Friday, May 3, 2024
Homeຂ່າວພາຍໃນປີນີ້ແຂວງວຽງຈັນ ຈະແກ້ໄຂຄອບຄົວທຸກຍາກໃຫ້ໄດ້ 1.600 ຄອບຄົວ

ປີນີ້ແຂວງວຽງຈັນ ຈະແກ້ໄຂຄອບຄົວທຸກຍາກໃຫ້ໄດ້ 1.600 ຄອບຄົວ

ທ່ານ ຄໍາພັນ ສິດທິດໍາພາ, ເຈົ້າແຂວງວຽງຈັນ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະ ຈາຍສຽງແຫ່ງຊາດລາວ ເມື່ອບໍ່ດົນມານີີ້. ທ່ານໄດ້ໃຫ້ຮູ້ກ່ຽວກັບຄາດໝາຍແກ້ໄຂຄອບຄົວທຸກຍາກຂອງ ແຂວງວຽງຈັນ ໃນປີີ 2024 ນີ້ວ່າ: ອົງການປົກຄອງແຂວງຈະສຸມໃສ່ການພັດທະນາຊົນນະບົດແລະແກ້ໄຂຄວາມທຸກຍາກຂອງປະຊາຊົນຕິດພັນກັບຂະບວນການຮັກຊາດແລະພັດທະນາ, ວຽກ 3 ສ້າງໃຫ້ເຂົ້າສູ່ລວງເລິກ: ຍູ້ແຮງການເປັນເຈົ້າການຂອງຄອບຄົວ ເພື່ອສຸມໃສ່ການແກ້ໄຂຄວາມທຸກຍາກຂອງຄອຄົວ, ໂດຍລະດົມການລົງທຶນຂອງຫົວໜວ່ຍທຸລະກິດ, ຜູ້ປະກອບການພາກເອກະຊົນ, ສົມທົບກັບການລົງທຶນຂອງລັດ, ການຊວ່ຍເຫຼືອຂອງອົງການຈັດຕັ້ງສາກົນເຂົ້າໃສ່ເພື່ອຮັບປະກັນການຄໍ້າປະກັນສະບຽງອາຫານ ແລະ ການຊຸກຍູ້ການສ້າງເສດຖະກິດຄອບຄົວທີ່ເປັນທ່າແຮງໃຫ້ຫຼາຍຂຶ້ນ ເພື່ອແກ້ໄຂໃຫ້ໄດ້ຄອບຄົວທີ່ຍັງບໍ່ທັນພົ້ນທຸກໃຫ້ລຸດລົງເທື່ອລະກ້າວຕາມແຜນກຳນົດໄວ້ໃນປີ 2024ໃຫ້ໄດ້ 1.600 ຄອບຄົວ.

ນອກຈາກນີ້ ຈະສ້າງບ້ານພັດທະນາ, ຄອບຄົວພັດທະນາໃຫ້ເພີ່ມຂຶ້ນ; ກວດກາປະເມີນຄືນການສ້າງເມືອງເຂັ້ມແຂງຮອບດ້ານຕາມ 16 ມາດຖານ ແລະ 60 ຕົວຊີ້ບອກ ແລະ ສ້າງບ້ານໃຫ່ຍໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດຢູ່ຈຸດສຸມຂອງແຂວງໃຫ້ບັນລຸໄດ້ຕາມແຜນການ, ຊຸກຍູ້ການສ້າງບ້ານພັດທະນາຊົນນະບົດແບບໃໝ່ ທີ່ໄດ້ຮັບການສະໜັບສະໜູນຈາກບັນດາອົງການຈັດຕັ້ງສາກົນຕ່າງໆ, ສືບຕໍ່ວຽກງານຍົກຍ້າຍ, ຈັດສັນພູມລໍາເນົາ ແລະ ອາຊີບ ບອ່ນທຳມາຫາກີນຂອງ 3 ບ້ານທີ່ຖືກຜົນກະ ທົບຈາກການສ້າງພື້ນຖານໂຄງລ່າງຢູ່ຈຸດສຸມເມືອງຄີ່ ເມືອງແມດ.

ສໍາລັບ ແຂວງວຽງຈັນ ມີທັງໝົດ 428 ບ້ານ, ມາຮອດປີ 2023 ຜ່ານມາ ສາມາດລົບລ້າງບ້ານທຸກຍາກໄດ້ທັງໝົດແລ້ວ. ແຕ່ຜ່ານການກວດກາປະເມີນຕາມດຳລັດ 348/ລບ ທົ່ວແຂວງຍັງມີຄອບຄົວທຸກຍາກ 3.720 ຄອບຄົວ, ເທົ່າກັບ4,72% ຂອງຄອບຄົວທັງໝົດ;ມີບ້ານພັດທະນາ 163 ບ້ານ ກວມເອົາ37,91% ຂອງບ້ານທັງໝົດ ແລະ ມີຄອບຄົວພັດທະນາ 63.454 ຄອບຄົວ, ເທົ່າກັບ 80,58% ຂອງຄອບຄົວທັງ ໝົດ, ກວດກາປະເມີນເມືອງເຂັ້ມແຂງຮອບດ້ານຕາມ 16 ມາດຖານ ແລະ 60 ຕົວຊີ້ບອກ ບັນລຸໄດ້ 3 ເມືອງ ຄື: ວັງວຽງ, ຫີນເຫີບ ແລະ ທຸລະຄົມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments