Tuesday, May 14, 2024
Homeແຈ້ງການສໍາຄັນກຕສ ແຈ້ງຄຳແນະນໍາເພີ່ມເຕີມກ່ຽວກັບການເກັບຄ່າບໍລິການຮັກສາຄວາມປອດໄພ

ກຕສ ແຈ້ງຄຳແນະນໍາເພີ່ມເຕີມກ່ຽວກັບການເກັບຄ່າບໍລິການຮັກສາຄວາມປອດໄພ

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ອອກແຈ້ງການເຖິງບັນດາບໍລິສັດຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ເລກທີ 878/ຫກ, ລົງວັນທີ 02 ເມສາ 2024 ກ່ຽວກັບການ ຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງກະຊວງເຕັກໂລຊີ ແລະ ການສື່ສານ ສະບັບເລກທີ 240/ກດສ, ລົງວັນທີ 30 ມັງກອນ 2024 ເພື່ອສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ສັງຄົມ ໃນການຕັດຄ່າບໍລິການຮັກສາຄວາມປອດໄພ.

ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂໍແຈ້ງຄໍາແນະນໍາເພີ່ມເຕີມ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈໃຫ້ແກ່ສັງຄົມ ໃນການຕັດຄ່າບໍລິການຮັກສາຄວາມປອດໄພ ຄື: ການຮັກສາຄວາມປອດໄພ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ແມ່ນໜ້າທີ່ ແລະ ຄວາມຈໍາເປັນພາວະວິໄສ ທີ່ຕ້ອງການການມີສ່ວນຮ່ວມ ຂອງທຸກພາກສ່ວນໃນສັງຄົມ ທັງພາກລັດ ແລະ ເອກະຊົນ ເປັນຕົ້ນ ຜູ້ໃຫ້ບໍລິການດ້ານໂທລະຄົມ ແລະ ອິນເຕີເນັດ ແລະ ຜູ້ຊົມໃຊ້. ປັດຈຸບັນ, ພາກລັດກໍມີຫລາຍກອງທຶນ ທີ່ໄດ້ມີການປະກອບສ່ວນ ທາງການເງິນຈາກສັງຄົມ ເພື່ອຮັບໃຊ້ສັງຄົມໃນວຽກງານຕ່າງໆ ເຊັ່ນ: ກອງທຶນທາງ, ກອງທຶນຮັກສາສິ່ງແວດລ້ອມ ແລະ ກອງທຶນອື່ນໆ. ສຳລັບຄ່າບໍລິການຮັກສາຄວາມປອດໄພ ແລະ ພັດທະນາໂທລະຄົມທັງໝົດ ມີລະບຽບການຄຸ້ມຄອງນໍາໃຊ້ຢ່າງໂປ່ງໃສ, ເປັນແຫລ່ງທຶນ ເພື່ອນໍາໃຊ້ເຂົ້າໃນການດໍາເນີນການປ້ອງກັນ ແລະ ຫລຸດຜ່ອນບັນດາອາຊະຍາກຳ ຜ່ານອິນເຕີເນັດ ເປັນຕົ້ນການສໍ້ໂກງຕ່າງໆຜ່ານອິນເຕີເນັດ ແລະ ແກ້ງຄອນເຊັນເຕີ, ຂ່າວປອມ, ຊ່ວຍປ້ອງກັນການລັກຂໍ້ມູນບຸກຄົນ, ການໂຈມຕີ, ການລັກເຂົ້າລະບົບຄອມພິວເຕີ ແລະ ມີຖື ຂອງປະຊາຊົນ ແລະ ພາກສ່ວນຕ່າງໆ ໃນສັງຄົມ, ນໍາໃຊ້ເຂົ້າໃນການຍົກລະດັບຄວາມຮູ້ຄວາມສາມາດຂອງບຸກຄະລາກອນດ້ານດີຈິຕອນ, ສົ່ງເສີມການນໍາໃຊ້ດີຈິຕອນ, ກວດກາຄຸນນະພາບການໃຫ້ບໍລິການ, ນໍາໃຊ້ເຂົ້າໃນການສ້າງ ແລະ ປັບປຸງເຄືອຂ່າຍການສື່ສານ ໄປເຖິງເຂດຊົນນະບົດເຂດຫ່າງໄກສອກຫລີກ.

ພ້ອມທັງແຈ້ງໃຫ້ບັນດາບໍລິສັດ ຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ຈັດເກັບຄ່າຮັກສາຄວາມປອດໄພເປັນລາຍເດືອນ (ບໍ່ແມ່ນເກັບຈາກການຕື່ມເງິນຄ່າບໍລິການໂທລະຄົມທຸກຄັ້ງ) ຈາກຜູ້ຊົມໃຊ້ ຄື: ສໍາລັບເລກໝາຍໂທລະສັບທຸກປະເພດບໍລິການຂຶ້ນຕົ້ນດ້ວຍ 020 ແລະ 030 ທີ່ມີການນໍາໃຊ້ ແມ່ນເກັບຄ່າຮັກສາຄວາມປອດໄພປະຈໍາເດືອນໃນອັດຕາ 3.000 ກີບຕໍ່ເດືອນຕໍ່ໜຶ່ງເລກໝາຍ, ສ່ວນການບໍລິການອິນເຕີເນັດແບບມີສາຍ ແມ່ນເກັບຄ່າຮັກສາຄວາມປອດໄພ ປະຈໍາເດືອນໃນອັດຕາ 5.000 ກີບຕໍ່ເດືອນຕໍ່ໜຶ່ງບັນຊີລູກຄ້າ ແລະ ບັນດາບໍລິສັດຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ເອົາໃຈໃສ່ຮັບປະກັນການດໍາເນີນການທາງດ້ານເຕັກນິກ ແລະ ບໍລິການ ໃຫ້ສອດຄ່ອງເພື່ອບໍ່ໃຫ້ເກີດມີບັນຫາການເກັບຊໍ້າຊ້ອນຍ້ອນຄວາມຜິດພາດທາງດ້ານເຕັກນິກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments