Wednesday, May 15, 2024
Homeຂ່າວຕ່າງປະເທດພະຍາດໄຂ້ເລືອດອອກລະບາດໜັກໃນອາກຊັງຕິນ ມີຜູ້ຕິດເຊື້ອ 200.000 ກວ່າຄົນ

ພະຍາດໄຂ້ເລືອດອອກລະບາດໜັກໃນອາກຊັງຕິນ ມີຜູ້ຕິດເຊື້ອ 200.000 ກວ່າຄົນ

ສຳນັກຂ່າວເອເອຟພີ ລາຍງານຈາກນະຄອນຫລວງບູເອໂນແຊກ ປະເທດອາກຊັງຕິນ ເມື່ອວັນທີ 10 ເມສາວ່າ: ຂໍ້ມູນຢ່າງເປັນທາງການຫລ້າສຸດໄດ້ສະແດງ ໃຫ້ເຫັນວ່າ: ນັບແຕ່ໄລຍະລະດູການ 2023-2024 ມາເຖິງປັດຈຸບັນ, ອາກຊັງຕິນ ມີຜູ້ຕິດເຊື້ອໄຂ້ເລືອດອອກ ຈໍານວນ 232.996 ຄົນ ຊື່ງເປັນຕົວເລກເພີ່ມຂຶ້ນຫລາຍກວ່າຕົວເລກສະຖິຕິເດີມ 130.000 ຄົນ ໃນລະດູການທີ່ແລ້ວ ແລະ ມີຈຳນວນຫລາຍກວ່າຕົວເລກໃນໄລຍະເວລາດຽວກັນຂອງປີຜ່ານມາເຖິງ 5 ເທົ່າ. ຍ້ອນວ່າຈຳນວນ ຍຸງລາຍໃນລະດູໃບໄມ້ປົ່ງເພີ່ມຂື້ນໄວກວ່າເດີມເລື້ອຍໆ ແລະ ອີກສ່ວນໜຶ່ງມີການກ່ຽວຂ້ອງກັບການປ່ຽນແປງ ຂອງສະພາບອາກາດອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments