Saturday, July 27, 2024
Homeຂ່າວໜ້າໜຶ່ງສູນກາງແນວລາວສ້າງຊາດ ລົງຊຸກຍູ້ວຽກໂຄສະນາການສັກວັກຊີນ ຢູ່ແຂວງອັດຕະປື

ສູນກາງແນວລາວສ້າງຊາດ ລົງຊຸກຍູ້ວຽກໂຄສະນາການສັກວັກຊີນ ຢູ່ແຂວງອັດຕະປື

ສູນກາງແນວລາວສ້າງຊາດ ລົງຊຸກຍູ້ວຽກງານໂຄສະນາການໃຫ້ວັກຊິນກັນພະຍາດໂຄວິດ-19 ແລະ ວັກຊິນກັນພະຍາດຕາມລະດູການແກ່ຊຸມຊົນ ລວມທັງການປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍຢູ່ ເມືອງສາມັກຄີໄຊ ແຂວງອັດຕະປື ໃນວັນທີ 29 ເມສາ 2024 ໂດຍປະຕິບັດຕາມແຜນການຮ່ວມມືລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ອົງການຢູນີເຊບ ປະຈຳ ສປປ ລາວ ກໍຄືການຮ່ວມລະຫວ່າງສູນກາງແນວລາວສ້າງຊາດ ແລະ ກະຊວງສາທາລະນະສຸກ ໂດຍໄດ້ເປີດກອງປະຊຸມປຶກສາຫາລືສະພາບວຽກງານສັກຢາກັນພະຍາດ, ການໃຫ້ວັກຊີນກັນພະຍາດໂຄວິດ-19 ແລະ ວັກຊີນກັນພະຍາດຕາມລະດູການ ຜູ້ເຂົ້າຮວມກອງປະຊຸມປຶກສາຫາລືຄັ້ງນີ້ ມີ ທ່ານ ວັນດີ ຈັນສົມບັດ ຫົວຫນ້າກົມຊັ້ນຄົນ ສູນກາງແນວລາວສ້າງຊາດ, ທ່ານຕະບອງເພັດ ພຸດທະວົງ ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມວນຊົນ ອົງການຢູນີເຊັບ ປະຈໍາ ສປປ ລາວ, ມີ ທ່ານຮອງປະທານແນວລາວສ້າງຊາດແຂວງອັດຕະປື, ພະແນກສາທາລະນະສຸກແຂວງ ແລະ ຫ້ອງການສາທາລະນະສຸກເມືອງ, ສະຫະພັນແມ່ຍີງແຂວງ ແລະ ພະແນກການກ່ຽວຂ້ອງອື່ນໆ.

ພ້ອມນີ້ຍັງມີບັນດາກຸ່ມບ້ານ, ແນວໂຮມບ້ານ ແລະ ອົງການປົກຄອງບ້ານເຂົ້າຮ່ວມ ເພື່ອນໍາເອົາໄປໂຄສະນາໃຫ້ປະຊາຊົນ ໃຫ້ຄວາມຮູ້, ເຂົ້າໃຈ ແລະ ໃຫ້ຄວາມສຳຄັນຕໍ່ບັນຫາສຸຂະພາບ, ເປັນເຈົ້າການປຸກລະດົມລູກຫລານຂອງຕົນມາຮັບວັກຊີນກັນພະຍາດໃຫ້ຄົບຕາມເຂັມທີ່ແພດໝໍກຳນົດ. ໂອກາດ ນີ້ ທ່ານ ວັນດີ ຈັນສົມບັດ ໄດ້ກ່າວເຖິງພາລະບົດບາດ ຂອງແນວລາວສ້າງຊາດ ວ່າ: ແນວລາວສ້າງຊາດ ແມ່ນອົງການຈັດຕັ້ງສຳພັນທາງການເມືອງຂອງທົ່ວສັງຄົມ, ແນວລາວສ້າງຊາດ ເປັນພາກສ່ວນໜຶ່ງໃນລະບົບການເມືອງ ໂດຍແມ່ນພັກປະຊາຊົນປະຕິວັດລາວເປັນແກນນຳ, ແນວລາວສ້າງຊາດມີພາລະບົດສຳຄັນຕົ້ນຕໍ ຄື: ເປັນຫລັກແຫລ່ງເຕົ້າໂຮມຄວາມສາມັກຄີປອງດອງ, ຄວາມເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າ, ສາສະໜາ, ຊັ້ນຄົນ, ເພດ-ໄວ ລວມທັງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ, ສຶກສາອົບຮົມ, ປຸກລະດົມຂົນຂວາຍ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ຕິດຕາມ ແລະ ໃຫ້ຄຳປຶກສາ, ສະເໜີແນະຕໍ່ການຈັດຕັ້ງການເມືອງສັງຄົມ, ບຸກຄົນ ແລະ ນິຕິບຸກຄົນ, ການເຄື່ອນໄຫວຂອງອົງການ.

ພ້ອມນີ້ ທ່ານຍັງໄດ້ເນັ້ນເຖິງຄວາມສໍາຄັນຂອງວຽກງານສັກຢາກັນພະຍາດ ແລະ ບົດບາດຂອງແນວລາວສ້າງຊາດ ໃນການປຸກລະດົມປະຊາຊົນບັນດາເຜົ່າ ໃຫ້ເອົາລູກຫລານມາຮັບວັກຊີນກັນພະຍາດຕາມລະດູການ ລວມທັງພະຍາດໂຄວິດ-19 ພິເສດແມ່ນສຸມໃສ່ລະດົມຜູ້ປົກຄອງນຳເອົາລູກຫລານຂອງຕົນທີ່ມີອາຍຸຕໍ່າກວ່າ 5 ປີລົງມາ ມາຮັບວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ເຊິ່ງຈະເລີ່ມສັກໃນລະຫວ່າງວັນທີ 20-31/5/2024 ໃນຂອບເຂດທົ່ວປະເທດ.
ພ້ອມນີ້, ຜູ້ຕາງຫນ້າພະແນກສາທາລະນະສຸກແຂວງ ກໍໄດ້ລາຍງານສະພາບການໃຫ້ວັກຊີນກັນພະຍາດພາຍໃນເມືອງ ແລະ ແຂວງອັດຕະປື ແລະ ໄດ້ແລກປ່ຽນຄຳເຫັນກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການໃຫ້ບໍລິການສັກວັກຊິນກັນພະຍາດໃນໄລຍະຜ່ານມາ. ຈາກນັ້ນບັນດາຜູ້ຕາງໜ້າພະແນກການກ່ຽວຂ້ອງກໍໄດ້ປະກອບຄໍາຄິດຄໍາເຫັນ ໃນການແກ້ໄຂບັນຫາອັດຕາການສັກຢາໃຫ້ໄດ້ຕາມມາດຕະຖານ ທີ່ລັດຖະບານກຳນົດ.

ນອກນີ້ຜູ້ຕາງຫນ້າສູນກາງແນວລາວສ້າງຊາດສູນກາງ, ອົງການຢູນີເຊັບ, ພະແນກສາທາລະນະສຸກ ກໍໄດ້ລົົງພົບປະໂອ້ລົມ ກັບປະຊາຊົນ ບ້ານຫະລາງ ເມືອງສາມັກຄີໄຊ ແຂວງອັດຕະປື ເພື່ອປຸກລະດົມວຽກງານການໃຫ້ວັກຊີນກັນພະຍາດໂຄວິດ-19 ແລະ ວັກຊິນກັນພະຍາດຕາມລະດູການ, ລວມທັງການໂຄສະນາການສັກວັກຊິນປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ.

ພາຍຫລັງສຳເລັດ, ການລົງຊຸກຍູ້ວຽກໂຄສະນາ ຢູ່ແຂວງອັດຕະປືແລ້ວ, ສູນກາງແນວລາວສ້າງຊາດ, ອົງການຢູນີເຊັບ ແລະ ພາກສ່ວນກ່ຽວຂ້ອງ ຈະໄດ້ສືບຕໍ່ດໍາເນີນຢູ່ເມືອງກະລຶມ ແລະ ເມືອງດາກຈຶງ ແຂວງເຊກອງ ອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments