Wednesday, May 15, 2024
Homeຂ່າວຕ່າງປະເທດສປ ຈີນ ມີຄຳສຳຮອງ ເພີ່ມຂື້ນ 17 ເດືອນຕິດຕໍ່ກັນ

ສປ ຈີນ ມີຄຳສຳຮອງ ເພີ່ມຂື້ນ 17 ເດືອນຕິດຕໍ່ກັນ

ອ້າງຕາມຂ່າວ ປັກກິ່ງ ຂອງ ສປຈີນ, ວັນທີ 9 ເດືອນມີນາ, ສະຖານີ ໂທລະພາບ ຊີຊີທີວີ (CCTV) ຂອງ ທາງການ ຈີນ ລາຍງານວ່າ: ທະນາຄານ ປະຊາຊົນ ຈີນ ຊຶ່ງເປັນ ທະນາຄານກາງ ແຈ້ງວ່າ: ໄດ້ຊື້ຄຳໄວ້ ເພື່ອສຳຮອງ ຢ່າງຕໍ່ເນື່ອງ ເປັນເດືອນທີ 17 ຕິດຕໍ່ກັນ ສົ່ງຜົນໃຫ້ ປະລິມານ ຄຳແທ່ງ ທີ່ ທະນາຄານກາງ ສຳຮອງ ລວມມີທັງໝົດ 72,74 ລ້ານອອນ, ໂດຍຄິດໄລ່ເຖິງ ເດືອນມີນາ ເພີ່ມຂື້ນ 160.000 ອອນ.

ທະນາຄານກາງ ຫລາຍປະເທດ ໄດ້ເພີ່ມການ ສຳຮອງຄຳໄວ້ ເປັນສ່ວນໜຶ່ງ ຂອງທຶນສຳຮອງ ເງິນຕາ ຕ່າງ ປະເທດ ແລະ ເປັນປັດໄຈ ທີ່ ເຮັດໃຫ້ ລາຄາຄຳ ສືບຕໍ່ ປັບເພີ່ມຂື້ນ ຢ່າງບໍ່ຢຸດ, ສົ່ງຜົນໃຫ້ ຕົວເລກສະຖິຕິ ເພີ່ມຂຶ້ນຄັ້ງ ໃໝ່ 2.353 ໂດລາສະຫະລັດ ຕໍ່ອອນ. ໃນຂະນະທີ່ ລາຄາຄຳ ໃນ ຈີນ ຊື້-ຂາຍທີ່ ກຣາມລະ ເກືອບ 700 ຢວນ, ເພີ່ມຂື້ນ 20 ຢວນ ເມື່ອທຽບໃສ່ ລາຄາ ເມື່ອວັນທີ 3 ເມສາ ຜ່ານມາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments