Saturday, May 18, 2024
Homeຂ່າວພາຍໃນຍ່າງເພື່ອສຸຂະພາບ ສະຫລອງວັນກຳມະກອນສາກົນ ຄົບຮອບ 138 ປີ

ຍ່າງເພື່ອສຸຂະພາບ ສະຫລອງວັນກຳມະກອນສາກົນ ຄົບຮອບ 138 ປີ

ພິທີຍ່າງເພື່ອສຸຂະພາບ ສະເຫລີມສະຫລອງວັນກຳມະກອນສາກົນ ຄົບຮອບ 138 ປີ (1/5/1886-1/5/2024) ພາຍໃຕ້ຄໍາຂວັນ: “ຄວາມຍຸຕິທຳໃນສັງຄົມ ແລະ ວຽກທີ່ມີຄຸນຄ່າເປັນທຳສຳລັບທຸກຄົນ” ຈັດຂຶ້ນໃນວັນທີ 1 ພຶດສະພາ 2024 ຢູ່ສວນປະຕູໄຊ ນະຄອນຫລວງວຽງຈັນ ໂດຍມີທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ປະທານ, ຮອງປະທານ ສະຫະພັນກໍາມະບານກະຊວງ, ອົງການ, ນະຄອນຫລວງວຽງຈັນ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາ ກົນປະຈໍາລາວ, ພະນັກງານ-ລັດຖະກອນ, ສະມາຊິກກໍາມະບານ, ກໍາມະກອນ, ຜູ້ອອກແຮງງານ ແລະ ມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ຍົກໃຫ້ເຫັນ ປະຫວັດແຫ່ງການກໍາເນີດເຕີບໃຫຍ່ ຂອງວັນກໍາມະກອນສາກົນ ຄົບຮອບ 138 ປີ ເຊິ່ງເປັນວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງ ສຳລັບຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນໄດ້ເຕົ້າໂຮມຄວາມສາມັກຄີກັນ ລຸກຮືຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນຖານຂອງຕົນ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ ຈາກພວກນານາຍທຶນ ເຊິ່ງໃນສັດຕະວັດທີ XVIII ຫາຕົ້ນ ສັດຕະວັດທີ XIX ຊົນຊັ້ນກໍາມະກອນຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ພວກນາຍທຶນ ໄດ້ບັງຄັບໃຫ້ກຳມະກອນອອກແຮງງານ 14-15 ຊົ່ວໂມງຕໍ່ມື້ ອອກແຮງງານໜັກແຕ່ໄດ້ຄ່າແຮງງານຕໍ່າ, ການປ້ອງກັນສຸຂະພາບ, ຄວາມປອດໄພບໍ່ດີ ແລະ ບໍ່ເອົາໃຈໃສ່ຕໍ່ຊີວິດການເປັນຢູ່ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງນັບມື້ນັບຮຸນແຮງ ຍ້ອນສາຍເຫດດັ່ງກ່າວ ຈຶ່ງມີຫລາຍຂະບວນການຂອງກຳມະກອນລຸກຂຶ້ນຕໍ່ສູ້ ພົ້ນເດັ່ນກວ່າໝູ່ ໃນວັນທີ 1 ພຶດສະພາ 1886 ຢູ່ປະເທດອາເມລິກາ ຢູ່ຕົວເມືອງຊິກາໂກ ເປັນຄັ້ງທໍາອິດທີ່ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ມີການຕໍ່ສູ້ຖືເອົາເນື້ອໃນຂອງຖະແຫລ່ງການຮຽກຮ້ອງໃຫ້ພວກນາຍທຶນ ຕ້ອງປະຕິບັດຕາມການສະເໜີ ຂອງກໍາມະກອນວ່າ: ແຕ່ນີ້ຕໍ່ໄປບໍ່ໃຫ້ກໍາມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້ (8 ຊົ່ວໂມງເຮັດວຽກ, 8 ຊົ່ວໂມງຕ້ອງພັກຜອ່ນ, 8 ຊົ່ວໂມງໃຫ້ມີໂອກາດໄດ້ຮໍ່າຮຽນ). ຫລັງຈາກນັ້ນ, ໄດ້ກໍານົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ. ນັບແຕ່ນັ້ນມາ ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກໍາມະກອນ ແລະ ຜູ້ອອກແຮງງານໃນທົ່ວໂລກ, ເປັນວັນແຫ່ງມະຫາສາມັກຄີຂອງຊົນຊັ້ນກຳມະກອນທົ່ວໂລກ ທີ່ໄດ້ສະແດງພະລັງແຮງທີ່ເຂັ້ມແຂງຂອງຕົນ ແລະ ມີການສະເຫລີມສະຫລອງຢ່າງຄຶກຄື້ນ ໃນແຕ່ລະປີ ຢູ່ຫລາຍປະເທດໃນທົ່ວໂລກ.

ສໍາລັບ ສປປ ລາວ ພັກ-ລັດຖະບານ ໄດ້ມອບໝາຍຄວາມຮັບຜິດຊອບອັນສໍາຄັນໃຫ້ສູນກາງສະຫະພັນກໍາມະບານລາວ ຈັດຕັ້ງງານສະເຫລີມສະຫລອງ ເພື່ອເຮັດໃຫ້ວັນດັ່ງກ່າວ, ມີຄວາມໝາຍຄວາມສໍາຄັນ, ສ້າງຄວາມເຂົ້າໃຈ ແລະ ລະນຶກເຖິງມູນເຊື້ອວັນດັ່ງກ່າວ.

ພ້ອມນີ້, ທ່ານ ພອນສານ ວິໄລເມັ້ງ ຍັງໄດ້ຕາງໜ້າໃຫ້ຄະນະປະທານ, ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະເໜີມາຍັງການຈັດຕັ້ງພັກ-ລັດ, ການຈັດຕັ້ງກໍາມະບານແຕ່ລະຂັ້ນ, ຫົວໜ່ວຍແຮງງານ ແລະ ສັງຄົມ ຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ຕໍ່ກັບການໂຄສະນາສຶກສາອົບຮົມການເມືອງແນວຄິດ, ຊ່ວຍເຫລືອ, ກໍ່ສ້າງ, ພັດທະນາກໍາມະກອນ ແລະ ຜູ້ອອກແຮງງານລາວ ໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານສີມືແຮງງານ, ການຮັບຮູ້ຂໍ້ມູນຂ່າວສານ ແລະ ມີລະບຽບວິໄນ ໃນການອອກແຮງງານ ໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ ສົມຄູ່ກັບຄວາມຮຽກຮ້ອງຕ້ອງການໃນການເຊື່ອມໂຍງເຂົ້າກັບສາກົນໃນໄລຍະໃໝ່. ພ້ອມກັນ ເຫັນຄຸນຄ່າຂອງແຮງງານກໍາມະກອນ, ຜູ້ອອກແຮງງານລາວ ແລະ ເພີ່ມທະວີໃນການປົກປ້ອງສິດຜົນປະໂຫຍດອັນຊອບທໍາ ໃຫ້ມີຄວາມສະເໜີພາບ, ມີລາຍຮັບທີ່ເປັນທຳ ແລະ ການອອກແຮງງານທີ່ປອດໄພ ແລະ ຮຽກຮ້ອງມາຍັງກໍາມະກອນ ແລະ ຜູ້ອອກແຮງງານລາວ ຈົ່ງມີຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ປະກອບສ່ວນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດຂອງຊາດ, ສືບຕໍ່ຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນກຳລັງແຮງງານ ທີ່ມີລະບຽບວິໄນໃນການອອກແຮງງານ, ເສີມຂະຫຍາຍຄຸນລັກສະນະອັນດີເລີດ ທາດແທ້, ມູນເຊື້ອອັນດີງາມ ຂອງຊົນຊັ້ນກໍາມະກອນລາວ ແລະ ກາຍເປັນກໍາລັງຫລັກແຫລ່ງ ໃນພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຍືນຍົງ ແລະ ໝັ້ນຄົງ.

ພາບ-ຂ່າວ: ຂປລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments