Tuesday, May 14, 2024
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ ເນັ້ນເຖິງຄວາມສໍາຄັນການນໍາໃຊ້ນະວັດຕະກຳດີຈິຕອນ ເລັ່ງລັດການປະຕິບັດວາລະ 2030

ຮອງນາຍົກລັດຖະມົນຕີ ເນັ້ນເຖິງຄວາມສໍາຄັນການນໍາໃຊ້ນະວັດຕະກຳດີຈິຕອນ ເລັ່ງລັດການປະຕິບັດວາລະ 2030

ໃນວັນທີ 23 ເມສາ 2024 ນີ້, ທີ່ບາງກອກ ປະເທດໄທ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນທາງການ ຂອງ ສປປ ລາວ ສືບຕໍ່ເຂົ້າຮ່ວມ ແລະ ກ່າວຄຳເຫັນຕໍ່ກອງປະຊຸມພາກອະພິປາຍທົ່ວໄປ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງການນໍາໃຊ້ນະວັດຕະກຳດີຈິຕອນທີ່ທັນສະໄໝ ເພື່ອເລັ່ງລັດການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດ ໂດຍສະເພາະ ການສົ່ງເສີມການຜະລິດ, ການຄ້າ, ການເງິນ, ການສຶກສາ, ການບໍລິການ ແລະ ອື່ນໆ. ເຖິງວ່າຈະມີຫລາຍປະເທດ ສາມາດນຳໃຊ້ນະວັດຕະກຳດ້ານດີຈິຕອນ ໄດ້ຢ່າງມີປະ ສິດທິຜົນ, ແຕ່ເຫັນວ່າຍັງມີຄວາມແຕກໂຕນ ແລະ ຄວາມບໍ່ສະເໝີພາບໃນການພັດທະນານະວັດຕະກຳດ້ານດີຈິຕອນ ເຮັດໃຫ້ບາງປະເທດ ຍັງພະເຊີນກັບຄວາມທ້າທາຍ ໃນການພັດທະນາພື້ນຖານໂຄງລ່າງດ້ານເຕັກໂນໂລຊີ ແລະ ການສ້າງຄວາມສາມາດດ້ານນະວັດຕະກຳດີຈິຕອນ.

ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ກ່າວເຖິງຄວາມພະຍາຍາມຂອງລັດຖະບານ ໃນການຫັນເປັນທັນສະໄໝ ກໍຄື ການຈັດຕັ້ງປະຕິບັດວິໄສທັດ ການພັດທະນາເສດຖະກິດດີຈິຕອນແຫ່ງຊາດ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ 10 ປີ (2021-2030) ແລະແຜນພັດທະນາເສດຖະກິດດີຈິຕອນ 5 ປີ (2021-2025) ແນໃສ່ຮັດແຄບຄວາມແຕກໂຕນດ້ານການພັດ ທະນາເຕັກໂນໂລຊີ ພ້ອມທັງເລັ່ງລັດການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ແລະ ສະໜັບສະໜູນໃຫ້ ສປປ ລາວ ສາມາດຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ພາຍໃນປີ 2026.

ສຳລັບ ການຮ່ວມມືລະດັບພາກພື້ນ, ສປປ ລາວໄດ້ສະໜັບສະໜູນແຜນແມ່ບົດດີຈິຕອນອາຊຽນ ປີ2025 ທີ່ເລັ່ງລັດໃຫ້ແກ່ການເຊື່ອມໂຍງດີຈິຕອນທົ່ວພາກພື້ນ ແລະ ສຳລັບການເປັນປະທານໝູນວຽນອາຊຽນ ໃນປີ 2024 ກໍໄດ້ກໍານົດເອົາ 9 ບຸລິ ມະສິດ ເຊິ່ງລວມທັງການຂ້າມຜ່ານໄປສູ່ອະນາຄົດດີຈິຕອນ ແນໃສ່ສົ່ງເສີມໃຫ້ອາຊຽນກ້າວໄປສູ່ເສດຖະກິດດີຈິຕອນ ໃນແຖວໜ້າ ແລະ ສ້າງການເຊື່ອມຈອດທົ່ວອາຊຽນແລະ ທົ່ວໂລກໃຫ້ນັບມື້ນັບເລິກເຊິ່ງຂຶ້ນກວ່າເກົ່າ. ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີຍັງໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ເພີ່ມທະວີການຊ່ວຍເຫລືອບັນດາປະເທດ ທີ່ມີສະພາບເງື່ອນໄຂພິເສດ, ພ້ອມທັງໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ເພື່ອພ້ອມກັນນຳໃຊ້ທ່າແຮງດ້ານນະວັດຕະກຳດີຈິຕອນ ເພື່ອການພັດທະນາແບບຍືນຍົງ ແລະ ພ້ອມກັນກ້າວໄປ.

ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ກໍໄດ້ປະກອບຄຳເຫັນໃນວາລະທີ 3 ກ່ຽວກັບການຮ່ວມມືສໍາລັບປະເທດດ້ອຍພັດທະນາ (LDCs), ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ (LLDCs) ແລະ ປະເທດເກາະດອນນ້ອຍກຳລັງພັດທະນາ (SIDs) ກ່ຽວກັບການນຳໃຊ້ດີຈິຕອນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃນບັນດາປະເທດທີ່ມີສະພາບເງື່ອນໄຂພິເສດດັ່ງກ່າວ ເຊິ່ງ ສປປ ລາວ ເປັນທັງປະເທດບໍ່ມີຊາຍແດນຕິດທະເລ ແລະ ປະເທດດ້ອຍພັດທະນາ.

ກອງປະຊຸມດັ່ງກ່າວ, ເປັນໂອກາດສຳຄັນໃນການປຶກສາຫາລື ກ່ຽວກັບການຮັດແໜ້ນການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ເພື່ອໝູນໃຊ້ນະວັດຕະກຳດີຈິຕອນ ເຂົ້າໃນການເລັ່ງລັດການຈັດຕັ້ງປະຕິບັດວາລະ 2030 ເພື່ອເປົ້າໝາຍການພັດທະນາແບບຍືນຍົງ, ຮັດແຄບຄວາມແຕກໂຕນ ແລະ ຄວາມບໍ່ສະເໝີພາບດ້ານດີຈິຕອນ, ລະດົມຂົນຂວາຍຊັບພະຍາກອນ ແລະ ທຶນຮອນ ກໍຄື ເຕັກນິກວິຊາການຢ່າງມີປະສິດທິຜົນ.

ໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະກັບ ທ່ານ ນາງ ອາມີດາ ຊໍເຊຍ ອາລີສຈາບານາ (Armida Salsiah ALISJAHBANA), ເລຂາບໍລິຫານງານຄະນະກຳມາທິການເສດຖະກິດ-ສັງຄົມ ປະຈຳພາກພື້ນອາຊີ-ປາຊີຟິກ ແລະ ທ່ານ ໄຄຣັດ ຊາຣີເບ (Kairat SARYBAY) ເລຂາທິການໃຫຍ່, ກອງປະຊຸມວ່າດ້ວຍການປຶກສາຫາລື ແລະ ການສ້າງມາດຕະການໄວ້ເນື້ອເຊື່ອໃຈກັນໃນອາຊີ ເພື່ອປຶກສາຫາລືກ່ຽວກັບບັນຫາທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments