Saturday, July 27, 2024
Homeຂ່າວການເມືອງຄະນະຜູ້ແທນຂັ້ນສູງພັກກອມມູນິດຊາວກອມມູນິດຣັດເຊຍ ຢ້ຽມຢາມ ສປປ ລາວ

ຄະນະຜູ້ແທນຂັ້ນສູງພັກກອມມູນິດຊາວກອມມູນິດຣັດເຊຍ ຢ້ຽມຢາມ ສປປ ລາວ

……..

ໃນລະຫວ່າງ ວັນທີ 26-30 ເມສາ ຜ່ານມາ, ຄະນະຜູ້ແທນຂັ້ນສູງຂອງ ພັກກອມມູນິດຊາວກອມມູນິດຣັດເຊຍ ນໍາໂດຍ ສະຫາຍ ມາລິນໂກວິດຈ ເຊີຣເກ ອາເລັກຊານໂດຣວິດຈ ປະທານຄະນະບໍລິຫານງານສູນກາງພັກກອມມູນິດຊາວກອມມູນິດຣັດເຊຍ ຮອງປະທານສະພານິຕິບັນຍັດເຂດ Altai ຂອງຣັດເຊຍ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ຊຶ່ງເປັນການຢ້ຽມຢາມ ຄັ້ງທີ 2 ນັບແຕ່ສອງພັກ ໄດ້ສ້າງຕັ້ງສາຍພົວພັນນຳກັນ.

ໃນໄລຍະຢູ່ຢ້ຽມຢາມ, ຄະນະຜູ້ແທນຂັ້ນສູງຂອງພັກດັ່ງກ່າວ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ແລະ ພົບປະເຮັດວຽກສອງຝ່າຍກັບຄະນະຜູ້ແທນຝ່າຍລາວ ນຳໂດຍ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ໃນການພົບປະ, ບັນດາສະຫາຍການນໍາຂອງລາວ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມລາວຄັ້ງນີ້ຂອງຄະນະຜູ້ແທນ ຊຶ່ງເປັນການປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ປະຊາຊົນສອງຊາດລາວ-ຣັດເຊຍ ເວົ້າລວມ ເວົ້າສະເພາະ ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດຊາວກອມມູນິດຣັດເຊຍ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ໃນໂອກາດນີ້, ຝ່າຍລາວ ໄດ້ແຈ້ງໃຫ້ຝ່າຍຣັດເຊຍ ຊາບກ່ຽວກັບ ສະພາບລວມຂອງການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ໃນໄລຍະຊຸມປີຜ່ານມາ ກໍຄືໃນໄລຍະປັດຈຸບັນ ຊຶ່ງພັກ-ລັດຖະບານລາວ ກໍາລັງສຸມທຸກກໍາລັງ ໃນການສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ແລະ ເອົາໃຈໃສ່ກະກຽມໃຫ້ແກ່ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະຈັດຂຶ້ນໃນຕົ້ນປີ 2026; ໄດ້ຍົກໃຫ້ເຫັນເຖິງມູນເຊື້ອການຕໍ່ສູ້ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ພັກ ປປ ລາວ ໃນພາລະກິດປົດປ່ອຍຊາດໃນເມື່ອກ່ອນ ແລະ ພ້ອມທັງສະຖາປະນາ ສປປ ລາວ ປີ 1975 ຊຶ່ງຍາມໃດ ພັກ ກໍຢຶດໝັ້ນໃນລັດທິມາກ-ເລນິນ ເປັນພື້ນຖານແນວຄິດທິດສະດີ ເພື່ອສ້າງສາພັດທະນາປະເທດຊາດ ຕາມທິດກ້າວຂຶ້ນສັງຄົມນິຍົມ; ແຈ້ງໃຫ້ຊາບວ່າ: ປີ 2024 ເປັນປີທີ່ ສປປ ລາວ ເປັນປະທານໝູນວຽນອາຊຽນ ແລະ ຍັງເປັນປີທ່ອງທ່ຽວລາວ ທີ່ມີຄວາມໝາຍສໍາຄັນຕໍ່ ຊີວິດການເມືອງ ແລະ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ; ຕີລາຄາສູງຕໍ່ ການພົວພັນ ລະຫວ່າງ 2 ປະເທດ ລາວ-ຣັດເຊຍ, ຊຶ່ງສະເພາະສາຍພັກ ກໍໄດ້ມີການພົວພັນກັບ 3 ພັກການເມືອງໃນຣັດເຊຍ, ພ້ອມທັງໄດ້ປຶກສາຫາລືຊອກຫາຊ່ອງທາງເພື່ອຂະຫຍາຍການພົວພັນຮ່ວມມືໃນດ້ານອື່ນໆ, ເປັນຕົ້ນ: ການຄ້າ-ການລົງທຶນ, ການທ່ອງທ່ຽວ, ການແລກປ່ຽນທາງດ້ານວັດທະນະທໍາ, ລວມທັງເສີມຂະຫຍາຍການພົວພັນທາງດ້ານການທູດປະຊາຊົນ, ການຮ່ວມມື ລະຫວ່າງ ອົງການຈັດຕັ້ງກໍາມະບານ, ແມ່ຍິງ, ຊາວໜຸ່ມ ແລະ ເຍົາວະຊົນ.

ສະຫາຍ ມາລິນໂກວິດຈ ເຊີຣເກ ອາເລັກຊານໂດຣວິດຈ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ ການຕ້ອນຮັບອັນອົບອຸ່ນຂອງ ບັນດາການນໍາຂັ້ນສູງຂອງ ພັກ ປປ ລາວ, ພ້ອມທັງໄດ້ກ່າວເຖິງຈຸດປະສົງຂອງການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ກໍເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ເພື່ອສຶກສາ, ແລກປ່ຽນ ແລະ ຖອດຖອນບົດຮຽນຈາກພັກເພື່ອນມິດ ທີ່ຢຶດໝັ້ນໃນລັດທິມາກ-ເລນິນ ແລະ ຊອກຫາຊ່ອງທາງຊຸກຍູ້ການຮ່ວມມືທາງດ້ານການຄ້າ-ການລົງທຶນ ຢູ່ ສປປ ລາວ. ສະຫາຍປະທານພັກ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບ ການເຄື່ອນໄຫວຂອງ ພັກກອມມູນິດຊາວກອມມູນິດຣັດເຊຍ ໃນການສະໜັບສະໜູນ ລັດຖະບານຣັດເຊຍ, ປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ ແລະ ຂະຫຍາຍການພົວພັນຮ່ວມມືກັບ ບັນດາພັກກອມມູນິດໃນໂລກ. ພ້ອມກັນນີ້, ກໍຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງໃນດ້ານຕ່າງໆ ທີ່ ພັກ ປປ ລາວ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ພັກ-ລັດ ສປປ ລາວ ຈະສືບຕໍ່ຍາດໄດ້ຜົນສຳເລັດອັນໃໝ່ ໃຫຍ່ຫຼວງກວ່າເກົ່າ.

ໃນໂອກາດນີ້, ຄະນະຜູ້ແທນພັກກອມມູນິດຊາວກອມມູນິດຣັດເຊຍ ຍັງໄດ້ພົບປະກັບ ເຈົ້າແຂວງແຂວງວຽງຈັນ ແລະ ບັນດາການນໍາຂອງ ອົງການຈັດຕັ້ງມະຫາຊົນຈໍານວນໜຶ່ງ ເຊັ່ນ: ສູນກາງກໍາມະບານລາວ, ສູນກາງສະຫະພັນແມ່ຍິງລາວ, ການນໍາຂອງ ສູນກາງຊາວໜຸ່ມ ປປ ລາວ ແລະ ໄດ້ໄປຢ້ຽມຢາມ ສະຖານທີ່ທາງປະຫວັດສາດ ແລະ ແຫຼ່ງທ່ອງທ່ຽວວັດທະນະທໍາຈໍານວນໜຶ່ງ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະນໍາກັນ ໃນບັນຫາທີ່ສອງຝ່າຍມີຄວາມສົນໃຈ.

(ຂ່າວ: ຄຕພ, ພາບ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments