Saturday, May 4, 2024
Homeຂ່າວພາຍໃນການສ້ອມແປງທາງ 13 ໃຕ້ ໄລຍະທາງທີ 3 ຈະສໍາເລັດຕາມແຜນທີ່ວາງໄວ້

ການສ້ອມແປງທາງ 13 ໃຕ້ ໄລຍະທາງທີ 3 ຈະສໍາເລັດຕາມແຜນທີ່ວາງໄວ້

ບໍລິສັດ China International Water & Electric Corp (CWE) ໜຶ່ງໃນບໍລິສັດຜູ້ຮັບເໝົາ ໂດຍສະເພາະສັນຍາທີ 3 ໄລຍະທາງແຕ່ແຂວງ ບໍລິຄໍາໄຊ ແລະ ຄໍາມ່ວນ, ແຕ່ກິໂລແມັດທີ 190 ຫາ ກີໂລແມັດທີ 268 ຄວາມຍາວ 78 ກີໂລແມັດ ຢຶນຢັນການສ້ອມແປງຈະສໍາເລັດຕາມແຜນທີ່ວາງໄວ້.

ທ່ານ ຟາງ ຈ້ຽນຢົງ ຮອງຜູ້ບໍລິຫານໂຄງການ ໃຫ້ສໍາພາດຕໍ່ສື່ ມວນຊົນເມື່ອບໍ່ດົນມານີ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງ ຊາດ ເລກທີ 13 ໃຕ້ ໄລຍະທາງທີ 3. ພາຍຫລັງໃຊ້ເວລາສ້ອມ ແປງ 30 ເດືອນ ມາຮອດປັດຈຸບັນ ມີຄວາມຄືບໜ້າເກືອບ 100% ແລະ ຄາດວ່າຈະສຳເລັດກ່ອນກຳນົດເວລາຂອງສັນຍາສັນຍາ ກໍຄືຈະສຳເລັດທັງໝົດທຸກໜ້າວຽກກ່ອນ ເດືອນ ກໍລະ ກົດ 2024.

ທ່ານ ຟາງ ຈ້ຽນຢົງ ໃຫ້ຮູ້ຕື່ມວ່າ: ໃນວຽກສ້ອມແປງ ພວກເຮົາປະຕິບັດຕາມເງື່ອນໄຂສັນຍາ, ຕາມມາດຕະຖານເຕັກນິກຂອງກະຊວງໂຍທາທິການ ແລະ ຂົນສົ່ງ ວາງອອກ ແລະ ຄຳແນະນຳຂອງທີ່ປຶກສາຄວບຄຸມໂຄງການ ເຮັດໃຫ້ເສັ້ນທາງມີຄຸນນະພາບສາມາດນຳໃຊ້ໄດ້ຍາວນານ, ຊຶ່ງພວກເຮົາຈະໄດ້ຮັບຜິດຊອບເປັນເວລາ 10 ປີຄື 3 ປີກໍ່ສ້າງ ແລະ 7 ປີບູລະນະຮັກສາ ເພື່ອໃຫ້ໄດ້ຕາມລະດັບບໍລິການ (service level).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments