Tuesday, May 14, 2024
Homeຂ່າວໜ້າໜຶ່ງຮອງ ລມຕ ສາທາລະນະສຸກ ມີຄຳເຫັນຕໍ່ກອງປະຊຸມຖະແຫຼງຂ່າວຂະບວນການສັກວັກຊິນໝາກແດງໃຫຍ່ ແລະ ໝາກແດງນ້ອຍ

ຮອງ ລມຕ ສາທາລະນະສຸກ ມີຄຳເຫັນຕໍ່ກອງປະຊຸມຖະແຫຼງຂ່າວຂະບວນການສັກວັກຊິນໝາກແດງໃຫຍ່ ແລະ ໝາກແດງນ້ອຍ

ພະຍາດໝາກແດງໃຫຍ່ ເປັນພະຍາດຕິດເຊຶ້ອທີ່ເກີດຈາກໄວຣັດ ທີ່ມີອັດຕາການແຜ່ເຊື້ອສູງ ແລະ ເປັນສາເຫດໜຶ່ງທີ່ສໍາຄັນຂອງການເຈັບປ່ວຍ ແລະ ມີອັດຕາການຕາຍໃນໄວເດັກ, ພະຍາດດັ່ງກ່າວ ສາມາດປ້ອງກັນໄດ້ດ້ວຍວັກຊີນ ເຊິ່ງວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ແມ່ນປອດໄພ, ມີປະສິດທິພາບ ແລະ ໄດ້ນຳໃຊ້ແຕ່ຊຸມປີ 1960 ເປັນຕົ້ນມາ.

ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະ ໄດ້ໃຫ້ຮູ້ໃນກອງປະຊຸມຖະແຫລງຂ່າວຂະບວນການສັກວັກຊິນໝາກແດງໃຫຍ່ ແລະ ພະຍາດໝາກແດງນ້ອຍ ເມື່ອບໍ່ດົນນີ້ວ່າ: ພະຍາດໝາກແດງໃຫຍ່ ເປັນພະຍາດຕິດເຊຶ້ອທີ່ເກີດຈາກໄວຣັດທີ່ມີອັດຕາການແຜ່ເຊື້ອສູງ ແລະ ເປັນສາເຫດໜຶ່ງທີ່ສໍາຄັນຂອງການເຈັບປ່ວຍ ແລະ ມີອັດຕາການຕາຍໃນໄວເດັກ ແລະ ພະຍາດໝາກແດງນ້ອຍ ແມ່ນພະຍາດຕິດຕໍ່ ຊະນິດໜຶ່ງທີ່ຕິດຕໍ່ໄວ ແລະ ຈະມີຄວາມຮຸນແຮງລະດັບປານກາງ, ພະຍາດໝາກແດງທັງສອງຊະນິດນີ້ ເຖິງວ່າຈະມີຢາວັກຊີນທີ່ປອດໄພ, ມີປະສິດທິພາບ ແລະ ລາຄາບໍ່ແພງກໍຕາມ, ແຕ່ພະຍາດດັ່ງກ່າວ ຍັງເປັນສາເຫດສໍາຄັນຂອງການເສຍຊີວິດຂອງເດັກນ້ອຍໃນທົ່ວໂລກ. ເຖິງວ່າຈະເປັນພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊີນກໍຕາມ, ແຕ່ກໍມີລາຍງານວ່າ ໃນປະເທດທີ່ກໍາລັງພັດທະນາ, ອັດຕາການເສຍຊີວິດຂອງເດັກນ້ອຍອາດສູງເຖິງ 5-10%. ກໍລະນີຕິດເຊື້ອໝາກແດງໃຫຍ່ ໃນປີ 2022 ເພີ່ມຂຶ້ນ 18% ແລະ ເສຍຊີວິດ 43% ທົ່ວໂລກ (ທຽບໃສ່ປີ 2021), ເຮັດໃຫ້ຈຳນວນກໍລະນີທີ່ຕິດເຊື້ອໝາກແດງໃຫຍ່ ສະເລ່ຍ 9 ລ້ານຄົນ ແລະ ເສຍຊີວິດ 136.000 ຄົນ, ສ່ວນໃຫຍ່ແມ່ນໃນກຸ່ມເດັກນ້ອຍ. ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ສາມາດເຮັດໃຫ້ເກີດອາການສົນ ຫລື ເສຍຊີວິດໄດ້.

ຕສມ ຂໍ້ມູນພູມຄຸ້ມກັນແຫ່ງຊາດ ໃນປີ 2021 ສະແດງໃຫ້ເຫັນວ່າ: ກຸ່ມເດັກນ້ອຍລຸ່ມ 5 ປີ ແລະ ຜູ້ໃຫຍ່ 30 ປີ ຂຶ້ນໄປເປັນກຸ່ມທີ່ມີຄວາມສ່ຽງສູງ ແລະ ຫລັກຖານອ້າງອີງປັດຈຸບັນຈາກອົງການອະນາໄມໂລກພາກພື້ນ ໄດ້ຊີ້ໃຫ້ເຫັນ ກໍລະນີພະຍາດໝາກແດງໃຫຍ່ເພີ່ມຂຶ້ນ 255% ໃນພາກພຶື້ນ ລະຫວ່າງ ປີ 2022 ແລະ 2023 ເຊິ່ງສາເຫດຂອງ ການເພີ່ມຂຶ້ນກໍເນື່ອງມາຈາກທີ່ຫລາຍໆປະເທດ ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19.

ທ່ານ ດຣ. ສະໜອງ ທອງຊະນະ ຍັງໃຫ້ຮູ້ອີກວ່າ: ສຳລັບ ສປປ ລາວ ກໍມີປະຫວັດການເກີດລະບາດຂອງພະຍາດໝາກແດງໃນຫລາຍພື້ນທີ່ທົ່ວປະເທດ ເຊັ່ນ: ປີ 2019-2020 ເກີດຢູ່ນະຄອນຫລວງວຽງຈັນ, ແຂວງ ແລະ ຂົງເຂດອື່ນໆ ເຊິ່ງມີ 1.242 ກໍລະນີ ປີ 2019 ແລະ 132 ກໍລະນີ ປີ 2020. ເພື່ອປ້ອງກັນການແພ່ລະບາດ ຂອງພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ມີຄວາມ ຈຳເປັນຕ້ອງໄດ້ສັກວັກຊີນຢ່າງເປັນຂະບວນການ ເຊິ່ງ ສປປ ລາວ ແມ່ນ 1 ໃນ 3 ປະເທດ ທີ່ມີແຜນຈັດຕັ້ງປະຕິບັດ ວັນສັດຢາກັນພະຍາດແຫ່ງຊາດ (ວສຊ) ໃນປີ 2024 (ປະຕິບັດໄປພ້ອມໆກັບ ມາເລເຊຍ ແລະ ກຳປູເຈຍ) ແລະ ລາວເຮົາກໍເຄີຍຈັດຂະບວນການວັກວັກຊີນໝາກແດງໃຫຍ່, ໝາກແດງນ້ອຍ ໃນທົ່ວປະເທດຄັ້ງສຸດທ້າຍໄດ້ຈັດຂຶ້ນໃນປີ 2017 ແລະ ປີນີ້ຈະຈັດຂຶ້ນໃນລະຫວ່າງວັນທີ 20-31 ພຶດສະພາ 2024 ເຊິ່ງຈະຈັດເປັນຂະບວນການໃຫຍ່ໃນທຸກແຂວງ, ທຸກເມືອງໃນຂອບເຂດທົ່ວປະເທດ ແລະ ກຸ່ມເປົ້າໝາຍ ທີ່ຈະໄດ້ຮັບວັກຊີນໃນຊຸດນີ້ແມ່ນເດັກກຸ່ມອາຍຸ 0-5 ປີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments