Saturday, July 27, 2024
Homeແຈ້ງການສໍາຄັນແຈ້ງເຕືອນຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງ

ແຈ້ງເຕືອນຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງ

ວັນທີ 02 ພຶດສະພາ 2024 ເນືື່ອງຈາກວ່າມວນອາກາດຮ້ອນເອົ້າ ຍັງຈະປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເປັນສ່ວນໃຫຍ່. ຊຶ່ງຈະເຮັດໃຫ້ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າຫລາຍຢູ່ ຕືື່ມອີກ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງຢູາບາງທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນ ເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກ ພາກສ່ວນ, ຈົົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນອົບເອົ້າຫລາຍ ຊຶ່ງຈະເຮັດໃຫ້ເກີດມີອັກຄີໄພ, ໄຟຟ້າລັດວົງຈອນ, ຜົນກະທົບຕໍ່ສຸຂະພາບ ຂອງຜູ້ເຖົ້າ ແລະ ເດັກນ້ອຍເຊັ່ນ: ໂຣກລົມແດດ (Heat Stroke) ແລະ ລະມັດລະວັງຕໍ່ສະພາບຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ຟ້າຜ່າ, ໝາກເຫັບ ຕົກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ ທີ່ຈະເຮັດໃຫ້ເກີດມີຕົ້ນໄມ້ໃຫຍ່ ຫັກລົ້ມ, ຫລັງຄາເຮືອນເປ່ເພ ຂໍໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນືື່ອງ.

ສໍາລັບນະຄອນຫລວງວຽງຈັນ: ອາກາດຮ້ອນເອົ້າຫລາຍ ຫາ ຮ້ອນເອົ້າ ຫລາຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ໝາກເຫັບຕົກ ພ້ອມມີ ລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 28-41 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments