Tuesday, May 14, 2024
Homeຂ່າວຕ່າງປະເທດຣັດເຊຍ-ຈີນ ເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງ

ຣັດເຊຍ-ຈີນ ເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງ

ວິທະຍຸກະຈາຍສຽງ ແຫ່ງຊາດ ຫວຽດນາມ, ເມື່ອບໍ່ດົນມານີ້ິ, ໃນຂອບເຂດ ການຢ້ຽມຢາມ ນະຄອນຫລວງ ປັກກິ່ງ ປະເທດຈີນ ຂອງ ທ່ານ ເຊີກີ ລາໂຣບ ລັດຖະມົນຕີ ການຕ່າງປະເທດ ຣັດເຊຍ ໄດ້ພົບປະກັບ ທ່ານ ສີຈີ້ນຜິງ ປະທານປະເທດ ຈີນ.

ທ່ານ ສີຈີ້ນຜິງ ກ່າວເນັ້ນວ່າ ຈີນ ແລະ ຣັດເຊຍ ໄດ້ເລີ່ມເດີນຕາມ ເສັ້ນທາງໃໝ່ ຮ່ວມມື ແບບຕ່າງຝ່າຍຕ່າງມີ ຜົນປະໂຫຍດ ແລະ ມີຄວາມປອງດອງ. ຍາມໃດ ຈີນ ກໍຖື ການພັດທະນາ ການພົວພັນ ລະຫວ່າງ ຈີນ ແລະ ຣັດເຊຍ ເປັນສຳຄັນ ແລະ ກຽມພ້ອມ ຊຸກຍູ້ ການຕິດຕໍ່ ພົວພັນ ສອງຝ່າຍກັບຣັດເຊຍກໍຄື ເພີ່ມທະວີການສົມທົບກັນ ເພື່ອປະຕິບັດ ຍຸດທະສາດ ຫລາຍຝ່າຍ ໃນກຸ່ມບັນດາ ພື້ນຖານ ເສດຖະກິດ ຫາກໍ່ພົ້ນເດັ່ນ (BRICS) ແລະ ອົງການຮ່ວມມື ຊຽງໄຮ້.

ສ່ວນ ທ່ານ ເຊີກີ ລາໂຣບ ຖະແຫລງວ່າ: ຣັດເຊຍ ແລະ ຈີນ ພ້ອມແລ້ວ ທີ່ ຈະປະຕິບັດ “ບັນດາ ໜ້າທີ່ ຍຸດທະສາດໃໝ່” ເຊິ່ງ ການນຳ ທັງສອງປະເທດ ໄດ້ວາງອອກ. ລັດຖະບານ ຣັດເຊຍພ້ອມແລ້ວ ທີ່ຈະເພີ່ມທະວີ ຄວາມສາມັກຄີ ແລະ ການຮ່ວມມື ກັບ ບັນດາປະເທດ ຊີກໂລກໃຕ້ ແລະ ປະກອບສ່ວນ ເຂົ້າໃນ ການສ້າງ ຄວາມເປັນລະບຽບ ຮຽບຮ້ອຍ ສາກົນ ທີ່ມີ ຄວາມຍຸຕິທຳກວ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments