Wednesday, May 15, 2024
Homeຂ່າວພາຍໃນເຊໂປນເປີດປີທ່ອງທ່ຽວລາວ 2024 ຕິດພັນກັບງານບຸນສົງການປີໃໝ່ລາວ ພສ 2567

ເຊໂປນເປີດປີທ່ອງທ່ຽວລາວ 2024 ຕິດພັນກັບງານບຸນສົງການປີໃໝ່ລາວ ພສ 2567

ໃນຕອນແລງວັນທີ 12 ເມສາ 2024 ເມືອງເຊໂປນໄດ້ຈັດເປີດປີທ່ອງທ່ຽວລາວ 2024 ທີ່ຕິດພັນກັບງານບຸນສົງການປີ ໃໝ່ລາວ ພສ 2567 ຂື້້ນຢ່າງເປັນທາງການ,ຢູ່ເດີ່ນບານເມືອງເຊໂປນໂດຍການເຂົ້າຮ່ວມຂອງທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກຖະແຫລງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງສະຫວັນນະເຂດ, ທ່ານ ພົງຄໍາຮັກ ບຸດທະວົງ ເຈົ້າເມືອງເຊໂປນ,ມີບັນດາຄະນະການນໍາຂັ້ນສູງຂອງແຂວງ,ຂອງເມືອງ ແລະ ເມືອງອ້ອມຂ້າງ ພ້ອມດ້ວຍມວນຊົນເຂົ້າຮ່ວມ.

ກ່ອນເຂົ້າສູ່ພິທີຢ່າງເປັນທາງການບັນດາແຂກທີ່ເຂົ້າຮ່ວມໄດ້ຮັບຊົມການເດີນຂະບວນພາເລດຈາກກ້ອນກໍາລັງຕ່າງໆ,ເປີດງານດ້ວຍເພງຍີນດີຕ້ອນຮັບສູ່ເມືອງເຊໂປນຮ້ອງໂດຍ ນ.ນັນທິດາ ພົມມະວົງ ແຕ່ງໂດຍ ອາຈານ ດອກເພັກ ແດນຈໍາພອນ,ລຽບລຽງສຽງປະສານດົນຕີ ສະຕູດີໂອ ໃຈຄໍາແພງພ້ອມທັງຮັບຊົມການສະແດງສີລະປະວັນນະຄະດີ 7 ບ້ານລວມມີບົດຟ້ອນລໍາຕະອັວຍ ກ້ອນກໍາລັງສີລະປະ3ໂຮງຮຽນມໍຕົ້ນເມືອງຈັນ, ມສ ນາບໍ່,ມສ ເຊໂປນ ແລະ ບ້ານທ່າໂຂ່ງ,ບົດຟ້ອນລໍາຕັ່ງຫວາຍບ້ານອຸດົມສຸກ,ບົດຟ້ອນລໍາສາລະວັນບ້ານສອນມີໄຊ,ບົດຟ້ອນກອງຕຸ້ມກອງຫາງບ້ານນາບໍ່,ບົດຟ້ອນສຽງຟີນບ້ານໂພນມ່ວງ,ບົດຟ້ອນສາວຜູ່ໄທເຂັນຝ້າຍບ້ານວົງວິໄລ,ບົດຟ້ອນສ້ອນກຸ້ງບ້ານເຊໂປນເກົ່າ ພ້ອມດ້ວຍສີລະປະ 5 ໂຮງຮຽນບົດຟ້ອນສ້ອນປາ ມສ ຫ້ວຍສານ,ບົດຟ້ອນບັ້ນຮົບລາມເຊີນ 719 ມສ ດົງສະຫວັນ, ບົດຟ້ອນວິຖິຊີວິດຊາວນາ ມໍຕົ້ນເມືອງຈັນ,ບົດຟ້ອນສຶບສານວັດທະນະທໍາຕໍາເຂົ້າ ມສ ນາບໍ່,ບົດຟ້ອນຫັດຖະກໍາຈັກສານ ມສ ເຊໂປນທີ່ເປັນເອກະລັກຂອງຊາວເມືອງເຊໂປນ ພ້ອມນີ້ກໍໄດ້ຊົມການວາງສະແດງຈໍາໜ່າຍສິນຄ້າກະສີກໍາ,ຫັດຖະກໍາທ່ີເປັນຜົນຜະລິດແລະສີໄມ້ລາຍມືຂອງປະຊາຊົນເມືອງເຊໂປນນໍາອີກ, ໂອກາດດັ່ງກ່າວ ທ່ານ ຄໍາຟອງ ໄຊທິບຸດ ຮອງເຈົ້າເມືອງເຊໂປນ ກໍໄດ້ລາຍງານໃຫ້ຮູ້ວ່າ: ການຈັດງານບຸນປະເພນີກຸດສົງການປີໃໝ່ລາວປີນີ້ແມ່ນເພື່ອສຶບຕໍ່ເສີມສ້າງອະນຸລັກຮັກສາວັດທະນະທໍາຮີດຄອງປະເພນີອັນດີງາມ,ຮັກສາມູນເຊື້ອຄວາມສາມັກຄີຮັກແພງແລະນໍ້າໃຈໄມຕີຈິດອັນຍີ້ມແຍ່ມແຈ່ມໃສຂອງຊາວເມືອງເຊໂປນໂດຍໄດ້ຮັບການເຫັນດີແລະມອບໝາຍຈາກຄະນະພັກຄະນະນໍາຂັ້ນເມືອງຈຶ່ງກຽມພ້ອມຫ້າງຫາກະກຽມງານບຸນປະເພນີບຸນສົງການປີໃໝ່ລາວປະຈໍາປີ ພສ 2567 ຂື້ນ. ຊຶ່ງເນື້ອໃນຈິດໃຈກໍ່ເພື່ອຕ້ອນຮັບແຂກບ້ານແຂກເມືອງທັງເປັນການສົ່ງເສີມອະນຸລັກຮີດຄອງປະເພນີວັດທະນະທໍາອັນດີງາມຂອງຊາດຕິດພັນກັບການກະກຽມຄວາມພ້ອມໃຫ້ແກ່ການເປີດປີທ່ອງທ່ຽວລາວ 2024 ຂອງເມືອງເຊໂປນ,ສໍາລັບເມືອງເຊໂປນແມ່ນໄດ້ກໍານົດເອົາສະຖານທີ່ຕາດສະໂຄຍ,ຕາດສະແລນ,ຕາດສະດີ,ກ້ອງຂົວເຊບັ້ງຫຽງ,ແກ້ງວັງຊ້າງ,ສວນອຸທະຍານແດນສະຫວັນ,ຫໍພິພິທະພັນບັ້ນຮົບລາມເຊີນ719,ເສັ້ນທາງໂຮ່ຈີມິນ,ວັດເຊໂປນເກົ່າ ແລະ ແຫລ່ງທ່ອງທ່ຽວອື່ນໆເປັນບ່ອນໄວ້ຮອງຮັບນັກທ່ອງທ່ຽວ ແລະ ສະຖານທີ່ທ່ອງທ່ຽວຂອງເມືອງ,ເພື່ອເປັນບ່ອນຫລີ້ນບ່ອນທ່ຽວຂອງຜູ້ຄົນທີ່ມາຈາກພາຍໃນເມືອງຕ່າງເມືອງດັ່ງຄໍາຂວັນທີ່ວ່າ: ເຊໂປນ ແດນວິລະຊົນ ຄົນກ່າວຂານ, ດັງກັງວານສະໝໍລະພູມ719, ແຫລ່ງທ່ອງທ່ຽວ ຕາດສະແລນ ແດນລືນາມ, ງາມຖໍ້າປ່ອງທໍາມະຊາດຕາດສະໂຄຍ,ການຈັດງານເປີດງານບຸນສົງການປີໃໝ່ລາວຕິດພັນກັບການເປີດປີທ່ອງທ່ຽວລາວ2024 ທີ່ີເມືອງເຊໂປນແມ່ນມີ3ກິດຈະກໍາຫລັກກໍ່ຄືຄໍ່າຄືນ 11 ເມສາ ແມ່ນຈັດກິດຈະກໍາປະກວດນາງສັງຂານ, ວັນທີ 12 ເມສາ ແມ່ນເປີດປີທ່ອງທ່ຽວລາວ2024 ຕິດພັນກັບບຸນສົງການປີໃໝ່ລາວ, ວັນທີ 13 ເມສາແມ່ນແຫ່ນາງສັງຂານແຕ່ສະໂມສອນເມືອງໄປຫາວັດເຊໂປນໃຕ້

ຈາກນັ້ນທ່ານ ພົງຄໍາຮັກ ບຸດທະວົງ ເຈົ້າເມືອງໆເຊໂປນກໍໄດ້ກ່າວເປີດງານຢ່າງເປັນທາງການ,ໃນພິທີທ່ານໂພສີສ້ອຍ ກຸທິລາດ ຫົວໜ້າພະແນກ ຖວທ ແຂວງກໍ່ໄດ້ໃຫ້ກຽດລັ່ນຄ້ອງ 9 ບາດຮ່ວມກັບເຈົ້າເມືອງເຊໂປນ,ຄະນະການນໍາຂັ້ນສູງຂອງແຂວງ,ຂອງເມືອງ ແລະ ມວນຊົນເພື່ອເປັນສີຣິມຸງຄຸນໃຫ້ແກ່ການຈັດງານໃນຄັ້ງນີ້ພ້ອມນັ້ນກໍ່ໄດ້ຮ່ວມພາເຂົ້າສາມັກຄີແລະຊົມການເດີນແບບຂອງບັນດາຄອບຄົວຄະນະການນໍາ,ນັກທຸລະກິດທີ່ີເອົາເຄື່ອງທີ່ເປັນມໍຣະດົກອັນເກົ່າແກ່,ເຄື່ອງນຸ່ງຖືທີ່ມີລວດລາຍດັ່ງເດີມແບບເຜົ່າລາວ,ເຜົ່າຜູ່ໄທ,ເຜົ່າຕຣີ ແລະ ເຜົ່າມັງກອງທີ່ມີອາຍຸ 100 ປີຂື້ນໄປມາໂຊພາຍໃນງານອີກດ້ວຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments