Tuesday, May 14, 2024
Homeຂ່າວຕ່າງປະເທດຣັດເຊຍ ອົບພະຍົບປະຊາຊົນ ອອກຈາກນໍ້າຖ້ວມ ເກືອບ 8.000 ຄົນ

ຣັດເຊຍ ອົບພະຍົບປະຊາຊົນ ອອກຈາກນໍ້າຖ້ວມ ເກືອບ 8.000 ຄົນ

ຕາມຂ່າວໂອເຣນບຣຸກ ຂອງຣັດເຊຍ, ວັນທີ 10 ເມສາ, ສື່ທາງການ ຣັດເຊຍ ອ້າງຕາມເຈົ້າໜ້າທີ່ທ້ອງຖິ່ນວ່າ: ຍອດຈຳນວນ ປະຊາຊົນອົບພະຍົບຈາກໄພນໍ້າຖ້ວມໃນແຄວ້ນໂອເຣນບຣຸກ ທາງພາກຕາເວັນຕົກສຽງໃຕ້ ຂອງຣັດເຊຍ ເພີ່ມຂຶ້ນເປັນ 7.700 ຄົນ, ຫລັງຈາກລະດັບນໍ້າໃນແມ່ນໍ້າອູຣາລ ເພີ່ມຂຶ້ນຫລາຍກວ່າລະດັບອັນຕະລາຍແລ້ວເຄິ່ງໜຶ່ງ.

ໂດຍສະເພາະຄົວເຮືອນ ຫລາຍກວ່າ 300 ຫລັງຖືກນໍ້າຖ້ວມ ໃນເມືອງໂອເຣນບຣຸກ ເປັນເມືອງຣາຊະການຂອງແຄວ້ນໂອເຣນບຣຸກ ຫລັງຈາກແມ່ນໍ້າອູຣາລ ໃນເມືອງນີ້, ຕັ້ງຢູ່ແຄມຝັ່ງ, ມີລະດັບນໍ້າເພີ່ມຂຶ້ນຫລາຍກວ່າລະດັບອັນຕະລາຍເຖິງ 50 ຊັງຕີແມັດ. ຍ້ອນວ່າຫິມະຢູ່ພູອູຣາລ ໄດ້ລະລາຍລົງມາເຮັດໃຫ້ປະລິມານນໍ້າໃນແມ່ນໍ້າເພີ່ມສູງຂຶ້ນ, ສົ່ງຜົນໃຫ້ເກີດອຸທົກກະໄພຄັ້ງຮ້າຍແຮງທີ່ສຸດໃນຮອບຫລາຍທົດລະວັດ. ນອກຈາກນີ້ອຸທົກວິທະຍາເຕືອນວ່າ: ເມືອງໂອເຣນບຣຸກ ທີ່ມີ ປະຊາກອນ ປະມານ 550.000 ຄົນ ຍັງສືບຕໍ່ມີຄວາມສ່ຽງສູງ ເນື່ອງຈາກແມ່ນໍ້າອູຣາລ ທີ່ໄຫລຜ່ານຣັດເຊຍ ແລະ ກາຊັກສະຖານໄປລົງທະເລສາບແຄສປຽນ ອາດມີລະດັບນໍ້າເພີ່ມຂື້ນອີກ 70 ຊັງຕີແມັດ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments