Thursday, May 16, 2024
Homeຂ່າວພາຍໃນເປີດຄາວເຕີບໍລິການດ້ານໄປສະນີ ສາຂາ ແຂວງຫຼວງພະບາງ

ເປີດຄາວເຕີບໍລິການດ້ານໄປສະນີ ສາຂາ ແຂວງຫຼວງພະບາງ

#MediaLaos

ຫ້ອງການໄປສະນີລາວ ສາຂາແຂວງຫຼວງພະບາງ ໄດ້ຈັດພິທີເປີດ ຄາວເຕີ ໃຫ້ບໍລິການ ດ້ານວຽກງານໄປສະນີ ຢູ່ແຂວງຫຼວງພະບາງ, ພາຍຫຼັງ ທີ່ໄດ້ຮັບການປັບປຸງ ສໍາເລັດໃນເດືອນມີນາ ຜ່ານມາ ແລະໃນວັນທີ 9 ເມສາ 2024 ກໍໄດ້ຈັດພິທີເປີດບໍລິການຢ່າງເປັນທາງການ ເຊິ່ງສໍານັກງານຕັ້ງຢູ່ ບ້ານຫໍຊຽງ ນະຄອນ ຫຼວງພະບາງ, ໂດຍການຮ່ວມຕັດແຖບຜ້າຂອງ ທ່ານ ລັດສະໝີ ພົງພັນ ຮັກສາການຫົວໜ້າພະແນກເຕັກໂນໂລຊີ ແລະການສືສານ ແຂວງຫຼວງພະບາງ, ທ່ານ ວຽງທອນ ຫຼວງໄຊ ຮອງອໍານວຍການໃຫຍ່ ບໍລິສັດໄປສະນີລາວ, ທ່ານ ລັດສະໝີ ຈັນທະວົງ ບໍລິສັດ ລາວພັດທະນາ ແລະ ຮ່ວມມືສາກົນກໍ່ສ້າງ ຄົບວົງຈອນຈຳກັດຜູ້ດຽວ, ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ວຽງທອນ ຫຼວງໄຊ ອໍານວຍການໃຫຍ່ ບໍລິສັດໄປສະນີລາວ ກໍໄດ້ຍົກໃຫ້ເຫັນ ປະຫວັດຄວາມເປັນມາຂອງໄປສະນີລາວ ໄດ້ດຳເນີນການເຄື່ອນໄຫວ ມາແຕ່ສະໄໝລາວຢູ່ພາຍໃຕ້ການປົກຄອງຂອງອິນໂດຈີນຝຣັ່ງເສດ (French Indochina), ລະບອບການປົກຄອງຂອງລາຊະອານາຈັກລາວ (kingdom of Laos). ຈົນເຖິງ ວັນທີ 20 ພຶດສະພາ 1952 ລາວກໍ່ໄດ້ເຂົ້າເປັນສະມາຊິກ ຂອງສະຫະພາບໄປສະນີສາກົນ (UPU) ແລະ ໄດ້ເຂົ້າເປັນສະມາຊິກຂອງສະຫະພາບໄປສະນີອາຊີປາຊີຟິກ (APPU) ໃນວັນທີ 15 ກໍລະກົດ 1968. ຊື່ງ ສປປ ລາວ ຢູ່ໃນກຸ່ມ Southern Asia and Oceania, ພາຍຫຼັງທີ່ປະເທດຊາດ ໄດ້ຮັບການປົດປ່ອຍ ແລະສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ (Lao People’s Democratic Republic, Lao PDR) ວຽກງານສື່ສານ ແລະ ໄປສະນີ ກໍ່ໄດ້ມີການເຄື່ອນໄຫວ ເປັນແຕ່ລະໄລຍະ ແລະໄດ້ກຳນົດເອົາທຸກໆວັນທີ 13 ມີນາ ເປັນວັນໄປສະນີແຫ່ງຊາດ ໄດ້ເຮັດໜ້າທີ່ການເມືອງຮັບໃຊ້ໃຫເແກ່ການລຳລຽງ ແລະ ນຳສົ່ງຂໍ້ມູນຂ່າວສານ ລະຫວ່າງ ສະໜາມຮົບ ແລະຖານທີ່ໝັ້ນ ແລະມາຮອດປະຈຸບັນໜ້າທີ່ການເມືອງດັ່ງກ່າວ ຈຶ່ງໄດ້ກາຍມາເປັນພັນທະພື້ນຖານຂອງລັດໃນການບໍລິການສັງຄົມແບບທົ່ວເຖິງ ເພື່ອອໍານວຍຄວາມສະດວກ ໃນການຈໍລະຈອນແຈກຢາຍຂໍ້ມູນຂ່າວສານ ແລະສິນຄ້າ ໂດຍມີ ບໍລິສັດລັດວິສາຫະກິດໄປສະນີລາວ ເປັນຜູ້ເຮັດໜ້າທີ່ດັ່ງກ່າວ.

ສຳລັບໄປສະນີ ສາຂາ ແຂວງ ຫຼວງພະບາງ ໄດ້ຮັບການປັບປຸງໂດຍການຮັບເໝົາ ຂອງ ບໍລິສັດ ລາວພັດທະນາ ແລະ ຮ່ວມມືສາກົນກໍ່ສ້າງ ຄົບວົງຈອນ ຈຳກັດຜູ້ດຽວ ໃນມູນຄ່າ 2,2 ຕື້ກວ່າກີບ ກຳນົດເວລາການກໍ່ສ້າງ 4ເດືອນ ການກໍ່ສ້າງຕົວຈິງ 2 ເດືອນກວ່າແມ່ນສໍາເລັດ ໃນວັນທີ 4 ມີນາ 2024 ຜ່ານມານີ້.

ຂ່າວ: ເພັດສາຄອນ ສິມມະວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments