Home ຂ່າວໜ້າໜຶ່ງ 70ປີແຫ່ງໄຊຊະນະບັ້ນຮົບດຽນບຽນຝູ້ ປະຊາຊົນຫວຽດນາມມີການພັດທະນາພັດທະນາຢ່າງຮອບດ້ານ

70ປີແຫ່ງໄຊຊະນະບັ້ນຮົບດຽນບຽນຝູ້ ປະຊາຊົນຫວຽດນາມມີການພັດທະນາພັດທະນາຢ່າງຮອບດ້ານ

0
18

ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ໃຫ້ສໍາພາດ ໃນໂອກາດສະເຫຼີມສະຫຼອງບັ້ນຮົບໄຊຊະນະດຽນບຽນຝູ້ຄົບຮອບ 70ປີ ໃນວັນທີ3 ພຶດສະພານີ້ທີ່ ຄອສພ ວ່າ: ໄຊຊະນະບັ້ນຮົບດຽນບຽນຟູແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດໃນປະຫວັດສາດການຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດພາຍນອກ ຂອງປະຊາຊົນ ຫວຽດນາມທີ່ມີກຽດສະຫງ່າ, ໄດ້ຖືກບັນທຶກເຂົ້າໃນປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ໃນສະຕະວັດທີ20 ທີ່ໄດ້ທັບມ້າງທີ່ຕັ້ງຂອງລະບົບຫົວເມືອງຂຶ້ນຂອງລັດທິຈັກກະພັດໃຫ້ພັງທະລາຍ.

ໄຊຊະນະດຽນບຽນຟູ ແມ່ນໄຊຊະນະຂອງສາມຊາດອິນດູຈີນ ເປັນເທື່ອທຳອິດທີ່ໄດ້ເຮັດໃຫ້ລັດທິລ່າເມືອງຂຶ້ນແບບເກົ່າ ຖືກພັງທະລາຍລົງຢູ່ໃນໂລກ, ໄຊຊະນະດັ່ງກ່າວ ຍັງເປັນບ່ອນອີງທີ່ໜັກແໜ້ນ, ທັງເປັນແວ່ນແຍງທີ່ໃສແຈ້ງ ໃຫ້ແກ່ບັນດາປະຊາຊາດ ທີ່ຕົກເປັນຫົວເມືອງຂຶ້ນ ໄດ້ລຸກຂຶ້ນຕໍ່ສູ້ຕ້ານກັບການກົດຂີ່ຂູດຮີດ ແລະ ແອກຄອບຄອງເມືອງຂຶ້ນແບບເກົ່າ ຢູ່ຫຼາຍບ່ອນໃນທົ່ວໂລກ.

ຕະຫຼອດໄລຍະ 70ປີໄຊຊະນະດຽນບຽນຝູ້ ໄດ້ເຮັດໃຫ້ປະຊາຊົນຫວຽດນາມອ້າຍນ້ອງໄດ້ມີການພັດທະນາຢ່າງຮອບດ້ານ, ມີຜົນງານຍິ່ງໃຫຍ່ ແລະມີຄວາມໝາຍປະຫວັດສາດ: ດ້ານການເມືອງຮັກສາໄດ້ສະຖຽນລະພາບ, ບົດບາດການນຳພາ ແລະຄວາມສາມາດກຳອຳນາດຂອງພັກກກອມມູນິດໄດ້ຮັບການຍົກສູງຂຶ້ນ, ລະບົບການບໍລິຫານລັດມີຄວາມເຂັ້ມແຂງ, ປະຊາຊົນມີຄວາມເຊື່ອໝັ້ນ ແລະເດີນຕາມພັກ. ດ້ານເສດຖະກິດ: ເສດຖະກິດຫວຽດນາມເຕີບໂຕຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ; ປະຊາຊົນຫຼຸດພົ້ນອອກຈາກ ຄວາມທຸກຍາກ, ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ຊີວິດການເປັນຢູ່ ຂອງປະຊາຊົນໄດ້ຮັບການຍົກລະດັບຂຶ້ນ; ກຳລັງແຮງສັງລວມຂອງຊາດໄດ້ຮັບການຍົກສູງຂຶ້ນ; ດ້ານສັງຄົມໄດ້ມີຄວາມກ້າວໜ້າ, ຊັບພະຍາກອນມະນຸດໄດ້ຮັບການພັດທະນາ ດ້ວຍຄຸນະພາບສູງ; ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດຮັກສາໄດ້ຄວາມເປັນເອກະລາດແຫ່ງຊາດ, ອຳນາດອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ນັບທັງນ່ານນໍ້າ, ນ່ານຟ້າ, ເກາະດອນ ແລະລະບອບສັງຄົມນິຍົມ; ດ້ານການຕ່າງປະເທດ ຫວຽດນາມໄດ້ຮັບການເປີດກວ້າງ, ທີ່ຕັ້ງ, ບົດບາດ, ອິດທິພົນຂອງຫວຽດນາມໄດ້ຮັບການຍົກສູງຂຶ້ນໃນພາກພື້ນ ແລະສາກົນ ແລະບັນຫາອື່ນໆ.

ບົດຮຽນອັນລໍ້າຄ່າໄຊຊະນະດຽນບຽນຝູ້ ຍູ້ແຮງໃຫ້ແກ່ຂະບວນການປົດປ່ອຍຊາດ ແລະ ສະຖາປະ ນາ ສປປ ລາວ ຊຶ່ງລວມມີ 4ບົດຮຽນໃຫ້ແກ່ຂະບວນການປົດປ່ອຍຊາດຢູ່ລາວ ຄື: ບົດຮຽນການປຸກລະດົມຈິດໃຈຮັກຊາດ, ຄວາມເດັດດ່ຽວອົງອາດ, ກ້າແກ່ນ, ເດັດຂາດມີໄຊ ໃນການຕໍ່ສູ້ຂອງທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນລາວ ບັນດາເຜົ່າ, ບົດຮຽນໃນການເສີມຂະຫຍາຍຄວາມເປັນເອກະລາດແຫ່ງຊາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຫົວຄິດປະດິດສ້າງໃນການກຳນົດແນວທາງປະຕິວັດ ແລະຍຸດທະສາດການທະຫານທີ່ຖືກຕ້ອງ, ບົດຮຽນໃນການສ້າງຄວາມສາມັກຄີທົ່ວປວງຊົນບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ, ບົດຮຽນໃນການສົມທົບກໍາລັງແຮງຂອງຊາດ ກັບກໍາລັງແຮງຂອງຍຸກສະໄໝ, ກຳລັງແຮງພາຍໃນປະເທດ ແລະ ການຊ່ວຍເຫຼືອໃຫ້ການສະໜັບສະໜູນຈາກປະເທດບ້ານໃກ້ເຮືອນຄຽງ ແລະ ສາກົນ.

ບັນດາບົດຮຽນທີ່ກ່າວມານັ້ນ ໄດ້ເປັນທິດສະດີເຍືອງທາງ, ເປັນພຶດຕິກຳທີ່ມີຊີວິດຊີວາທີ່ນັກຮົບປະຕິວັດລາວ ໝູນໃຊ້ຢ່າງປະດິດສ້າງເຂົ້າໃນການປະຕິວັດລາວ ແລະໄດ້ພິສູດໃຫ້ເຫັນໃນພຶດຕິກຳແຫ່ງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຕີລາຄາການຮ່ວມມືສອງຄະນະໂຄສະນາອົບຮົມໃນໄລຍະຜ່ານມາ, ການຮ່ວມມືສອງຝ່າຍ ມີຜົນສຳເລັດຫຼາຍດ້ານ ຊຶ່ງສະແດງອອກໃນການປະຕິບັດເນື້ອໃນຈິດໃຈຂອງບົດບັນທຶກຮ່ວມມືສອງຝ່າຍໃນແຕ່ລະໄລຍະ. ການພົວພັນຮ່ວມມືສອງຄະນະໂຄສະນາອົບຮົມ ເປັນວຽກທີ່ໄດ້ເຄີຍຈັດຕັ້ງປະຕິບັດເປັນມູນເຊື້ອມາຍາວນານ; ສຳລັບໃນໄລຍະແຕ່ປີ 2022-2026 ສອງຝ່າຍໄດ້ເຮັດບົດບັນທຶກສັນຍາການຮ່ວມມືນຳກັນໃນ 7ວຽກສຳຄັນ ຄື: ເພີ່ມທະວີໃນການຮ່ວມມືເຜີຍແຜ່ມູນເຊື້ອສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ແລະເຫດການຕ່າງໆສຳຄັນຂອງແຕ່ລະປະເທດ, ຮ່ວມມືໃນການຈັດຕັ້ງການແປເອກະສານສໍາຄັນເພື່ອນໍາມາເຜີຍແຜ່, ຮ່ວມມືໃນການສ້າງແຜນການເຄື່ອນໄຫວໂຄສະນາວັນສໍາຄັນຂອງສອງຊາດ,ຮ່ວມມືຝຶກອົບຮົມໃຫ້ພະນັກງານໂຄສະນາອົບຮົມຂອງຝ່າຍລາວໃນທຸກໆສອງປີຈັດໜຶ່ງຄັ້ງ, ໄລຍະເວລາ 2ເດືອນ, ຈຳນວນພົນ 15-20 ຄົນ, ປະສານສົມທົບ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ຄະນະໂຄສະນາອົບຮົມແຕ່ລະຂັ້ນຂອງສອງຝ່າຍໄດ້ແລກປ່ຽນບົດຮຽນນຳກັນ ໂດຍສະເພາະທ້ອງຖິ່ນທີ່ມີຊາຍແດນຕິດກັນ, ແລກປ່ຽນຄະນະຜູ້ແທນໃນແຕ່ລະປີ ດ້ວຍຮູບແບບຜັດປ່ຽນກັນ. ຮູບແບບການແລກປ່ຽນຄະນະຜູ້ແທນແຕ່ລະຂັ້ນ ແມ່ນໄດ້ກຳນົດແຈ້ງໃນບົດບັນທຶກ, ສອງຝ່າຍເຫັນດີເອກະພາບໃນການຫັນການພົວພັນຮ່ວມມືເຂົ້າສູ່ລວງເລິກຕື່ມອີກ, ເປັນຕົ້ນບັນຫາຈຳເປັນໃນວຽກງານໂຄສະນາອົບຮົມ, ນຳມາປຶກສາຫາລື, ແຈ້ງໃຫ້ກັນຊາບ ເພື່ອປະຕິບັດໃຫ້ທັນເວລາ.

ໃນໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ກ່າວເຖິງບຸນຄຸນ ຂອງປະທານໂຮ່ຈິມິນຜູ້ຍິ່ງໃຫຍ່, ພົນເອກ ຫວໍຫງວຽນຢາບ ຜູ້ບັນຊາເກັ່ງກ້າ ແລະ ນັກຮົບປະຕິວັດ, ຜູ້ເສຍສະຫຼະຊີວິດເພື່ອຊາດ ເພື່ອປະຊາຊົນຫວຽດນາມ ກໍຄື ເພື່ອປະຊາຊົນລາວ ແລະ ຂໍອວຍພອນອັນປະເສີດເຖິງການນຳພັກ, ລັດ, ກຳລັງປະກອບອາວຸດ, ປະຊາຊົນຫວຽດນາມ ຈົ່ງເອກອ້າງທະນົງໃຈຕໍ່ໄຊຊະນະທີ່ພັກ, ລັດ ປະຊາຊົນ ຫວຽດນາມຍາດມາໄດ້; ຂໍໃຫ້ມູນເຊື້ອອັນເປັນທີ່ສັກກາລະບູຊາຈົ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ສືບຕໍ່ໃນຄົນຮຸ່ນຕໍ່ໆໄປ. ອວຍພອນໃຫ້ພັກ, ລັດ, ປະຊາຊົນ ຫວຽດນາມ ໂດຍພາຍໃຕ້ການນຳພາຂອງສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈົ່ງຍາດໄດ້ຜົນສຳເລັດຍິ່ງໃຫຍ່ຂຶ້ນເລື້ອຍໆ. ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນ ແລະແຕກດອກອອກຜົນ.

(ຂ່າວ-ພາບ: ແສງຈັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here