍດຽນບຽນຟູ ຄົບຮອບ 70 ປີ

ກະຊວງປ້ອງກັນປະເທດ ເປີດງານວາງສະແດງຮູບພາບ ວັນໄຊຊະນະບັ້ນຮົບປົດປ່ອຍ ດຽນບຽນຟູ ຄົບຮອບ 70 ປີ(07 ພຶດສະພາ 1954-07 ພຶດສະພາ 2024) ໃນວັນທີ 6 ພຶດສະພາ 2024 ໂດຍການເຂົ້າຮ່ວມຂອງ ທ່ານນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ທ່ານ ພົທ ວົງຄໍາ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ ຫຽດນາມ ປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພົທ ວົງຄໍາ ພົມມະກອນ ໄດ້ມີຄຳເຫັນໃນພິທີວ່າ: ເມື່ອຫວນຄືນຫລັງກ່ອນນີ້ 70 ປີ (ວັນທີ 07 ພຶດສະພາ 1954) ຊຶ່ງເປັນວັນໄຊຊະນະບັ້ນຮົບດຽນບຽນຟູ ປະຫວັດສາດອັນລືຊື່ ໃນການຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ຂອງກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ໄຊຊະນະບັ້ນຮົບດຽນບຽນຟູ ບໍ່ພຽງແຕ່ບັນທຶກໄວ້ໃນປະຫວັດສາດຂອງຊາດຫວຽດນາມ ໃນສັດຕະວັດທີ 20 ເທົ່ານັ້ນ, ແຕ່ມັນຍັງມີຄວາມໝາຍ ແລະ ຄວາມສໍາຄັນຂອງເຫດການປະຫວັດສາດໂລກ ທີ່ຊາວໂລກ ແລະ ປະຊາຊົນລາວ ພວກເຮົາບໍ່ເຄີຍຫລົງລືມຫວຽດນາມ ບົນຈິດໃຈ “ເຂົ້າເມັດຫັກ-ຜັກໃບດຽວກໍ່ບິແບ່ງປັນກັນ”. ດ້ວຍນໍ້າໃຈສາມັກຄີອັນບໍລິສຸດຜຸດຜ່ອງຂອງ ປະຊາຊົນ ແລະ ກອງທັບ ລາວ-ຫວຽດນາມ ທີ່ແທ້ຈິ່ງ ແລະ ໄດ້ສືບຕໍ່ເປັນມູນເຊື້ອປະກອບສວນເຂົ້າ ໃນໄຊຊະນະອັນເປັນປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ ຄື: ບັ້ນຮົບຍຸດທະສາດ “ໂຮ່ຈີ່ມິນ” ປົດປ່ອຍ ແລະ ທ້ອນໂຮມ ປະເທດຊາດເຂົ້າເປັນໜຶ່ງ ໃນລະດູບານໃໝ່ປີ 1975 ແລະ ສ້າງກາລະໂອກາດ ພັນປີມີຄັ້ງໜຶ່ງ ໃຫ້ການປະຕິວັດລາວ ແລະ ປະຊາຊົນລາວ ລູກຮືຂຶ້ນຢຶດອໍານາດໄດ້ຢ່າງສົມບູນ ແບບ “ບົວບໍ່ຊໍ້າ ນໍ້າບໍຂຸນ” ສະຖາປະນາ ສາທາລະນາລັດ ປະຊາຊາທິປະໄຕ ປະຊາຊົນລາວ ຂຶ້ນໃນປີ 1975.

ການເປີດງານວາງສະແດງຮູບພາບ ໄຊຊະນະບັ້ນຮົບດຽນບຽນຟູ ໃນຄັ້ງນີ້, ເປັນການທົບທວນຫວນຄືນຜົນງານ-ໄຊຊະນະ ຂອງປະຊົນຫວຽດນາມອ້າຍນ້ອງ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ອັນມີປະທານ ໂຮ່ຈີ່ມິນ ເປັນຜູ້ກໍ່ຕັ້ງ ແລະ ນໍາພາຕໍ່ສູ້ເພື່ອເອກະລາດ, ເສລີພາບ ແລະ ຄວາມພາສຸກຂອງປະຊາຊົນ; ເປັນການເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງຊາດ-ສອງກອງທັບ ລາວ-ຫວຽດນາມ ໃນພາລະກິດຕໍ່ປົກປັກຮັກສາ ແລະ ສ້າງພັດທະນາປະເທດຊາດ ກໍຄື ການກໍ່ສ້າງລະບອບສັງຄົມນິຍົມທີ່ມັ່ງຄັ່ງ, ເຂັ້ມແຂງ; ເປັນການຮຽນຮູ້ເຖິງວິລະກຳອັນລໍ້າເລີດ, ຄວາມເດັດດ່ຽວໜ່ຽວແໜ້ນ ແລະ ພິລະອາດຫານຂອງກອງທັບ ແລະ ປະຊາຊົນຫວຽດນາມວິລະຊົນ ອ້າຍນ້ອງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ດ້ວຍບົດຮຽນ ແລະ ໄຊຊະນະດຽນບຽນ ໄດ້ພິສູດໃຫ້ເຫັນສັດຈະທຳຂອງຍຸກສະໄໝ ທີ່ວ່າ: ຖ້າປະເທດທີ່ຖືກກົດຂີ່ຂົ່ມເຫັງ ແຕ່ມີມະນະຈິດຕໍ່ສູ້ກູ້ຊາດທີ່ເດັດດ່ຽວ, ມີແນວທາງທີ່ຖືກຕ້ອງ, ມີຫົວຄິດປະດິດສ້າງ, ຮູ້ວິທີເຕົ້າໂຮມຄວາມສາມັກຄີຕໍ່ສູ້ເພື່ອເອກະລາດຂອງຊາດ ຈະຕ້ອງໃດ້ຮັບໄຊຊະນະ, ສັດຈະທຳອັນນີ້ໄດ້ຢັ້ງຢືນ ໃຫ້ພວກເຮົາຮັບຮູ້ມາຮອດທຸກວັນນີ້ ເຊິ່ງຈະເປັນປະໂຫຍດສໍາລັບການສຶກສາຮຽນຮູ້ກ່ຽວກັບທີ່ຕັ້ງຍຸດທະສາດ ແລະ ຄວາມໝາຍສໍາຄັນຂອງ ໄຊຊະນະບັ້ນຮົບດຽນບຽນຟູ, ຈະເຮັດໃຫ້ຜູ້ຊົມຮູ້ກ່ຽວກັບເລື່ອງແທ້ຄົນຈິງຈໍານວນໜຶ່ງ ເຊິ່ງລ້ວນແລ້ວແຕ່ເກີດມາຈາກລັດທິວິລະຊົນປະຕິວັດ ອັນເປັນໜ້າສັນລະເສີນ, ເຫັນໄດ້ຄວາມເລິກເຊິ່ງຂອງມິດຕະພາບ ແລະ ການພົວພັນສາມັກຄີພິເສດ ລະຫວ່າງສອງຊາດ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ທີ່ໄດ້ຜ່ານການທົດສອບ ແລະ ຫລໍ່ຫລອມໃນແປວໄຟຂອງສົງຄາມອັນດຸເດືອດ ທີ່ເຕັມໄປດ້ວຍການເສຍສະຫລະອັນໃຫຍ່ຫລວງ. ພ້ອມນັ້ນ, ກໍເປັນການສະແດງເຖິງຄວາມຮູ້ບຸນຄຸນຕໍ່ພະນັກງານ-ນັກຮົບ ແລະ ປະຊາຊົນລາວ ກໍຄື ພະນັກງານ-ນັກຮົບອາສາສະໝັກຫວຽດນາມ ທີ່ໄດ້ຮ່ວມກັນຕໍ່ສູ້, ເສຍສະຫລະຢ່າງບໍ່ມີຂອບເຂດເໝືອນດັ່ງສະຫາຍ, ອ້າຍນ້ອງຮ່ວມຄອບຄົວດຽວກັນ.

ຂ່າວ: ວຽງສະຫວັນ

ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments