Thursday, May 16, 2024
Homeຂ່າວໜ້າໜຶ່ງຊາວນະຄອນຫຼວງພະບາງ ອັງເຊີນພະເຈົ້າໝ່ານລົງຫົດສົງ

ຊາວນະຄອນຫຼວງພະບາງ ອັງເຊີນພະເຈົ້າໝ່ານລົງຫົດສົງ

ເປັນປະຈຳທຸກປີ ພາຍຫຼັງສຳເລັດການສະເຫຼີມສະຫຼອງບຸນ ຕຸດສົງການປີໃໝ່ລາວ ຊາວຫຼວງພະບາງ ເມື່ອງມໍລະດົກໂລກ ໄດ້ອາຣາດຖະນາອົງພະໝ່ານ ເຊີ່ງເປັນອົງພະທີ່ສັກສິດອີກ 1 ອົງ ທີ່ປະຊາຊົນຊາວຫຼວງພະບາງໃຫ້ການເຄົາລົບ ນົບໄຫວ້ ລົງຫົດສົງເພື່ອຂໍພອນໃນໂອກາດປີໃໝ່ລາວ.

ພິທີອາຣາດຖະນາໄດ້ຈັດຂື້ນ ໃນຕອນເຊົ້າຂອງວັນທີ່ 22 ເມສານີ້ ເລີ່ມຈາກພະເຖຣະ ໄດ້ນຳພາຊາວພຸດທະສາສະນິກະຊົນ ກ່າວຄຳອາຣາດຖະນາອົງພະເຈົ້າໝ່ານ ຈາກຫໍພະໝ່ານ ລົງມາປະ ດິດສະຖານທີ່ຫໍສົງຂອງວັດຊຽງທອງ ໂດຍໄດ້ມີພິທີແຫ່ອ້ອມພັດທະສີມມາ 3 ຮອບ ແລ້ວອັງເຊີນອົງພະເຈົ້າໝ່ານຂື້ນປະທັບໃນຫໍສົງ ແລະພະສົງ-ສາມະເນນ ໄດ້ນຳພາຊາວພຸດທະສາສະນິກະຊົນ ກ່າວຄຳຄາລະວະ ຈື່ງດຳເນີນການຫົດສົງຢ່າງເປັນທາງການ.

ອົງພະໝ່ານ ໄດ້ສ້າງດ້ວຍ ທອງ ຄຳເນື້ອນົບພະເກົ້າ ຫຼື ຄຳເນື້ອເກົ້າ ເປັນຄຳທີ່ງົດງາມ ແລະສູງຄ່າທີ່ສຸດ ປະດັບດ້ວຍອັນ ຍະມະນີນົບພະເກົ້າ ນ້ຳດີທີ່ສຸດທັ້ງ 9 ສີ ບໍລິເວນເຂັມຂັດສ້ອຍສັງວານ ຊາຍໄຫວ ແລະເຄື່ອງຊົງທັງອົງ, ໂດຍສ້າງຂື້ນໂດຍຄົນມຽນມາ ຫຼັງຈາກສ້າງແລ້ວ ຈຶ່ງນຳຂື້ນມາລ່ອງແພໄປຕາມແມ່ນ້ຳ ຂອງເພື່ອກັບພະມ້າ ພໍຮອດບໍລິເວນເມືອງຫຼວງພະບາງ ອົງພຣະໄດ້ຢຸດ ແລະມຸນວົນນ້ຳ ເຮັດແບບໃດກໍ່ບໍ່ສາມາດດືງແພໄປຕໍ່ໄດ້ ທະຫານພະມ້າໄດ້ດືງຢູ່ຫຼາຍທິ ແຕ່ບໍ່ເກີດຜົນ ຜູ້ອັນເຊີນໄດ້ເຮັດ ການສັກກະລະ ແລະຕັ້ງຈິດອະທິຖານວ່າ “ຫາກອົງພຣະ ມິກັບສູ່ຫົງສາວະດີ ກໍ່ຂໍໃຫ້ທ່ານເລືອກວັດທີ່ຈະຢູ່ເຖີດ, (ໃນຂະນະນັ້ນຫຼວງພະບາງມີຫຼາຍກວ່າ 100 ວັດ ປັດຈຸບັນມີພຽງ 60 ກວ່າວັດ) ເຈົ້າອາວາດທຸກວັດໄດ້ມາອັນເຊີນ ມາອຸ້ມຂື້ນຈາກແມ່ນ້ຳຂອງ ແຕ່ກໍ່ບໍ່ມີວັດໃດສາມາດຍົກຂື້ນໄດ້ ມີພຽງເຈົ້າອາວາດວັດຊຽງທອງ ທີ່ຕັ້ງຈິດອະທິຖານ ທັນໃດນັ້ນສິ່ງທີ່ບໍ່ຄາດຝັນກໍ່ເກີດຂື້ນ ທ່ານອຸ້ມອົງພຣະຂື້ນຈາກນ້ຳໄດ້ຢ່າງປະຕິຫານ ແລະໄດ້ອັນເຊີນເຂົ້າວັດ ທັງເຮັດການສົມໂພດຢ່າງຍິ່ງໃຫຍ່ ແຕ່ຝົນກໍ່ຕົກລົງບໍ່ມີທີທ່າວ່າຈະຢຸດ ທ່ານຈື່ງທຳການສ້າງ “ຫໍພຣະໝ່ານ” ແລະເກັບລ໋ອກຄວາມງົດງາມ ໄວ້ໃນພາຍໃນ 365 ວັນ ຈຶ່ງນຳອອກມາພຽງ 3 ຫາ 7 ວັນເທົ່ານັ້ນ ແຕ່ຍາມໃດຝົນບໍ່ຕົກບ້ານເມືອງແຫ້ງ ແລ້ງ ຈະທຳການອັງເຊີນທ່ານມາສົງນ້ຳ ຝົນກໍ່ຈະຕົກຄືກັບປາຕິ ຫານ ອົງພຣະ ຫ້າມຜູ້ໃດຕ້ອງທ່ານ ແລະຫ້າມຂື້ນໄປຫໍພຣະໝ່ານເດັດຂາດ ພ້ອມທຳການສ້າງ “ຫໍພຣະໝ່ານ” ໄວ້ດ້ານຫຼັງຂອງ ພະອຸໂບສົດ ນັບແຕ່ປີພຸດທະສັກກະລາດ 2493 ຈົນມາເຖີງປະຈຸບັນ ຜະໜັງດ້ານຫຼັງວິຫານດ້ວຍສີບົວ ປະດັບດ້ວຍແວ່ນສີ ສະແດງເຖິງວິຖີຊີວິດຂອງຜູ້ຄົນ ມີຄວາມສວຍງາມແບບພື້ນບ້ານ ທີ່ເປັນເອກະລັກຂອງຫຼວງພະບາງ. ໃນໂອກາດບຸນປີໃໝ່ທຸກປີຈະມີການອັນເຊີນມາໃຫ້ປະຊາຊົນຫົດສົງນ້ຳ ແລະກາບໄຫ້ວເປັນປະຈຳທຸກປີ.

ສໍາລັບປີນີ້ ການຫົດສົງອົງພະໝ່ານຈະດໍາເນີນຈົນເຖີງຕອນ ແລງຂອງວັນທີ 28 ເມສາຈື່ງຈະສຳເລັດ, ນອກຈາກການຫົດສົງອົງພະໝ່ານ ໄດ້ມີການຈັດຕັ້ງກອງບຸນ 84.000 ພຣະທັມມະຂັນ ປະຈຳປີ 2023 ທີ່ວັດຊຽງທອງ ເພື່ອສົມທົບທຶນໃນການ ກໍ່ສ້າງຫ້ອງການ ອົງການພຸທະສາດສະໜາສໍາພັນລາວ (ອພສ) ແຂວງຫຼວງພຣະບາງ ຕື່ມອີກ ເພື່ອປຸກລະດົມທືນຮອນເຂົ້າໃນການຈື່ງຂໍເຊີນຊວນມວນຊົນ ພ້ອມດ້ວຍແຂກທັງພາຍໃນ ແລະຕ່າງປະເທດໄປຮ່ວມຫົດສົງອົງພະມ່ານ ແລະຮ່ວມອານຸໂມທະນາບຸນຕາມກຳລັງສັດທາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments