Tuesday, May 14, 2024
Homeຂ່າວໜ້າໜຶ່ງປະທານປະເທດ ແຫ່ງ ສປປ ລາວ ພົບປະປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ

ປະທານປະເທດ ແຫ່ງ ສປປ ລາວ ພົບປະປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ

ຕອນບ່າຍວັນທີ 23 ເມສາ 2024, ທີ່ ນະຄອນຫລວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງຣາຊະອານາຈັກ ກຳປູເຈຍ ໃນໂອກາດເດີນທາງຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວຂອງ ທ່ານປະທານສະພາແຫ່ງຊາດ ແລະ ການນໍາລັດຖະບານ ແຫ່ງ ສປປ ລາວ ມາຍັງ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ແລະ ບັນດາການນໍາຂອງສະພາແຫ່ງຊາດ ກໍາປູເຈຍ ທີ່ເປັນເພື່ອນມິດທີ່ສະໜິດສະໜົມຂອງປະຊາຊົນລາວບັນດາ ເຜົ່າ, ພ້ອມທັງສະແດງຄວາມຊົມເຊີຍທີ່ພັກປະຊາຊົນກໍາປູເຈຍ ໄດ້ຮັບໄຊຊະນະຢ່າງໃຫຍ່ຫລວງ ໃນການເລືອກຕັ້ງ ສະພາສູງສະໄໝທີ 5 ໃນວັນທີ 25 ກຸມພາ 2024 ທີ່ຜ່ານມາ, ຊຶ່ງພັກປະຊາຊົນກໍາປູເຈຍ ຍາດໄດ້ 55 ບ່ອນນັ່ງໃນຈໍານວນ 58 ບ່ອນນັ່ງຢູ່ສະພາສູງ, ອັນນີ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຄວາມສັດທາຂອງປະຊາຊົນ ກໍາປູເຈຍ ທີ່ມີຕໍ່ພັກປະຊາຊົນ ຕະຫລອດໄລຍະທີ່ຜ່ານມາ.

ໃນຂະນະດຽວກັນ, ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ກໍສະແດງຄວາມຂອບໃຈຕໍ່ຄໍາເວົ້າອັນຈົບງາມດັ່ງກ່າວ, ພ້ອມທັງສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ທອງລຸນ ສີສຸລິດ ທີ່ໄດ້ນໍາພາຄະນະຜູ້ນໍາຂັ້ນສູງ ຂອງ ສປປ ລາວ ເດີນທາງມາຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກໍາປູເຈຍ ໃນຄັ້ງນີ້.

ພ້ອມນີ້, ສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືລະຫວ່າງ ສອງປະເທດ ລາວ ແລະ ກໍາປູເຈຍ ໂດຍສະເພາະການພົວພັນຮ່ວມມື ລະຫວ່າງ ອົງການນິຕິບັນຍັດ ຂອງສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງໜັກແໜ້ນ ແລະ ເຂັ້ມແຂງ ສະແດງອອກຄື: ອົງການນິຕິບັນຍັດທັງສອງ ໄດ້ມີການແລກປ່ຽນການຢ້ຽມຢາມ ແລະ ໄປມາຫາສູ່ ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ, ຊຶ່ງໃນທ້າຍປີ 2023, ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ກໍາປູເຈຍ ກໍໄດ້ເດີນທາງໄປຢ້ຽມຢາມທາງການ ສປປ ລາວ ແລະ ເຂົ້າ ຮ່ວມກອງປະຊຸມສຸດຍອດລັດຖະສະພາ ກໍາປູເຈຍ, ລາວ ແລະ ຫວຽດນາມ ຄັ້ງທີ 1, ຊຶ່ງເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນຄັ້ງປະຫວັດສາດ ສໍາລັບສະພາແຫ່ງຊາດ ຂອງສາມປະເທດ ກໍາປູເຈຍ, ລາວ ແລະ ຫວຽດນາມ ເພື່ອຊຸກຍູ້ສົ່ງເສີມການຮ່ວມມື ໃນເຂດສາມຫລ່ຽມພັດທະນາ (CLV) ແລະ ເປັນການສົ່ງເສີມ ການຮ່ວມມືຮອບດ້ານ ລະຫວ່າງ ກໍາປູເຈຍ-ລາວ-ຫວຽດນາມ, ພ້ອມທັງເປັນການຍົກສູງບົດບາດ ແລະ ການຮ່ວມມືລະຫວ່າງ ອົງການນິຕິບັນຍັດຂອງສາມປະເທດ ກໍາປູເຈຍ-ລາວ -ຫວຽດນາມ (CLV) ໃຫ້ສົມຄູ່ກັບກົນໄກຮ່ວມມືເບື້ອງລັດຖະບານ.

ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ.

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments