Wednesday, May 15, 2024
Homeຂ່າວດ່ວນແຈ້ງເຕືອນສະພາບອາກາດຮ້ອນ 25-28 ເມສານີ້, ເຝົ້າລະວັງເດັກນ້ອຍ, ຜູ້ເຖົ້າອາດເປັນລົມແດດໄດ້

ແຈ້ງເຕືອນສະພາບອາກາດຮ້ອນ 25-28 ເມສານີ້, ເຝົ້າລະວັງເດັກນ້ອຍ, ຜູ້ເຖົ້າອາດເປັນລົມແດດໄດ້

ກົມອຸຕຸນິຍົມ ແລະອຸທົກກະສາດລາຍງານມື້ວັນມີ 25 ເມສານີ້ວ່າ ເນື່ອງຈາກວ່າໃນໄລຍວັນທີ 25 ຫາ 28 ເມສາ 2024 ມວນອາກາດ ຮ້ອນເອົ້າ ຫລື ຄື້ນຄວາມຮ້ອນຈະມີກຳລັງແຮງເພີ່ມຂຶ້ນ ປົກຄຸມຢູ່ທົ່ວ ທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນຕົກ-ຕາເວັນ ຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຫລາຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມ ຟ້າຜ່າ ແລະ ໝາກເຫັບຕົກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ຄາດຄະເນອຸນຫະພູມສູງສຸດໃນແຕ່ລະພາກເຊັ່ນ:

– ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ) ຄາດຄະເນອຸນຫະພູມຕໍ່ສູງສຸດ 33-37 ອົງສາ.

– ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ ແລະ ໄຊຍະບູລີ) ຄາດຄະເນອຸນຫະພູມສູງສຸດ 39-42 ອົງສາ.

– ພາກາກາງ (ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ) ຄາດຄະເນອຸນຫະພູມສູງສຸດ 40-43 ອົງສາ.

– ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື) ຄາດຄະເນອຸນຫະພູມສູງສຸດ 40-43 ອົງສາ.

– ນະຄອນຫລວງວຽງຈັນ 40-43 ອົງສາ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບ ອາກາດຮ້ອນອົບເອົ້າຫລາຍ ຊຶ່ງຈະເຮັດໃຫ້ເກີດມີອັດຄີໄພ ໄຟຟ້າລັດວົງ ຈອນ ຜົນກະທົບຕໍ່ສຸຂະພາບຂອງຜູ້ເຖົ້າ ແລະ ເດັກນ້ອຍເຊັ່ນ ໂຣກລົມ ແດດ (Heat Stroke)ໄດ້.

ພ້ອມນີ້ໃຫ້ຫລີກລ່ຽງກິດຈະກຳໃນບ່ອນກາງແຈ້ງ ເປັນເວລາດົນ, ລະວັດລະວັງຕໍ່ສະພາບຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ຟ້າຜ່າ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ ທີ່ຈະເຮັດໃຫ້ເກີດມີຕົ້ນໄມ້ໃຫຍ່ຫັກລົ້ມ ຫລັງຄາເຮືອນເພ. ພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments