Tuesday, May 14, 2024
Homeຂ່າວຕ່າງປະເທດສະພາສູງສ.ອາເມລິກາ ຮັບຮອງຮ່າງກົດໝາຍ ຫ້າມການນຳໃຊ້ຕິກຕ໊ອກ

ສະພາສູງສ.ອາເມລິກາ ຮັບຮອງຮ່າງກົດໝາຍ ຫ້າມການນຳໃຊ້ຕິກຕ໊ອກ

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອວັນທີ 24 ເມສາວ່າ: ສະພາສູງ ສ.ອາເມລິກາ ມີມະຕິ ໃນກອງປະຊຸມ ດ້ວຍສຽງ ສ່ວນຫລາຍ 79 ຕໍ່ 18 ສຽງ ຮັບຮອງ ກົດໝາຍ “ກົດໝາຍປົກປ້ອງ ຊາວອາເມລິກາ ຈາກ ແອຟ ພລິເຄຊັນ ທີ່ ຄວບຄຸມໂດຍ ຜູ້ບໍ່ຫວັງດີ ຈາກ ປະເທດຕ່າງໆ” ຫລັງຈາກ ສະພາຜູ້ແທນປະຊາຊົນ ມີມະຕິສຽງສ່ວນຫລາຍ 360 ຕໍ່ 58 ສຽງ ໃນກອງປະຊຸມ ວາລະພິເສດ. ຫລັງຈາກນີ້ເຫລືອພຽງຂັ້ນຕອນໃຫ້ທ່ານ ໂຈໄບເດນ ປະທານາທິບໍດີ ສ.ອາເມລິກາ ລົງນາມເພື່ອໃຫ້ກົດ ໝາຍ ມີຂໍ້ບັງຄັບໃຊ້ ຢ່າງເປັນທາງການ. ໂດຍກົດໝາຍ ລະບຸຢ່າງຊັດເຈນວ່າ ບໍລິສັດ ໄບດແດນຊ ຊຶ່ງມີ ສຳນັກງານໃຫຍ່ຢູ່ນະຄອນຫລວງ ປັກກິ່ງ ປະເທດ ຈີນ ຕ້ອງຢຸດຕິ ການຄອບຄອງ ກຳມະສິດທິເໜືອ ຕິກຕ໊ອກ ໃນໄລຍະເວລາ 9 ເດືອນ ນັບຕັ້ງແຕ່ ກົດໝາຍ ມີຜົນບັງຄັບໃຊ້. ຢ່າງໃດກໍ່ຕາມ ອາດມີການ ຂະຫຍາຍເວລາ ໃຫ້ແກ່ ຕິກຕ໊ອກອີກ 3 ເດືອນ ຖ້າຫາກຂະບວນການຊື້ຂາຍຍັງບໍ່ສຳເລັດ , ແຕ່ໃນກໍລະນີບໍ່ມີການດຳເນີນການພາຍໃນ ໄລຍະເວລາ ທີ່ກຳນົດໄວ້ ແອຟພລີເຄຊັນ ດັ່ງກ່າວ ຈະບໍ່ສາມາດ ເຂົ້າເຖິງໄດ້ ໃນສ.ອາເມລິກາ ອີກຕໍ່ໄປ. ໂດຍເນື້ອໃນ ຂອງ ກົດໝາຍ ລະບຸວ່າ ເຫດຜົນທາງ ຄວາມໝັ້ນຄົງວ່າ ຈີນ ສາມາດເຂົ້າເຖິງ ຂໍ້ມູນສ່ວນບຸກຄົນ ຂອງ ປະຊາຊົນ ໃນ ສ.ອາເມລິກາ ໂດຍຜ່ານຕິກຕ໊ອກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments