Wednesday, May 15, 2024
Homeຂ່າວຕ່າງປະເທດCPI ຂອງອາເມຣິກາ ໃນເດືອນມີນາເພີ່ມຂຶ້ນເກີນຄາດໝາຍ

CPI ຂອງອາເມຣິກາ ໃນເດືອນມີນາເພີ່ມຂຶ້ນເກີນຄາດໝາຍ

ຂ່າວສານຊີອາໄອລາຍງານ, ອີງຕາມໂຕເລກຂໍ້ມູນທີ່ກະຊວງແຮງງານອາເມຣິກາເປີດເຜີຍໃນວັນທີ 10 ເມສາ ຜ່ານມາໃຫ້ຮູ້ວ່າ: ດັດຊະນີລາຄາຜູ້ບໍລິໂພກ ຫຼື CPI ຂອງອາເມຣິກາໃນເດືອນມີນາປີນີ້ເພີ່ມຂຶ້ນ 3,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ຈັງຫວະການຂະຫຍາຍຕົວເພີ່ມຂຶ້ນອີກ 0,3% ເມື່ອທຽບໃສ່ເດືອນກຸມພາປີນີ້, ສູງກວ່າການຄາດຄະເນຂອງຕະຫຼາດ. ນອກຈາກນີ້, ໂຕເລກຂໍ້ມູນຍັງສະແດງໃຫ້ເຫັນວ່າ: CPI ຂອງອາເມຣິກາໃນເດືອນມີນາປີນີ້ໄດ້ເພີ່ມຂຶ້ນ 0,4% ເມື່ອທຽບໃສ່ເດືອນກຸມພາຜ່ານມາ, ນັກວິເຄາະເຫັນວ່າ: CPI ຂອງອາເມຣິກາເພີ່ມຂຶ້ນ, ຍິ່ງເປັນການຢັ້ງຢືນໃຫ້ເຫັນວ່າ: ສະພາບໄພເງິນເຟິ້ຂອງອາເມຣິກາມີການເພີ່ມຂຶ້ນຄືນໃໝ່ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ບໍ່ແມ່ນປະກົດການຊົ່ວຄາວ, ຄວາມຄືບໜ້າໃນການສະກັດກັ້ນໄພເງິນເຟີ້ຂອງທະນາຄານກາງອາເມຣິກາ ຫຼື FED ນັ້ນອາດຈະພວມຢຸດສະງັກຢູ່. ເພື່ອສະກັດກັ້ນໄພເງິນເຟິ້, FED ອາດຈະຮັກສາລະດັບອັດຕາດອກເບ້ຍສູງໃນເວລາທີ່ຍາວນານກວ່າເກົ່າ ເພື່ອເລື່ອນແຜນການປັບຫຼຸດອັດຕາດອກເບ້ຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments