Thursday, May 16, 2024
Homeຂ່າວພາຍໃນສະເຫລີມສະຫລອງ ຄົບຮອບ 30 ປີ ວັນສ້າງຕັ້ງໜັງສືພິມ ວຽງຈັນທາຍ

ສະເຫລີມສະຫລອງ ຄົບຮອບ 30 ປີ ວັນສ້າງຕັ້ງໜັງສືພິມ ວຽງຈັນທາຍ

ໜັງສືພິມ ວຽງຈັນທາຍ ຊຶ່ງເປັນໜັງສືພິມ ພາສາອັງກິດ ສະບັບທຳອິດຂອງລາວ ຈັດພິທີໂຮມຊຸມນຸມ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງອົງການຂອງຕົນ ພ້ອມໃຫ້ຄຳໝັ້ນສັນຍາທີ່ໜັກແໜ້ນ ເພື່ອສືບຕໍ່ພັດທະນາອົງການ ບົນພື້ນຖານຜົນສຳເລັດທີ່ຍາດມາໄດ້ໃນໄລຍະ 30 ປີຜ່ານມາ. ພິທີດັ່ງກ່າວຈັດຂຶ້ນຢູ່ໂຮງແຮມແລນມາກ ແມ່ຂອງ ຣີເວີໄຊ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ,

ທ່ານ ທອງຫລໍ່ ດວງສະຫວັນ ຫົວໜ້າບັນນາ ທິການໃຫຍ່ ໜັງສືພິມ ພາສາຕ່າງປະເທດ ໄດ້ສະເໜີບົດລາຍງານ ໂດຍຍົກໃຫ້ເຫັນບັນດາຜົນສຳເລັດຫຼາຍດ້ານໃນໄລຍະ 30 ປີທີ່ຜ່ານມາ. ໜັງສືພິມໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 7 ເມສາ 1994 ໃນຖານະເປັນກົມໜຶ່ງຂອງ ກະ ຊວງຖະແຫຼງຂ່າວ ແລະ ວັດທະນະທຳ, ໜັງສືພິມພາສາຕ່າງປະເທດ ໄດ້ຖືກມອບໝາຍໜ້າທີ່ໃຫ້ເປັນກະບອກສຽງພັກ ແລະ ລັດ ໃນການສື່ສານກັບໂລກແນໃສ່ເພື່ອຍົກສູງຖານະບົດບາດຂອງລາວໃນເວທີໂລກ ແລະ ສ້າງພາບພົດຂອງປະເທດໃນດ້ານດີ ຕາມແນວທາງ ແລະ ນະໂຍບາຍ ເປີດກ້ວາງການຮ່ວມມືກັບສາກົນ ຂອງພັກ ແລະ ລັດ ທີ່ໄດ້ປະຕິບັດນັບຕັັ້ງແຕ່ ປີ 1986.

ທ່ານ ທອງຫລໍ່ ດວງສະຫວັນ ກ່າວຕື່ມວ່າ: ພາຍໃຕ້ການຊີ້ນຳຂອງພັກ ແລະ ລັດ ໂດຍສະເພາະແມ່ນຄະນຳ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຄະນະບັນນາທິການ ໜັງສືພິມວຽງຈັນທາຍໄດ້ອອກແຮງພັດທະນາໜັງສືພິມ ແລະ ຂະຫຍາຍການລາຍງານຂ່າວ ແລະ ເຫດການຕ່າງທີ່ເກີດຂຶ້ນໃນລາວ ແລະ ຕ່າງປະເທດ. ໜັງສືພິມ ໃນໄລຍະເລີ່ມຕົ້ນ ມີພະນັກງານບໍ່ເທົ່າໃດຄົນ ໃນເວລານັ້ນ ມີຄອມພິວເຕີພຽງໜ່ວຍດຽວ ແລະ ກ້ອງຖ່າຍ ຮູບນ້ອຍໆ ແຕ່ທຸກມື້ນີ້ໜັງສືພິມວຽງຈັນທາຍ ໄດ້ກາຍເປັນສື່ສິ່ງພິມໜຶ່ງທີ່ທັນສະໄໝ ມີອຸປະກອນທີ່ທັນສະໄໝ ແລະ ພະນັກງານທີ່ມີພອນສະຫວັນ ສາມາດສະໜອງຂໍ້ມູນຂ່າວສານກ່ຽວກັບການພັດທະນາ ທາງດ້ານການເມືອງ-ການ ປົກຄອງ ສັງຄົມ ແລະ ເສດຖະກິດ ໃຫ້ຜູ້ອ່ານໄດ້ດີສົມຄວນ.

ເພື່ອຮັບມືກັບການປ່ຽນແປງສະພາບແວດລ້ອມຂອງສື່ ແລະ ການປະກົດຕົວຂອງຮູບແບບການສື່ສານທາງດິຈິຕອນ ໜັງສືພິມວຽງຈັນທາຍໄດ້ ເປີດເວັບໄຊ ສະບັບທຳອິດ ໃນປີ 1999 ແລະ ໄດ້ນໍາສະເໜີຂ່າວຜ່ານຫຼາຍຊ່ອງທາງ ໂດຍສະເພາະຜ່ານສື່ສັງຄົມອອນລາຍ ຂໍ້ຄວາມສັ້ນຜ່ານລະບົບໂທລະສັບມືຖື, ເຊິ່ງເຮັດໃຫ້ເຂົ້າເຖິງກຸ່ມຜູ້ອ່ານໄດ້ຫຼາຍຂຶ້ນກວ່າເກົ່າ. ນອກຈາກເຜີຍແຜ່ຂ່າວ ຜ່ານໜັງສືພິມ ແບບດັ້ງເດີມແລ້ວ ໜັງສືພິມວຽງຈັນທາຍ ຍັງໄດ້ກະຈາຍຂ່າວ ເປັນປົກກະຕິ ຜ່ານເວັບໄຊ ແລະ ໜ້າສື່ສັງຄົມອອນລາຍຂອງຕົນເປັນປະຈຳ ແລະ ຖີ່ຂຶ້ນກວ່າເກົ່າ ປະຈຸບັນ ຜູ້ອ່ານຫຼາຍພັນຄົນໄດ້ກາຍເປັນລູກຄ້າ ແລະ ສັ່ງຈອງອ່ານໜັງສືພິມແບບເຈ້ຍ ແບບເອເລັກໂຕຣນິກ ແລະ ຂໍ້ຄວາມສັ້ນຜ່ານລະບົບໂທລະສັບມືຖື.

ພວກເຮົາມີຄວາມພາກພູມໃຈຕໍ່ຜົນສຳເລັດອັນຍິ່ງໃຫຍ່ຂອງພວກເຮົາໃນໄລຍະ 30 ປີຜ່ານມາ ແຕ່ສິ່ງດັ່ງກ່າວນັ້ນ ຈະບໍ່ຢຸດເຊົາໃນແນວຄວາມຄິດໃໝ່ມາພັດທະນາຕົນເອງ ແລະ ພວກເຮົາຈະສືບຕໍ່ສ້າງອົງການ ບົນພື້ນຖານບົດຮຽນ ແລະ ຜົນສໍາເລັດທີ່ພວກເຮົາຍາດມາໄດ້ຕະຫຼອດໄລຍະ 30 ປີ ຜ່ານມາ.

ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງ ໜັງສືພິມວຽງຈັນທາຍຄົບຮອບ 30 ປີ ຕາງໜ້າໃຫ້ລັດຖະບານ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ມອບຫຼຽນກາແຮງງານຊັ້ນ 2 ໃຫ້ ແກ່ທ່ານ ດາວວອນ ພະຈັນທະວົງ ໜຶ່ງໃນບັນດານັກທຸລະກິດ ທີ່ໄດ້ໃຫ້ການສະໜັບສະໜູນໜັງສືພິມວຽງຈັນທາຍຕະຫຼອດໄລຍະ 30 ປີຜ່ານມາ ແລະ ມອບໃບຍ້ອງຍໍຜົນງານດີເດັ່ນໃຫ້ພະນັກງານໜັງສືພິມພາສາຕ່າງປະເທດ.

ນອກຈາກນັ້ນ ທ່ານ ລັດຖະມົນຕີ ຍັງໄດ້ມອບແຜ່ນຈາລຶກຜົນງານການປະກອບສ່ວນພັດທະນາໜັງສືພິມວຽງຈັນທາຍ ໃຫ້ຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ແລະ ທູດສະຫະຣາຊະອານາຈັກ ອັງກິດ ປະຈໍາລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments