Tuesday, May 14, 2024
Homeສຶກສານັກຮຽນລາວ ຍາດໄດ້ 2 ຫຼຽນຄໍາ, 4 ຫຼຽນເງິນ ແລະ 6 ຫຼຽນທອງ ແຂ່ງຂັນວິຊາຄະນິດສາດ ແລະ ພາສາອັງກິດໂອແລັມປິກ

ນັກຮຽນລາວ ຍາດໄດ້ 2 ຫຼຽນຄໍາ, 4 ຫຼຽນເງິນ ແລະ 6 ຫຼຽນທອງ ແຂ່ງຂັນວິຊາຄະນິດສາດ ແລະ ພາສາອັງກິດໂອແລັມປິກ

……….

ນັກຮຽນລາວ ສາມາດຍາດໄດ້ 2 ຫຼຽນຄໍາ, 4 ຫຼຽນເງິນ ແລະ 6 ຫຼຽນທອງ ແຂ່ງຂັນວິຊາຄະນິດສາດ ແລະ ພາສາອັງກິດໂອແລັມປິກ ຊຶ່ງໄດ້ຈັດຂຶ້ນທີ່ເມືອງຊິດນີ (Sydney) ປະເທດອົສຕຣາລີ ໃນລະຫວ່າງວັນທີ 14 ຫາ 21 ເມສາ 2024 .

ສໍາລັບການແຂ່ງຂັນຮອບຊີງຊະນະເລີດວິຊາຄະນິດສາດ ແລະ ພາສາອັງກິດໂອແລັມປິກ ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດຫຼາຍກວ່າ 4 ພັນຄົນ ທີ່ມາຈາກ 32 ປະເທດ ໃນນັ້ນ ນັກສຶກສາຈາກ ສປປ ລາວ ເຂົ້າຮ່ວມທັງໝົດ 21 ຄົນ ທີ່ເປັນຕົວແທນຈາກໂຮງຮຽນນາໆຊາດລາວ ແລະ ໂຮງຮຽນພອນສະຫັວນ ພ້ອມດ້ວຍບັນດາຄູ-ອາຈານ ແລະ ຜູ້ປົກຄອງ ເຂົ້າຮ່ວມ.

ຜ່ານການແຂ່ງຂັນ ນັກຮຽນຈາກໂຮງຮຽນນາໆຊາດລາວ ສາມາດຍາດໄດ້ລາງວັນ 2 ຫຼຽນຄໍາ ຄື: ທ້າວ ຊູຊິຫຼຽນ ແລະ ທ້າວ ນິຕິພູມ ຈະເລີນໄຊ ຈາກການແຂ່ງຂັນວິຊາຄະນິດສາດ. ນອກຈາກນັ້ນ, ກໍຍັງສາມາດຍາດໄດ້ 4 ຫຼຽນເງິນ ແລະ 6 ຫຼຽນທອງ ໃນການແຂ່ງຂັນໃນວິຊາຄະນິດສາດ ແລະ ໜຶ່ງຫຼຽນທອງໃນການແຂ່ງຂັນພາສາອັງກິດໜຶ່ງໃນນັ້ນແມ່ນເປັນນັກຮຽນຈາກໂຮງຮຽນນາໆຊາດລາວ ກໍຄື ທ້າວ ນິຕິພູມ ຈະເລີນໄຊ ໄດ້ຮັບລາງວັນພິເສດທີ່ມີຄະແນນສູງສຸດໃນການແຂ່ງຂັນວິຊາຄະນິດສາດໃນຄັ້ງນີ້ ການແຂ່ງຂັນ IMEC ແລະ JEO ແມ່ນຈັດຂຶ້ນໂດຍ NextEd (ບໍລິສັດໜຶ່ງໃນປະເທດ ອົສຕຣາລີ) ແລະ ມີ ການແຂ່ງຂັນ ເປັນ 2 ລະດັບ ຄື: ຮອບທ້ອງຖິ່ນ ແລະ ຮອບທົ່ວໂລກ. ຮອບທ້ອງຖິ່ນແມ່ນຈັດແບບອອນລາຍ ແລະ ສຳເລັດພາຍໃນເດືອນກຸມພາ 2024.

ຂ່າວ-ພາບ: ອານິດ ສີວິໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments