Saturday, July 27, 2024
Homeຂ່າວພາຍໃນເຊກອງສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານກວດກາທົ່ວແຂວງປະຈຳປີ 2023

ເຊກອງສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານກວດກາທົ່ວແຂວງປະຈຳປີ 2023

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາທົ່ວ ແຂວງເຊກອງ ປະຈຳປີ 2023 ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 2-3 ພຶດສະພາ ນີ້ ທີ່ສະໂມສອນຂອງໃຫຍ່ຂອງແຂວງ ໂດຍເຂົ້າຮ່ວມເປັນປະທານ ຂອງ ທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງໆເຊກອງ, ມີ ທ່ານ ສົມນິດ ສີລິບຸນລ້ຽງ ກຳມະການພັກແຂວງປະທານກວດກາພັກ-ລັດ ແຂວງເຊກອງພ້ອມດ້ວຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະກວດກາພັກ-ລັດ ທົ່ວແຂວງ, ຄະນະກວດກາເມືອງ ແລະ ແຂກຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.

ສະຫາຍ ອ່ອນມະນີວັນ ຈັນດາວົງ ຮອງຄະນະກວດກາພັກ-ອົງການກວດກາລັດແຂວງເຊກອງລາຍງານໃຫ້ຮູ້ວ່າ: ຕະຫຼອດໃນໄລຍະ 1 ປີ ຜ່ານມາ ອຳນາດການປົກຄອງ ແລະ ຄະນະກຳມະການກວດກາທຸກຂັ້ນໄດ້ເອົາໃຈໃສ່ຊີ້ນຳໆພາວຽກງານກວດກາພັກ-ລັດຢູ່ບັນດາຮາກຖານອ້ອມຂ້າງແຂວງ, ເມືອງ,ບ້ານ ດ້ວຍຫຼາຍຮູບການຢ່າງທົ່ວເຖິງເປັນປະຈຳ ໂດຍສະເພາະໄດ້ເຜີຍແຜ່ເຊຶ່ອມຊຶມ,ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ Xlຂອງພັກ ແລະ ຄັ້ງທີ X ຂອງອົງຄະນະພັກແຂວງເຊກອງ ພ້ອມທັງເອົາໃຈໃສ່ຊຸກຍູ້ປັບປຸງ,ຄຸ້ມຄອງ,ປ້ອງກັນ,ກໍ່ສ້າງ ແລະ ຂະຫຍາຍພັກ ເພື່ອໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ຊຶ່ງມາຮອດປັດຈຸບັນທົ່ວແຂວງ ມີ 7 ອົງຄະນະພັກ, ມີ 590 ຮາກຖານພັກ, 64 ຄະນະພັກຮາກຖານ ແລະ 526 ໜ່ວຍພັກ ໃນນັ້ນໜ່ວຍພັກສຳນັກງານ – ອົງການ 270 ໜ່ວຍ, ໜ່ວຍພັກຮາກຖານບ້ານ 256 ໜ່ວຍ ທຽບໃສ່ປີ 2022 ເພີ່ມຂຶ້ນ 27 ໜ່ວຍ, ໜ່ວຍພັກທີ່ໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 308 ໜ່ວຍພັກ, ທົ່ວແຂວງມີສະມາຊິກພັກທັງໝົດ 10.670 ສະຫາຍ ຍິງ 2.661 ສະຫາຍ, ສະມາຊິກພັກສຳຮອງ 611 ສະຫາຍຍິງ 222 ສະຫາຍ, ທຽບໃສ່ປີ 2022 ເພີ່ມຂຶ້ນ 414 ສະຫາຍ ຄຽງຄູ່ກັນນັ້ນຍັງໄດ້ເຄື່ອນໄຫວວຽກງານຕິດຕາມກວດກາລັດຢ່າງຕັ້ງໜ້າຕາມຄຳສັ່ງ, ແນະນຳຂອງຂັ້ນເທິງເປັນປົກກະຕິ.

ຊຶ່ງໄດ້ເຄື່ອນໄຫວວຽກງານກວດກາລັດຕາມພະແນກການອ້ອມຂ້າງແຂວງ ແລະ 4 ຕົວເມືອງ ສາມາດຈັດຕັ້ງກວດກາໄດ້ 30 ຄັ້ງຕໍ່ປີ ເປັນຕົ້ນແມ່ນສຳເລັດລົງກວດກາໂຄງການລົງທຶນຂອງລັດທີ່ສະພາຮັບຮອງ ປະເພດ 5, ປະຈຳປີ 2023 ມີຈຳນວນ 144 ໂຄງການມູນຄ່າ 12.728,22 ລ້ານກີບ, ສຳເລັດຕິດຕາມກວດກາການປະຕິບັດແຜນການກວດກາໂຄງການລົງທຶນຂອງລັດ ທີ່ມີມູນຄ່າ 10 ຕື້ກີບ ລົງມາ ໄດ້ຈຳນວນ 37 ໂຄງການ, ສຳເລັດຕິດຕາມກວດກາການຄຸ້ມຄອງ-ນຳໃຊ້ຊັບພະຍາກອນທຳມະຊາດ ແລະ ທ່າແຮງບົ່ມຊ້ອນຂອງປະເທດເວົ້າລວມ, ເວົ້າສະເພາະ ກໍຄືຂອງແຂວງເຊກອງເຊັ່ນ: ທີ່ດິນ, ປ່າໄມ້, ແຮ່ທາດ ແລະ ອື່ນໆ ເປັນປົກກະຕິ, ປະສານສົມທົບກັບອົງການກວດສອບແຫ່ງລັດປະຈຳພາກໃຕ້ດຳເນິນການກວດສອບປະຈຳປີ 2023 ມີ 3 ຄັ້ງຄື: ກວດສອບເປົ້າໝາຍສະເພາະ 2 ຄັ້ງ, ກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2022, ກວດຄືນຕາມມະຕິກອງປະຊຸມສະພາປະຊາຊົນແຂວງ ແລະ ກວດຄືນຜົນການກວດສອບຜ່ານມາ, ເກັບກໍາຂໍ້ມູນກ່ຽວກັບບັນຫາການຖອນຄືນລົດບໍລິຫານຂອງລັດ, ສຳເລັກການຈັດຕັ້ງປະຕິບັດວຽກງານຕ້ານ ແລະ ສອບສວນການຕ້ານສໍ້ລາດບັງຫຼວງໄດ້ເປັນຢ່າງດີ ໂດຍສະເພາະສຳເລັດການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ ປະສານສົມທົບກັບຂະແໜງການກ່ຽວຂ້ອງເພື່ອລົງກວດກາ, ຄຸ້ມຄອງ ແລະ ປະຕິບັດດຳເນີນຄະດີພະນັກງານ-ລັດຖະກອນ ແລະ ພະນັກງານລັດວິສາຫາກິດທີ່ມີພຶດຕິກຳສໍ້ລາດບັງຫຼວງ ແລະ ຕິດຕາມກວດກາວຽກງານຄົ້ນຄວ້າຄຳຮ້ອງ-ຄຳສະເໜີ ຊຶ່ງໃນໄລຍະ 1 ປີຜ່ານມາ ໄດ້ຮັບຄຳຮ້ອງ-ຄຳສະເໜີ ຈຳນວນ 4 ສະບັບ ໄດ້ຄົ້ນຄວ້າແກ້ໄຂຕາມພາລະບົດບາດສຳເລັດ 2 ສະບັບ ພ້ອມກັນນັ້ນກໍໄດ້ສຳເລັດການຈັດຕັ້ງປະຕິບັດວຽກງານປັບປຸງກົງຈັດການຈັດຕັ້ງຂອງຄະນະກວດກາຕາມຄຳສັ່ງແນະນຳຂອງສູນກາງພັກ ສະບັບເລກທີ 192/ຄກສພ, ລົງວັນທີ 26 ມິຖຸນາ 2017 ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ທັງນີ້ກໍເພື່ອເຮັດໃຫ້ເເຂວງເຊກອງມີຄວາມສະຖຽນນະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ,ເສດຖະກິດໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ ພ້ອມດຽວກັນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ມະຕິ, ຄຳສັ່ງແນະນຳ ຂອງຄະນະເລຂາທິການສູນກາງພັກ ແລະ ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ວາງທິດທາງແຜນການໃນຕໍ່ໜ້າຕື່ມອີກ.

ຂ່າວ-ພາບ: ອັດສະວິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments