Sunday, May 19, 2024
Homeແຈ້ງການສໍາຄັນແຈ້ງເຕືອນ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງ

ແຈ້ງເຕືອນ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງ

ເຊົ້າວັນທີ 04 ພຶດສະພາ 2024, ເນື່ອງຈາກວ່າ ມວນອາກາດຮ້ອນເອົ້າ ຫລື ຄື້ນຄວາມຮ້ອນ ຍັງຈະມີກໍາແຮງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດຮ້ອນເອົ້າຢູ່ຕື່ມອີກ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ຟ້າຜ່າ, ໝາກເຫັບຕົກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ ໃນໄລຍະວັນທີ 03-06 ພຶດສະພາ 2024 ນີ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ ສະພາບ ຝົນຕົກຟ້າຮ້ອງ ຟ້າເຫລື້ອມ ຟ້າຜ່າ ໝາກເຫັບຕົກ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນ ທີື່ຈະເຮັດໃຫ້ເກີດມີຕົ້ນໄມ້ໃຫຍ່ຫັກລົ້ມ, ຫລັງຄາເຮືອນ ເປ່ເພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນືື່ອງ.

ສໍາລັບນະຄອນຫລວງວຽງຈັນ: ອາກາດຮ້ອນເອົ້າ ພ້ອມມີໝອກແຫ້ງ ປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໝາກເຫັບຕົກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 28-41 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments