Sunday, May 5, 2024
Homeຂ່າວໜ້າໜຶ່ງຂະບວນການສັກວັກຊິນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍທົ່ວປະເທດ

ຂະບວນການສັກວັກຊິນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍທົ່ວປະເທດ

ກະຊວງສາທາລະນະສຸກແຫ່ງ ສປປ ລາວຮ່ວມກັບອົງການກາວີ (Gavi) ລັດຖະບານອົສຕຣາລີ, ອົງການອຸຍນີເຊັບແລະອົງການອະນາໄມໂລກໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບການເປີດຂະບວນການຮັບວັກຊິນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍໃນທົ່ວປະເທດ ຂຶ້ນໃນວັນທີ 25 ເມສາ ນີ້ ທີ່ໂຮງແຮມແລນມາກ, ໂດຍມີທ່ານສະໜອງ ທອງຊະນະຮອງລັດຖະມົນຕີກະຊວງສາທາລະນະສຸກ;ທ່ານນາງ ນາເດຍ ລາສຣິຜູ້ຈັດການອາວຸໂສລະດັບປະເທດ ແລະ ຜູ້ປະສານງານສະໜັບສະໜູນຈາກອົງການກາວີ ປະຈຳ ສປປ ລາວ;ທ່ານ ແດນ ເຮວເດິນອຸປະທູດສະຖານທູດອົສຕຣາລີ ພ້ອມດ້ວຍຜູ້ຕາງໜ້າ ອົງການອຸຍນີເຊັບ ປະຈໍາ ສປປ ລາວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ຂະບວນການສັກວັກຊິນສັກວັກຊິນກັນພະຍາດໝາກແດງໃຫຍ່ແລະໝາກແດງນ້ອຍທົ່ວປະເທດໃຫ້ກຸ່ມເດັກນ້ອຍອາຍຸຕໍ່າກວ່າ 5 ປີຊຶ່ງຂະບວນການດັ່ງກ່າວຈະໄດ້ຈັດຕັ້ງປະຕິບັດຂຶ້ນໃນໄລຍະຂອງສັບປະດາສັກຢາກັນພະຍາດສາກົນ (World Immunization Week) 2024 ແລະ ເນັ້ນໜັກໃຫ້ເຫັນເຖິງຄວາມສຳຄັນຂອງວັກຊິນໃນການຮັກສາຊີວິດຂອງເດັກນ້ອຍຂະບວນການສັກວັກຊິນດັ່ງກ່າວຈະໄດ້ຈັດຕັ້ງປະຕິບັດໃນ ສປປ ລາວ ລະຫວ່າງວັນທີ 20ຫາ31 ພຶດສະພາ 2024 ໃນທົ່ວປະເທດ, ໂດຍໄດ້ຮັບການສະໜັບສະໜູນຈາກອົງການກາວີ (Gavi), ລັດຖະບານອົສຕຣາລີ, ອົງການອຸຍນີເຊັບ ແລະ ອົງການອະນາໄມໂລກເພື່ອຊ່ວຍສະກັດກັ້ນການແຜ່ລະບາດຂອງພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍໃນ ສປປ ລາວ. ຂະບວນການໃຫ້ວັກຊິນນີ້ມີຄວາມສຳຄັນ ເນື່ອງຈາກວ່າປັດຈຸບັນໄດ້ມີການເພີ່ມຂຶ້ນຂອງກໍລະນີພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍໃນທົ່ວໂລກ ເນື່ອງຈາກມີອັດຕາການສັກຢາກັນພະຍາດຕໍ່າລົງໃນກຸ່ມເດັກນ້ອຍ.

ທ່ານ ສະໜອງ ທອງຊະນະກ່າວວ່າ:ການສັກວັກຊິນຮອບໃໝ່ນີ້ເກີດຂຶ້ນໃນໄລຍະສັບປະດາສັກຢາກັນພະຍາດສາກົນ 2024 ແລະ ຄາດວ່າຈະຊ່ວຍໃຫ້ການປ້ອງກັນແກ່ເດັກທີ່ມີອາຍຸຕ່ຳກວ່າ 5 ປີ ກວ່າເຄິ່ງລ້ານຄົນຈາກພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍຊຶ່ງວັກຊິນກັນພະຍາດດັ່ງກ່າວ ສາມາດສັກໄດ້ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ ການແຈກຢາຍວັກຊິນເຫຼົ່ານີ້ແມ່ນນຳພາໂດຍ ກະຊວງສາທາລະນະສຸກ ວັກຊິນນີ້ສາມາດສັກໄດ້ໃນຂອບເຂດທົ່ວປະເທດ.

ທ່ານນາງ ນາເດຍ ລາສຣິກ່າວວ່າ: ການຄິດຄົ້ນວັກຊິນເປັນຜົນສໍາເລັດອັນໂດດເດັ່ນໜຶ່ງໃນປະຫວັດສາດໂລກ ໃນຫຼາຍທົດສະວັດທີ່ຜ່ານມາເດັກນ້ອຍຫຼາຍຕື້ຄົນໄດ້ຮັບການປົກປ້ອງຈາກພະຍາດຕ່າງໆທີ່ເປັນໄພຂົ່ມຂູ່ຕໍ່ຊີວິດພວກເຂົານັ້ນກໍຄືວັກຊິນນັ້ນເອງ ເຖິງຢ່າງໃດກໍຕາມການເພີ່ມຂຶ້ນຂອງກໍລະນີພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ໃນທົ່ວໂລກນັ້ນກໍໄດ້ສະແດງໃຫ້ພວກເຮົາເຫັນແລ້ວວ່າ ຍັງມີເດັກນ້ອຍຫຼາຍຄົນທີ່ຍັງບໍ່ໄດ້ຮັບວັກຊິນ ດັ່ງນັ້ນຂະບວນການໃຫ້ວັກຊິນຄັ້ງນີ້ຈະສາມາດເຂົ້າເຖິງເດັກທຸກຄົນໂດຍສະເພາະຜູ້ທີ່ຍັງບໍ່ໄດ້ຮັບວັກຊິນ ສະນັ້ນຕ້ອງສືບຕໍ່ລົງທຶນໃນວຽກງານນີ້ຕື່ມເພື່ອຮັບປະກັນວ່າ ບໍ່ມີໃຜຖືກປະຖິ້ມໄວ້ເບື້ອງຫຼັງ ໂດຍສະເພາະກຸ່ມຄົນທີ່ມີຄວາມສ່ຽງ ແລະ ຢູ່ຫ່າງໄກສອກຫຼີກ.

ທ່ານ ແດນ ເຮວເດິນກ່າວວ່າ: ການສັກວັກຊິນເປັນວິທີທີ່ມີປະສິດທິພາບທີ່ສຸດໃນການປົກປ້ອງເດັກນ້ອຍຈາກພະຍາດຮ້າຍແຮງທີ່ສາມາດເກີດຂຶ້ນຈາກໝາກແດງໃຫຍ່ ແລະ ໝາກແດງນ້ອຍ ສາມາດຊ່ວຍໃຫ້ເດັກນ້ອຍມີສຸຂະພາບແຂງແຮງໄດ້ ວັກຊິນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ທີ່ນຳໃຊ້ນັ້ນແມ່ນມີປະສິດທິຜົນ ແລະ ຖືກນຳໃຊ້ມາເປັນເວລາຫຼາຍທົດສະວັດແລ້ວໃນທົ່ວໂລກ. ດັ່ງນັ້ນ, ຈຶ່ງເປັນສິ່ງສໍາຄັນທີ່ເດັກນ້ອຍຕ້ອງໄດ້ຮັບວັກຊິນນີ້ຕາມເກນອາຍຸ.

ການເພີ່ມອັດຕາການສັກຢາກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍໃນ ສປປ ລາວ ມີຄວາມສຳຄັນຫຼາຍຖ້າພວກເຮົາຢາກປ້ອງກັນການລະບາດຂອງພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍທີ່ຮ້າຍແຮງ ຊຶ່ງຫຼາຍໆປະເທດກຳລັງປະເຊີນຢູ່ ສະນັ້ນລະຫວ່າງວັນທີ 20 ຫາ 31 ພຶດສະພານີ້ ຈະໄດ້ມີການລະດົມພະນັກງານ ແລະ ອາສາສະໝັກສາທາລະນະສຸກໃນຂອບເຂດທົ່ວປະເທດເພື່ອສະໜອງວັກຊິນທີ່ມີທັງຄວາມປອດໄພ ແລະ ປະສິດທິຜົນໃຫ້ແກ່ເດັກນ້ອຍລາວທົ່ວປະເທດ. ວັກຊິນກັນພະຍາດທັງໝົດ ໃນ ສປປ ລາວແມ່ນໄດ້ຖືກຮັບຮອງໂດຍອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກໄດ້ຮັບການຢັ້ງຢືນວ່າປອດໄຟ ແລະ ມີປະສິດທິພາບສູງໃນການປ້ອງກັນເດັກນ້ອຍຈາກການເຈັບປ່ວຍຮ້າຍແຮງ ແລະ ການເສຍຊີວິດຈາກພະຍາດ. ສະນັ້ນ,ລະຫວ່າງວັນທີ 20 ຫາ 31 ພຶດສະພານີ້ຈົ່ງພາລູກຫຼານຂອງທ່ານໄປຮັບວັກຊິນຕາມສຸກສາລາ,ໂຮງໝໍເມືອງ,ໂຮງໝໍແຂວງ, ໂຮງໝໍໃຫຍ່ ຢູ່ນະຄອນຫຼວງວຽງຈັນ ແລະ ໜ່ວຍງານການບໍລິການເຄື່ອນທີ່.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments