Saturday, July 27, 2024
Homeທຸລະກິດນັກທຸລະກິດລາວກຽມສົ່ງອອກໝາກມີ້ໄປຈີນຕົ້ນປີ 2025

ນັກທຸລະກິດລາວກຽມສົ່ງອອກໝາກມີ້ໄປຈີນຕົ້ນປີ 2025

ນັກທຸລະກິດລາວກຽມສົ່ງອອກ ໝາກມີ້ໄປຕະຫລາດຕ່າງປະເທດຢ່າງເປັນທາງການພາຍໃນສົກປີ 2024-2025 ນີ້ ໂດຍສະເພາະຕະຫລາດຈີນ ແລະ ຄາດວ່າເບື້ອງຕົ້ນຈະສົ່ງອອກຫລາຍຮ້ອຍ ໂຕນ ພາຍຫລັງໃຊ້ເວລາທຸ້ມເທທຶນຮອນຕົນເອງຫລາຍລ້ານໂດລາ ຄວບຄູ່ກັບເຫືອແຮງ, ສະຕິປັນຍາ ແລະ ຄວາມອົດທົນມາຫລາຍປີຈົນເຖິງເວລາເກັບກ່ຽວໝາກຜົນຢ່າງສົມບູນ ປັດຈຸບັນນີ້ຍັງຄົງຄ້າງ ແລະ ລໍຖ້າການຂໍອະນຸມັດຂຶ້ນບັນຊີເປັນສິນຄ້າສົ່ງອອກຂອງລາວຈາກພາກລັດ. ທ່ານ ນາງ ກິ່ງແກ້ວ ຈັນທະ ລັງສີ ນັກທຸລະກິດຍິງ ຜູ້ທີ່ຢືນດ້ວຍ ລໍາແຂ່ງຕົນເອງ ທັງເປັນຜູ້ອໍານວຍການ ບໍລິສັດ ບໍລິຄໍາໄຊ ພັດທະນາ ສົ່ງເສີມກະສິກໍາ ຈໍາກັດໄດ້ໃຫ້ສໍາພາດຕໍ່ຜູ້ຂຽນວ່າຕົນເອງໃຊ້ຊີວິດຢ່າງງຽບໆມາໄດ້ຫລາຍປີ ເພື່ອມຸ່ງໝັ້ນພັດທະນາ ເນື້ອທີ່ປູກຕົ້ນໄມ້ກິນໝາກ(ໝາກມີ້ ແລະ ໝາກຖົ່ວລຽນ)ປະມານ 300 ກວ່າເຮັກຕາ ຈົນເຕີບໃຫຍ່ ແລະ ເຖິງເວລາເກັບກ່ຽວ ໝາກຜົນໄລຍະທໍາອິດແລ້ວໂດຍສະເພາະໝາກມີ້ ປັດຈຸບັນນີ້ຍັງລໍຖ້າແຕ່ພາກລັດອະນຸຍາດການສົ່ງອອກເທົ່ານັ້ນ.

ທ່ານ ນາງ ກິ່ງແກ້ວ ຈັນທະລັງສີທັງເວົ້າທັງຍິ້ມດ້ວຍຄວາມພາກພູມໃຈວ່າ:“ປະເທດລາວ ແມ່ນບ່ອນຝັງສາຍແຮ່ແຜ່ສາຍບື ຂອງບັນພະບູລຸດເຮົາ ແລະ ເປັນແຜ່ນດິນທີ່ໃຫ້ກໍາເນີດ ຂອງຂ້າພະເຈົ້າ ເຊິ່ງມີຄວາມສວຍງາມ, ມີທໍາມະຊາດອັນອຸດົມສົມບູນ, ມີວັດທະນະທໍາ ຮີດຄອງປະເພອັນດີງາມ, ມີມູນເຊື້ອດຸໝັ່ນ ຂະຫຍັນພຽນ. ຂ້າພະເຈົ້າເອງ ຈະປ່ຽນແຜ່ນດິນປອກໂລ້ນແຫ້ງກະແດງທີ່ມີຢູ່ໃນປັດຈຸບັນ ໃຫ້ກາຍເປັນແຜ່ນດິນເງິນ ແຜ່ນດິນຄໍາ ໃນອະນາຄົດອັນໄກ້ນີ້” ຖ້າເວົ້າຢ້ອນຄືນ ຫລາຍປີຜ່ານມາຕົນ ເອງ ກໍເຄີຍປູກໝາກກ້ວຍ ໃນພື້ນທີ່ຫລາຍຮ້ອຍເຮັກຕາ ໃນແຂວງບໍລິຄໍາໄຊ ເພື່ອສົ່ງອອກກ້ວຍໄປປະເທດຈີນ ແລະ ສາມາດສ້າງລາຍໄດ້ ເປັນກອບເປັນກໍາແທ້ ເຊິ່ງໄດ້ປະກອບສ່ວນ ພັດທະນາເສດຖະກິດ-ສັງຄົມຂອງຊາດ, ສ້າງວຽກເຮັດງານທໍາ ໃຫ້ຄົນທ້ອງຖິ່ນຫລາຍຮ້ອຍຊີວິດ, ເປັນໃບໜ້າໃບຕາ ຂອງປະ ເທດຊາດ ທັງຫລຸດຜ່ອນການນໍາເຂົ້າ ຈາກຕ່າງປະເທດອີກດ້ວຍ. ແຕ່ເຖິງແນວໃດກໍຕາມ ເມື່ອການເວລາຜ່ານໄປນັ້ນ ເງື່ອນໄຂ ແລະ ສະພາບກໍ່ປ່ຽນໄປເຊັ່ນກັນ ຍ້ອນຄວາມຕ້ອງການ ຂອງຕະຫລາດ ໃນປະເທດເພື່ອນບ້ານໄກ້ຄຽງ ແລະ ສາກົນມັນບໍ່ຄືເກົ່າ ຈິ່ງໄດ້ຕັດສິນໃຈລຸກໃໝ່ນັ່ງໃໝ່ ເພື່ອຊອກຫາ ຢູ່ຫາກິນ ຕາມຍຸກຕາມສະໄໝຄື ການປັບໂຕໃຫ້ສອດຄ່ອງ ກັບແນວທາງນະໂຍບາຍ ຂອງພັກ-ລັດຖະບານ ໂດຍສະເພາະການພັດທະນາ ສີຂຽວຍືນຍົງ, ຫັນເປັນອຸດສາຫະກໍາທັນສະໄໝ, ກົນໄກເສດຖະກິດຕະຫລາດ, ຖືເອົາການຜະລິດກະສິກໍາ, ການປູກການລ້ຽງ ເປັນໄມ້ງັດເສດຖະກິດຂອງຊາດ, ເຊື່ອມໂຍງເສດຖະກິດ-ການຄ້າ ດີຈິຕອນໄປຄູ່ຂະໜານ ກັບເສັ້ນທາງລົດໄຟ ລາວ-ຈີນ ພາຍໃຕ້ຂອບການຮ່ວມມື “ ໜຶ່ງແລວ ໜຶ່ງເສັ້ນທາງ” ລະຫວ່າງ ລາວ-ຈີນ ເປັນກຸນແຈສໍາຄັນ ໃນການນໍາເອົາຜົນຜະລິດ ອອກສູ່ ສປ ຈີນ, ອາຊຽນ, ຕາເວັນອອກກາງ, ເອີຣົບ ແລະ ອື່ນໆ.

ທ່ານ ນາງ ກິ່ງແກ້ວ ຈັນທະ ລັງສີ ເລົ່າສູ່ຟັງຕໍ່ຜູ້ຂຽນ ດ້ວຍຄວາມຫວັງທີ່ສົດໃສວ່າ: ຕົນເອງຄິດຖືກແລ້ວໃນການຕັດສິນໃຈ ຕັດຕົ້ນກ້ວຍຖິ້ມ ແລະ ຢຸດປູກກ້ວຍ ເຖິງແມ່ນມັນຈະສ້າງລາຍໄດ້ ແຕ່ລະປີບໍ່ໜ້ອຍກໍຕາມ ແຕ່ຫາກຄິດແບບວິທະຍາສາດ ແລະ ເບິ່ງກວ້າງແນມໄກນັ້ນ ເຫັນ ວ່າການປູກຖົ່ວລຽນ ແລະ ໝາກມີ້ ຈະເປັນຂຸມຊັບທີ່ຍືນຍົງ ຍາວນານກວ່າປູກກ້ວຍ ເພາະອາຍຸຂອງມັນ ຈະສາມາດຢູ່ນໍາເຖິງ 30-70 ປີ ທັງເປັນການປະກອບສ່ວນຕໍ່ນະໂຍບາຍຂອງພັກ-ລັດຖະບານໃນການເພີ່ມເນື້ອທີ່ປົກຫຸ້ມປ່າໄມ້ສີຂຽວໄລຍະຍາວອີກດ້ວຍ.

ແນ່ນອນວ່າ ການປູກຖົ່ວລຽນ ແລະ ໝາກມີ້ ອາດລໍາບາກໃນການເບິ່ງແຍງ, ບົວລະບັດ ແລະ ເອົາໃຈໃສ່ເປັນພິເສດ ແຕ່ຫາກເມື່ອມັນໃຫຍ່ຂຶ້ນ ກໍ ບໍ່ຈໍາເປັນ ຕ້ອງເຮັດທຸກຢ່າງ ພຽງແຕ່ເບິ່ງແຍງ ແລະ ຕິດຕາມສັດຕູພືດ, ຫົດນໍ້າ, ໃຫ້ຝຸ່ນມັນ, ຕົກແຕ່ງກິ່ງງ່າເທົ່ານັ້ນກໍດີແລ້ວ. ປັດຈຸບັນນີ້ໄດ້ນໍາໃຊ້ ເນື້ອທີ່ທັງໝົດ 300 ກວ່າເຮັກຕາ ໃນນັ້ນປູກໝາກຖົ່ວລຽນພັນໝອນທອງ 10.000 ກວ່າຕົ້ນ ໃນພື້ນທີ່100 ເຮັກຕາ ແລະ ໝາກມີ້ພັນແດງສຸລິຍາ-ໝາກມີ້ພັນທະວາຍປີດຽວໃນເນື້ອທີ່ 200 ເຮັກຕາ ແລະ ຍັງສືບຕໍ່ປູກເພີ່ມຂຶ້ນເລື້ອຍໆໃນອະນາຄົດ.

ສະເພາະໝາກມີ້ ທີ່ຈະສົ່ງໄປ ຈີນນີ້ມີ 2 ສາຍພັນຄື ແດງສຸລິຍາ (ເປັນບົວສີຂັ່ງແດງອອກສີສົມຟູ) ແລະ ທະວາຍປີດຽວ (ບົວສີເຫລືອງ ຄ້າຍຄືມ້ອນໄຂ່), ມີນໍ້າໜັກສະເລ່ຍ ລະໜ່ວຍລະ 10-20 ກິໂລຂຶ້ນໄປ ທັງສອງຊະນິດ ມີລົດຊາດສະເພາະ ແຊບອົມນໍ້າເຜີ້ງ, ມັນ, ຫວານ, ນຸ້ມ ແລະ ກອບໆ ເຊິ່ງກາຍເປັນທີ່ນິຍົມ ແລະ ຕ້ອງການບໍລິໂພກຫລາຍທີ່ສຸດໃນຈີນ.

ປັດຈຸບັນນີ້ ໝາກມີ້ຂອງພວກເຮົາໄດ້ເກັບກ່ຽວ ແລະ ໃຫ້ໝາກຢ່າງຫລວງຫລາຍແລ້ວ ແຕ່ຍັງລໍການອະນຸຍາດຈາກພາກລັດ ຜ່ານມາພວກເຮົາໄດ້ປຶກສາຂໍຄໍາເຫັນຈາກຂັ້ນເທີງ ແລະ ສົ່ງເອກະສານເພື່ອຂໍຂຶ້ນບັນຊີເປັນສົ່ງສິນຄ້າຂອງລາວອອກໄປຕ່າງປະເທດ ແຕ່ຍັງມິດງຽບ ແລະ ບໍ່ໄດ້ຮັບຄໍາເຫັນຕອບກັບມາເທື່ອ ສະນັ້ນຢາກຂໍຮ້ອງພາກລັດຊ່ວຍຮີບເລັ່ງໃຫ້ວ່ອງໄວຂຶ້ນແນ່. ຫວ່າງບໍ່ດົນມານີ້ ກະຊວງແຜນ ການ ແລະ ການລົງທຶນ, ກະຊວງ ກະສິກໍາ ແລະ ປ່າໄມ້ເປີດເຜີຍວ່າ: ມີນັກທຸລະກິດຕ່າງປະເທດ ຈໍານວນບໍ່ໜ້ອຍ ເຂົ້າມາຂໍສໍາປະທານທີ່ດິນ ໃນລາວປະມານ 3.000-5.000 ເຮັກຕາ ເພື່ອປູກຖົ່ວລຽນ ໃນພາກກາງ ແລະ ພາກໃຕ້ຂອງ ສປປ ລາວເພື່ອປູກຕົ້ນໄມ້ກິນໝາກສົ່ງອອກໂດຍສະເພາະໝາກຖົ່ວລຽນ.

ກ່ອນໜ້ານັ້ນ ປະເທດໄທແມ່ນ ອັນດັບທີ 1 ໃນອາຊຽນສົ່ງອອກຖົ່ວລຽນ ໄປຕະຫລາດໂລກ ໂດຍສ່ວນໃຫຍ່ສົ່ງອອກໄປຈີນ, ເກົາຫລີ, ຍີ່ປຸ່ນ, ເອີຣົບ ແຕ່ປັດຈຸບັນນີ້ ລາວ, ຫວຽດນາມ, ກໍາປູເຈຍ, ມາເລເຊຍ ພວມຫັນທິດນິຍົມ ປູກໝາກຖົ່ວລຽນ ເພື່ອສົ່ງອອກຕະຫລາດໂລກເຊັ່ນກັນ. ໄລຍະທີ່ຜ່ານມາປະເທດລາວ ແມ່ນໄດ້ນໍາເຂົ້າຖົ່ວລຽນ ຈາກປະເທດໄທ ເປັນຈໍານວນບໍ່ໜ້ອຍ ເຊິ່ງເຮັດໃຫ້ເງິນຕາຕ່າງປະເທດ ໄຫລອອກຢ່າງຫລວງຫລາຍ ແລະ ຄາດວ່າໃນອະນາຄົດ ສປປ ລາວ ຈະເລີ່ມສົ່ງອອກໝາກຖົ່ວລຽນ ໄປຕ່າງປະເທດ ເຊິ່ງຈະເຮັດໃຫ້ລາວ ສາມາດຫລຸດຜ່ອນ ການນໍາ ເຂົ້າໄດ້ເຊັ່ນກັນ.

ຊຸມປີຜ່ານມານີ້, ຜູ້ປະກອບ ການລາວ-ຈີນໄດ້ລົງນາມຮ່ວມມືເພື່ອຈັດຊື້ສິນຄ້າກະສິກຳປຸງແຕ່ງຫລາຍລາຍການ ຈາກ ສປປ ລາວ ສົ່ງໄປ ສປ ຈີນ ປະກອບມີ: ຖົ່ວດິນ, ແປ້ງມັນຕົ້ນ, ຊີ້ນງົວແຊ່ແຂງ, ໝາກມ່ວງຫິມະພານ, ໝາກມ່ວງ, ຖົ່ວລຽນ, ຖົ່ວເຫລືອງ, ກ້ວຍ, ນ້ຳຕານ ແລະ ອື່ນໆ ແຕ່ຍັງບໍ່ປະກົດເຫັນໝາກມີ້ຍັງນອນໃນບັນຊີສົ່ງອອກໄປຕະຫລາດຈີນ ຫລື ບໍ່? ສະນັ້ນຢາກໃຫ້ພາກລັດພິຈາລະນາເບິ່ງຄືນ.

(ເອອີຊີ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments