Home ຂ່າວຕ່າງປະເທດ ເບຼຊິນ ປະສົບໄພນ້ຳຖ້ວມ ເຮັດໃຫ້ມີຜູ້ເສຍຊີວິດ 39 ຄົນ

ເບຼຊິນ ປະສົບໄພນ້ຳຖ້ວມ ເຮັດໃຫ້ມີຜູ້ເສຍຊີວິດ 39 ຄົນ

0
16

ຕາມຂ່າວຕ່າງປະເທດລາຍງານ ວັນທີ 4 ພຶດສະພາ 2024 ເກີດຝົນຕົກໜັກໃນຮອບ 80 ປີ ຕໍ່ເນື່ອງຫລາຍວັນທີ່ປະເທດເບຼຊິນ ເຮັດໃຫ້ນ້ຳຖ້ວມໜັກຢູ່ລັດຣີໂອກຣັນເດໂດຊຸນທີ່ຢູ່ທາງ ທິດໃຕ້ຂອງປະເທດ, ບາງເມືອງມີລະດັບນ້ຳສູງສຸດນັບຕັ້ງແຕ່ມີ ການບັນທຶກເມື່ອ 150 ປີທີ່ແລ້ວ. ຮ້າຍແຮງກວ່ານີ້ມີເຂື່ອນແຕກໜຶ່ງແຫ່ງ ເຮັດໃຫ້ເມືອງໃຫຍ່ທີ່ຢູ່ຫ່າງຈາກເຂື່ອນ 80 ກິໂລແມັດ ໄດ້ຮັບຜົນກະທົບ.

ສຳນັກງານປ້ອງກັນພົນລະເຮືອນຂອງລັດຂອງເບຼຊິນລາຍ ງານໃນວັນທີ 3 ພຶດສະພາ 2024 ວ່າ: ຈາກເຫດການນ້ຳຖ້ວມດັ່ງກ່າວ ເຮັດໃຫ້ມີຄົນເສຍຊີວິດ 39 ຄົນ ແລະ ສູນຫາຍ 68 ຄົນ. ເຈົ້າໜ້າທີ່ໄດ້ຕັດນ້ຳ, ຕັດໄຟຟ້າ, ຕັດການສື່ສານ ຫລັງເກີດນ້ຳຖ້ວມໜັກ. ຍອກຈາກນີ້ມີປະຊາຊົນຫລາຍກ່ວາ 24.000 ຄົນຕ້ອງອົບພະຍົບໄປຢູ່ບ່ອນທີ່ປອດໄພ.

ທີ່ມາ: World Forum

NO COMMENTS

LEAVE A REPLY

Please enter your comment!
Please enter your name here