Wednesday, May 15, 2024
Homeຂ່າວໜ້າໜຶ່ງການບັນລຸສິດທິດ້ານສຸຂະພາບ: ເສັ້ນທາງສູ່ການຟື້ນຕົວ ແລະ ການເຕີບໂຕຂອງ ສປປ ລາວ

ການບັນລຸສິດທິດ້ານສຸຂະພາບ: ເສັ້ນທາງສູ່ການຟື້ນຕົວ ແລະ ການເຕີບໂຕຂອງ ສປປ ລາວ

ບົດຄໍາເຫັນຮ່ວມໂດຍອົງການອຸຍນິເຊັບ (UNICEF), ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA), ອົງການອະນາໄມໂລກ (WHO) ແລະ ສະຖານທູດລຸກຊໍາບວກ ປະຈຳ ສປປ ລາວ ເພື່ອສະເຫຼີມສະຫຼອງວັນສຸຂະພາບໂລກປີ 2024.

ໃນຂະນະທີ່ທົ່ວໂລກກະລັງປະເຊີນໜ້າກັບຜົນກະທົບ ພາຍຫຼັງການລະບາດຂອງພະຍາດ ໂຄວິດ-19, ວິກິດການດ້ານເສດຖະກິດ ແລະ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ສິດທິດ້ານສຸຂະພາບຂອງທຸກຄົນ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ.

ເຖິງຢ່າງໃດກໍ່ຕາມ, ໃນ ສປປ ລາວ, ການຮ່ວມມືລະຫວ່າງ ກະຊວງສາທາລະນະສຸກແຫ່ງ ສປປ ລາວ, ລັດຖະບານລຸກຊໍາບວກ ແລະ ສາມອົງການສະຫະປະຊາຊາດ ເຊັ່ນ: UNICEF, UNFPA, ແລະ WHO – ພວມເນັ້ນໜັກໃສ່ຍຸດທະສາດທີ່ມີຄວາມໜ້າປະທັບໃຈ ໃນການປົກປ້ອງສິດທິດ້ານສຸຂະພາບຂອງທຸກຄົນ ພ້ອມທັງຊຸກຍູ້ການພັດທະນາປະເທດຊາດ. ການຮ່ວມມືດັ່ງກ່າວແມ່ນແຜນງານຮ່ວມລະຫວ່າງອົງການສະຫະປະຊາຊາດ ເຊິ່ງເປັນຍຸດທະສາດຮາກຖານຂອງອົງການ ໂດຍແມ່ນການລົງທຶນໃສ່ດ້ານສຸຂະພາບ ທີ່ກວມເອົາວຽກງານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກ ແລະ ໄວໜຸ່ມ.

ເນື້ອໃນຫຼັກຂອງຍຸດທະສາດດັ່ງກ່າວມີຫຼາຍອົງປະກອບ: ການສ້າງຄວາມເຂັ້ມແຂງໃຫ້ການບໍລິການສຸຂະພາບຂັ້ນຕົ້ນ ໂດຍການພັດທະນາຂີດຄວາມສາມາດຂອງຜູ້ໃຫ້ບໍລິການ; ການສະໜັບສະໜູນດ້ານອຸປະກອນ, ຢາ ແລະ ວັກຊີນ; ແລະ ການປັບປຸງລະບົບຂໍ້ມູນ ໂດຍເນັ້ນໃສ່ການດູແລເດັກໃນໄລຍະ 1000 ວັນທໍາອິດໃນຊີວິດຂອງເຂົາເຈົ້າ. ແນ່ນອນວ່າ ພະນັກງານສາທາລະນະສຸກ ແມ່ນຜູ້ນຳແຖວແນວໜ້າໃນຄວາມພະຍາຍາມອັນໃຫຍ່ຫຼວງນີ້, ເພື່ອສະໜອງການບໍລິການທີ່ຈຳເປັນຢູ່ໃນເຂດຊົນນະບົດ ແລະ ເຂດທີ່ເຂົ້າເຖິງຍາກ. ດັ່ງນັ້ນ, ການເສີມສ້າງທັກສະຂອງເຂົາເຈົ້າ ແລະ ຮັບປະກັນວ່າພວກເຂົາສາມາດເຂົ້າເຖິງຊັບພະຍາກອນທີ່ຈໍາເປັນຕ່າງໆ ບໍ່ແມ່ນພຽງແຕ່ເປັນການລົງທຶນ ໃສ່ອາຊີບຂອງພວກເຂົາເທົ່ານັ້ນ ແຕ່ຍັງເປັນການລົງທຶນໃສ່ພື້ນຖານໂຄ່ງລ່າງດ້ານສາທາລະນະສຸກແຫ່ງຊາດ.

ແຜນງານຂອງພວກເຮົາຍັງສຸມໃສ່ຄວາມສໍາຄັນດ້ານສຸຂະພາບຂອງໄວໜຸ່ມອີກເຊັ່ນດຽວກັນ. ໄວໜຸ່ມ ແມ່ນກຸ່ມປະຊາກອນທີ່ສຳຄັນຂອງປະເທດລາວ ແລະ ການເປັນຢູ່ທີ່ດີຂອງເຂົາເຈົ້າ ກໍມີຜົນກະທົບໂດຍກົງຕໍ່ອະນາຄົດຂອງປະເທດ. ການແກ້ໄຂຄວາມຕ້ອງການດ້ານສຸຂະພາບ ລວມທັງສຸຂະພາບຈິດ, ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ແລະ ດ້ານໂພຊະນາການຂອງເຂົາເຈົ້າ, ພວກເຮົາສາມາດສະໜັບສະໜູນການພັດທະນາສ່ວນບຸກຄົນ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຂອງ ສປປ ລາວ. ທີ່ສຳຄັນທີ່ສຸດ, ແຜນງານດັ່ງກ່າວຍັງໄດ້ເນັ້ນໜັກໃສ່ການເພີ່ມທະວີການຄຸ້ມຄອງ ແລະ ການປະສານງານຂອງກະຊວງສາທາລະນະສຸກ ກັບບັນດາຄູ່ຮ່ວມງານ ເພື່ອສົມທົບປະສານງານກັນຢ່າງແໜ້ນແຟ້ນ.

ນັບຕັ້ງແຕ່ການລິເລີ່ມໃນປີ 2011 ເປັນຕົ້ນມາ, ແຜນງານຮ່ວມນີ້, ເຊິ່ງປະຈຸບັນແມ່ນຢູ່ໃນໄລຍະທີ 3, ສະແດງໃຫ້ເຫັນເຖິງແນວທາງທີ່ມຸ້ງໜ້າໃສ່ການຮັບປະກັນສິດທິດ້ານສຸຂະພາບໃຫ້ແກ່ທຸກຄົນໃນ ສປປ ລາວ ແລະ ໄດ້ບັນລຸຄວາມຄືບໜ້າ ຫຼາຍຢ່າງເຊັ່ນ: ການຫຼຸດອັດຕາການຕາຍຂອງເດັກເກີດໃໝ່ ແລະ ເດັກນ້ອຍ ເຊິ່ງໃນປັດຈຸບັນແມ່ນຢູ່ທີ່ອັດຕາ 12 ຄົນຕໍ່ 1,000 ການເກີດທີ່ມີຊີວິດ ສໍາລັບເດັກເກີດໃໝ່ ແລະ 28 ຄົນຕໍ່ 1,000 ການເກີດທີ່ມີຊີວິດສໍາລັບເດັກລຸ່ມ 5 ປີ, ຕາມລໍາດັບ; ອັດຕາການຕາຍຂອງແມ່ ແມ່ນຫຼຸດລົງຢ່າງຫຼວງຫຼາຍໃນທົດສະວັດທີ່ຜ່ານມາ ເຊິ່ງແມ່ນ 126 ຄົນຕໍ່ 100,000 ການເກີດທີ່ມີຊີວິດ ອີງຕາມການຄາດຄະເນຂອງອົງການສະຫະປະຊາຊາດສໍາລັບປີ 2023. ແນວໃດກໍ່ຕາມ, ຄວາມພະຍາຍາມຂອງພວກເຮົາຍັງຖືກກີດຂວາງຈາກການລະບາດຂອງພະຍາດ ໂຄວິດ-19 ຢ່າງຫຼວງຫຼາຍ, ພ້ອມທັງກີດຂວາງການບໍລິການດ້ານສຸຂະພາບ ແລະ ເຮັດໃຫ້ລະບົບສຸຂະພາບມີຄວາມອ່ອນແອ. ຍັງມີຄວາມຈໍາເປັນໃນການປັບປຸງຄຸນນະພາບ ແລະ ການເຂົ້າເຖິງການບໍລິການດ້ານສາທາລະນະສຸກ, ໂດຍສະເພາະແມ່ນໃນບັນດາບ້ານທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ຊຸມຊົນທີ່ດ້ອຍໂອກາດ, ເຊິ່ງຍັງຄົງເປັນບູລິມະສິດ.

ການລົງຢ້ຽມຢາມຮ່ວມກັນຂອງ ກະຊວງສາທາລະນະສຸກ, ສະຖານທູດລຸກຊໍາບວກ ປະຈຳ ສປປ ລາວ, ອົງການ UNICEF, UNFPA ແລະ ອົງການ WHO ທີ່ແຂວງບໍ່ແກ້ວໃນທ້າຍປີທີ່ຜ່ານມາ ກໍໄດ້ຍົກໃຫ້ເຫັນເຖິງວຽກງານທີ່ຍັງຄົງຄ້າງ ລວມທັງວຽກງານການຫຼຸດຜ່ອນອັດຕາການເຈັບເປັນ ແລະ ການຕາຍຂອງແມ່, ພ້ອມທັງຄວາມຕ້ອງການທີ່ບໍ່ໄດ້ຮັບການຕອບສະໜອງສໍາລັບການສະໜັບສະໜູນດ້ານການວາງແຜນຄອບຄົວ.

ເຖິງວ່າພວກເຮົາປະເຊີນກັບຄວາມຍາກລໍາບາກ, ແຕ່ພວກເຮົາຍັງແນມເຫັນໂອກາດ. ຄວາມຄືບໜ້າແມ່ນມີຄວາມເປັນໄປໄດ້ຖ້າມີການລົງທຶນ ແລະ ຄໍາໝັ້ນສັນຍາທີ່ເໝາະສົມຮ່ວມກັນ. ຍົກຕົວຢ່າງ, ການແຜ່ລະບາດຂອງພະຍາດ ໂຄວິດ-19 ກໍໄດ້ກະຕຸກຊຸກຍູ້ ໃຫ້ມີນະວັດຕະກໍາດ້ານສຸຂະພາບ, ໂດຍສະເພາະແມ່ນການນໍາໃຊ້ເຕັກໂນໂລຢີດິຈິຕອນ ໃນການໃຫ້ບໍລິການສຸຂະພາບ, ເຊິ່ງໄດ້ກາຍເປັນເຄື່ອງມືທີ່ສໍາຄັນໃນການຜັນຂະຫຍາຍການເຂົ້າເຖິງການດູແລສຸຂະພາບໃນປະເທດ. ຄວາມຄືບໜ້າທີ່ກ່າວມານີ້ ບໍ່ໄດ້ເປັນພຽງແຕ່ມາດຕະການຊົ່ວຄາວ, ແຕ່ສາມາດກ້າວໄປເປັນລະບົບການດູແລສຸຂະພາບທີ່ຢືດຢຸ່ນ ແລະ ເຂົ້າເຖິງງ່າຍຂຶ້ນ, ເຊິ່ງສາມາດເອົາຊະນະຕໍ່ຄວາມກົດດັນ ໃນດ້ານການປ່ຽນແປງດິນຟ້າອາກາດ ແລະ ໄພຂົ່ມຂູ່ອື່ນໆຂອງໂລກ.

ຍ້ອນວ່າ ສປປ ລາວ ກໍາລັງຢືນຢູ່ຈຸດຂ້າມຜ່ານ, ການຮ່ວມມືລະຫວ່າງກະຊວງສາທາລະນະສຸກ, ປະເທດລຸກຊໍາບວກ ແລະ ອົງການສະຫະປະຊາຊາດ ຈຶ່ງໄດ້ສະເໜີຮູບແບບ ການຮ່ວມມືລະຫວ່າງປະເທດ ແລະ ພະລັງຂອງການຮ່ວມມືໃນການຫັນປ່ຽນຊີວິດການເປັນຢູ່. ນອກຈາກນັ້ນ, ການສະໜັບສະໜູນດ້ານງົບປະມານຂອງປະເທດລຸກຊໍາບວກ ໃຫ້ແກ່ແຜນງານໃນຮອບໜຶ່ງທົດສະວັດທີ່ຜ່ານມາ ມູນຄ່າປະມານ 23 ລ້ານເອີໂຣ, ເນັ້ນໃຫ້ເຫັນເຖິງການຮ່ວມມືກັບ ສປປລາວ ທີ່ເລິກເຊິ່ງ ແລະ ເປັນຫຼັກຖານທີ່ສະແດງເຖິງທ່າແຮງຂອງການລິເລີ່ມດ້ານສຸຂະພາບທີ່ມີເປົ້າໝາຍ ເພື່ອກະຕຸກຊຸກຍູ້ ຜົນປະໂຫຍດທາງດ້ານເສດຖະກິດ ແລະ ສັງຄົມຢ່າງກວ້າງຂວາງ.

ເນື່ອງໃນໂອກາດການສະເຫຼີມສະຫຼອງວັນສຸຂະພາບໂລກປີ 2024 ໃນຫົວຂໍ້ “ສຸຂະພາບຂອງຂ້ອຍ, ສິດທິຂອງຂ້ອຍ”, ພວກເຮົາຮຽກຮ້ອງໃຫ້ມີການປະຕິບັດ ເພື່ອເຄົາລົບ, ປົກປັກຮັກສາ ແລະ ບັນລຸສິດທິດ້ານສຸຂະພາບຂອງທຸກຄົນໃນ ສປປ ລາວ ຄືດັ່ງນີ້:

• ເສີມສ້າງຄຳໝັ້ນສັນຍາທີ່ຈະບໍ່ຖິ້ມໃຜໄວ້ຂ້າງຫຼັງ ເມື່ອເວົ້າເຖິງການປົກຄຸມການເຂົ້າເຖີງບໍລິການດ້ານສຸຂະພາບຢ່າງທົ່ວປວງຊົນ. ພວກເຮົາສາມາດບັນລຸສິ່ງນີ້ໄດ້ ໂດຍການສຸມຄວາມພະຍາຍາມຂອງພວກເຮົາໃສ່ໃນການຜັນຂະຫຍາຍ ການເຂົ້າເຖິງການບໍລິການສຸຂະພາບທີ່ມີຄຸນນະພາບໃນເຂດຫ່າງໄກສອກຫຼີກ, ລວມທັງ ຜ່ານການບັງຄັບໃຊ້ກົດໝາຍການດູແລສຸຂະພາບຂັ້ນຕົ້ນ ທີ່ໄດ້ຖືກຮັບຮອງວ່າງບໍ່ດົນມານີ້;
• ປັບປຸງລະບົບການເກັບກຳຂໍ້ມູນແບບດິຈິຕອລ ໂດຍການລິເລີ່ມ ລະບົບລົງທະບຽນສັກຢາກັນພະຍາດ ແບບອີເລັກໂທຣນິກ, ລະບົບຕິດຕາມອຸນຫະພູມແບບທາງໄກ ຄຽງຄູ່ກັບເຄື່ອງມືການຮຽນທາງອີເລັກໂທຣນິກ ດ້ານການສັກຢາກັນພະຍາດ ແລະ ແອັບພລິເຄຊັ່ນ ການດູແລເດັກແບບເຊື່ອມສານ (IMNCI) ຂອງປະເທດລາວ;
• ສ້າງຂີດຄວາມສາມາດຂອງອາສາສະໝັກສາທາລະນະສຸກຂັ້ນບ້ານ ທີ່ເຮັດໜ້າທີ່ເປັນຂົວຕໍ່ຫາຊຸມຊົນ;
• ເພີ່ມງົບປະມານ ແລະ ການລົງທຶນດ້ານສຸຂະພາບ. ເຖິງເວລາແລ້ວ ທີ່ ສປປ ລາວ ຈະຕ້ອງເພີ່ມງົບປະມານດ້ານສາທາລະນະສຸກ ຕາມຄໍາໝັ້ນສັນຍາທີ່ຈະຈັດສັນງົບປະມານໃຫ້ຮອດ 9 ເປີເຊັນ. ການລົງທຶນດ້ານສຸຂະພາບ ກໍຄືການລົງທຶນໃສ່ອະນາຄົດຂອງປະເທດ ແລະ ການຊ່ວຍຊີວິດ;
• ຜັນຂະຫຍາຍຄໍາໝັ້ນສັນຍາໃນກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ ແລະ ຄໍາໝັ້ນສັນຍາວ່າດ້ວຍວຽກງານວາງແຜນຄອບຄົວຮອດປີ 2030 ໂດຍການເສີມຂະຫຍາຍການເຂົ້າເຖິງການປົກຄຸມສຸຂະພາບທົ່ວປວງຊົນ, ຮັບປະກັນໃຫ້ມີການປັບປຸງການຄຸ້ມຄອງລະບົບການສະໜອງອຸປະກອນການເເພດຕ່າງໆ, ຜັນຂະຫຍາຍການເຂົ້າເຖິງການບໍລິການທີ່ເປັນມິດແກ່ໄວໜຸ່ມ, ໂດຍສະເພາະໃນເຂດທີ່ເຂົ້າເຖິງຍາກ ໂດຍການບັນຈຸຊັບຊ້ອນຜະດຸງຄັນ ແລະ ຜູ້ໃຫ້ບໍລິການສຸຂະພາບ ທີ່ຜ່ານການຝຶກອົບຮົມມາເປັນຢ່າງດີ.

ເສັ້ນທາງຂ້າງໜ້າຂອງ ສປປ ລາວ ຍັງມີສິ່ງທ້າທາຍ ແຕ່ກໍຍັງເຕັມໄປດ້ວຍໂອກາດ. ພວກເຮົາຂໍຂອບໃຈທຸກຄົນທີ່ເປັນສ່ວນໜຶ່ງຂອງການເດີນທາງອັນຈົບງາມນີ້, ໂດຍສະເພາະແມ່ນປະເທດລຸກຊໍາບວກ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜຸນຢ່າງບໍ່ຢຸດຢັ້ງ ເພື່ອສົ່ງເສີມສຸຂະພາບທີ່ດີໃນ ສປປ ລາວ. ໂດຍການສືບຕໍ່ໃຫ້ບຸລິມະສິດແກ່ວຽກງານສຸຂະພາບ ເພື່ອເປັນພື້ນຖານຂອງການພັດທະນາປະເທດຊາດ ແລະ ການຈັດຕັ້ງປະຕິບັດຂໍ້ເເນະນຳເຫຼົ່ານີ້, ສປປ ລາວ ຈະມີຄວາມພ້ອມຫຼາຍຂຶ້ນໃນການຮັບມືກັບສິ່ງທ້າທາຍດ້ານສຸຂະພາບຕ່າງໆໃນອະນາຄົດ ເຊິ່ງກໍຍັງຈະ ຊ່ວຍສົ່ງເສີມຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຜາສຸກຂອງປະຊາຊົນລາວທຸກຄົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments