Home ທຸລະກິດ ເປີດການທົດລອງຜະລິດຂອງໂຮງຜະລິດຝຸ່ນໂປຕາສ 1 ລ້ານໂຕ່ນແຫ່ງທີ 3 ຂອງບໍລິສັດອາຊີ-ໂປຕາສ ສາກົນ

ເປີດການທົດລອງຜະລິດຂອງໂຮງຜະລິດຝຸ່ນໂປຕາສ 1 ລ້ານໂຕ່ນແຫ່ງທີ 3 ຂອງບໍລິສັດອາຊີ-ໂປຕາສ ສາກົນ

0
35

ພິທີເປີດການທົດລອງຜະລິດຂອງໂຮງຜະລິດຝຸ່ນໂປຕາສ ແຫ່ງທີ່ 3 ຂະໜາດ 1 ລ້ານໂຕນຕໍ່ປີຂອງບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ຈັດຂຶ້ນໃນວັນທີ 7 ເມສາ 2024 ຢູ່ທີ່ບ້ານນາຄໍາ ເມືອງໜອງບົກ ແຂວງຄໍາມ່ວນ. ເປັນກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ,ທ່ານ ຫຼິວ ຢົງກາງ ຮອງຜູ້ອໍານວຍການບໍລິສັດ ອາຊີ-ໂປຕາສ ສາກົນ, ມີບັນດາທ່ານການນໍາຂອງແຂວງ, ການນໍາຂອງເມືອງ, ພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ຫຼິວ ຢົງກາງ ໄດ້ກ່າວຕໍ່ພິທີ່ວ່າ : ໂຄງການໂຮງຜະລິດຝຸ່ນໂປຕາສ 1 ລ້ານໂຕນແຫ່ງທີ 3 ຂອງ ອາຊີ ໂປຕາສ ສາກົນ ຢູ່ທີ່ນີ້ເປັນຂີດໝາຍອີກອັນໜຶ່ງໃນປະຫວັດສາດການພັດທະນາຂອງ ອາຊີ ໂປຕາສ ສາກົນ. ໃນນາມຕາງໜ້າໃຫ້ແກ່ບໍລິສັດ ອາຊີ-ໂປຕາສ ສາກົນ ແລະ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ, ຂໍສະແດງຄວາມຂອບໃຈມາຍັງລັດຖະບານລາວ ແລະ ລັດຖະບານຈີນທີ່ໄດ້ສະໜັບສະໜູນການພັດທະນາຂອງບໍລິສັດຕະຫຼອດມາ, ໃນຊຸມປີທີ່ຜ່ານມານີ້, ບໍລິສັດບັນລຸການພັດທະນາແບບກ້າວກະໂດດດ້ານຄວາມສາມາດໃນການຜະລິດຝຸ່ນໂປຕາສດ້ວຍການຂະຫຍາຍກໍາລັງການຜະລິດ 1 ລ້ານໂຕນຕໍ່ປີ. ການກໍ່ສ້າງໂຄງການໂຮງຜະລິດ 1 ລ້ານໂຕນແຫ່ງທີ 3 ໄດ້ເລີ່ມຕົ້ນດໍາເນີນການກໍ່ສ້າງໃນວັນທີ 4 ທັນວາ 2022 ແລະສໍາເລັດການກໍ່ສ້າງໃນເວລາພຽງແຕ່ 16 ເດືອນ, ເຊິ່ງໄດ້ອັບເດດ “ຄວາມໄວຂອງ ອາຊີ ໂປຕາສ” ອີກໜຶ່ງລະດັບ ແລະ ສ້າງ “ສິ່ງມະຫັດສະຈັນຂອງໂປຕາສຊຽມ”. ຜົນສໍາເລັດຂອງການ ທົດລອງຜະລິດຂອງໂຮງຜະລິດໃນຄັ້ງນີ້ ໄດ້ເປັນຂີດໝາຍວ່າ ກໍາລັງການຜະລິດຂອງອາຊີ ໂປຕາສ ສາກົນ ໄດ້ ກ້າວເຂົ້າສູ່ຍຸກ 3 ລ້ານໂຕນ ຢ່າງເປັນທາງການ, ບໍລິສັດໄດ້ກ້າວເຂົ້າສູ່ອັນດັບຜູ້ສະໜອງຝຸ່ນໂປຕາສ ລະດັບໂລກຢ່າງແທ້ຈິງ ແລະ ໄດ້ເປີດໜ້າບົດຄວາມໃໝ່ຂອງການພັດທະນາຢ່າງວ່ອງໄວ.

ການກໍ່ສ້າງໂຄງການໂຮງຜະລິດຝຸ່ນໂປຕາສ 1 ລ້ານໂຕນແຫ່ງທີ 3 ຂອງບໍລິສັດໄດ້ຍຶດຫມັ້ນເປົ້າຫມາຍທີວ່າ “ໂຄງການສະຕະວັດ” ແລະ ປະຕິບັດຕາມຫຼັກການ “ຄວາມພໍໃຈໃນປະຈຸບັນ ແລະ ສຸມໃສ່ອະນາຄົດ”. ໃນການອອກແບບ ແລະ ຕິດຕັ້ງຂະບວນການທີ່ສໍາຄັນຂອງອຸປະກອນການຜະລິດເທິງໜ້າດິນ, ຄາດວ່າຈະມີປະລິມານຜະລິດຕະພັນສູງສຸດຕໍ່ປີບັນລຸ 1,5-1,8 ລ້ານໂຕນ. ໃນລະດັບການກໍ່ສ້າງພື້ນຖານໂຄງລ່າງ, ນອກຈາກສາຍການຜະລິດທີ່ໄດ້ກໍ່ສ້າງແລ້ວ, ຍັງໄດ້ສະຫງວນ 2 ແຫ່ງທີ່ມີກຳລັງການຜະລິດ 1 ລ້ານໂຕນຕໍ່ປີ. ເວົ້າລວມແລ້ວ, ເຂດຂຸດຄົ້ນບໍ່ແຮ່ນາຄໍາ – ໜອງຫຼົ່ມ ບ່ອນທີ່ໂຄງການຕັ້ງຢູ່ ແມ່ນສາມາດບັນລຸກໍາລັງການຜະລິດ 3 ລ້ານໂຕນຕໍ່ປີ, ເຊິ່ງເປັນການວາງພື້ນຖານອັນຫນັກແຫນ້ນສໍາລັບເປົ້າຫມາຍກໍາລັງການຜະລິດລວມ 5 ລ້ານໂຕນ. ການສໍາເລັດການກໍ່ສ້າງໂຄງການທົດລອງຜະລິດໂຮງຜະລິດຝຸ່ນໂປຕາສແຫ່ງນີ້ ແມ່ນເປັນການໃຫ້ຄໍາໝັ້ນສັນຍາອັນໜັກແໜ້ນຕໍ່ລັດຖະບານລາວ ແລະ ຈີນ ທີ່ໄດ້ເອົາໃຈໃສ່ຕໍ່ການພັດທະນາຂອງບໍລິສັດຕະຫຼອດມາ, ທັງເປັນການປະດັບຫຼຽນກາກຽດຕິຍົດໃຫ້ແກ່ນັກຮົບ ແລະ ໜ່ວຍງານກໍ່ສ້າງທັງໝົດ. ເຫດການຕ່າງໆ ໃນໄລຍະຜ່ານມາເຮັດໃຫ້ທຸກຄົນສໍາຜັດໄດ້ເຖິງໄລຍະການກໍ່ສ້າງໂຄງການ, ບໍລິສັດໄດ້ປະຕິບັດການຄຸ້ມຄອງທີ່ລະອຽດ ແລະ ຮັດກຸມທັງດ້ານເທິງຫາດ້ານລຸ່ມ, ການດໍາເນີນງານຢ່າງບໍ່ຢຸດຢັ້ງທັງກາງເວັນ ແລະ ກາງຄືນ ຜ່ານຜ່າຄວາມຫຍຸ້ງຍາກໃນການກໍ່ສ້າງໃນຊ່ວງລະດູຝົນ ເພື່ອບັນລຸເປົ້າໝາຍຂອງການອຸທິດຕົນ, ການບໍ່ຢ້ານກົວຂອງຄວາມລໍາບາກ ແລະ ການເຮັດວຽກຫນັກ ເຊິ່ງເປັນ “ວິໄສທັດຂອງອາຊີ ໂປຕາສ” ທີ່ຝັງຢູ່ໃນຫົວໃຈຂອງທຸກຄົນ.

ທ່ານ ວັນໄຊ ພອງສະຫວັນ ໄດ້ມີຄຳເຫັນກ່າວເປີດໂຄງການດັ່ງກ່າວວ່າ : ໃນນາມຕາງໜ້າໃຫ້ອົງການປົກຄອງແຂວງຄໍາມ່ວນ ຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງບໍລິສັດອາຊີ-ໂປຕາສ ສາກົນ ທີ່ໄດ້ສຸມໃສ່ການກໍ່ສ້າງ ແລະ ພັດທະນາໂຄງການໂຮງຜະລິດຝຸ່ນໂປຕາສແຫ່ງນີ້ ຈົນສໍາເລັດ ເຊິ່ງເປັນໂຄງການໜຶ່ງທີ່ມີຄວາມສໍາຄັນຫຼາຍໃນຂົງເຂດການພັດທະນາອຸດສາຫະກຳຂອງ ສປປ ລາວ ກໍ່ຄືແຂວງຄໍາມ່ວນພວກເຮົາ. ໃນໄລຍະຜ່ານມາ ບໍລິສັດ ກໍ່ໄດ້ມີ ຄວາມເປັນເຈົ້າການເອົາໃຈໃສ່ຈັດຕັ້ງປະຕິບັດ ພັນທະຕ່າງໆ ຕາມລະບຽບກົດໝາຍ ແລະ ຕາມສັນຍາສໍາປະທານ ພ້ອມທັງເຄົາລົບ ແລະ ປະຕິບັດຮີດຄອງປະເພນີຂອງທ້ອງຖິ່ນ ໄດ້ເປັນຢ່າງດີ, ພ້ອມກັນນັ້ນ ກໍ່ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ, ການພັດທະນາບ້ານ, ເມືອງ ແລະ ແຂວງຄໍາມ່ວນ, ໄດ້ສ້າງວຽກເຮັດງານທໍາ ແລະ ຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະປະຊາຊົນໃນຂອບເຂດທີ່ຕັ້ງໂຄງການດີຂຶ້ນເປັນກ້າວໆ. ໂຄງການໂຮງຜະລິດຝຸ່ນໂປຕາສແຫ່ງທີ 3 ນີ້ ຍັງຈະເປັນການເພີ່ມລາຍຮັບງົບປະມານ ແລະ ພັນທະຕ່າງໆ ໃຫ້ແກ່ລັດຖະບານເຖິງ 30 ລ້ານໂດລາສະຫະລັດຕໍ່ປີ ເປັນການປະກອບສ່ວນສໍາຄັນເຂົ້າໃນການສ້າງສາພັດທະນາປະເທດຊາດ ກໍ່ຄືແຂວງຄໍາມ່ວນ ແລະ ຈະສ້າງວຽກເຮັດງານທໍາໄດ້ຫຼາຍກວ່າ 3.000 ເຖິງ 5.000 ຕຳແໜ່ງງານ.

ພ້ອມນີ້ທ່ານເຈົ້າແຂວງຄໍາມ່ວນຍັງໄດ້ຮຽກມາຍັງບັນດາຂະແໜງການຕ່າງໆ ທີ່ກ່ຽວຂ້ອງຂອງແຂວງ, ຂອງເມືອງ, ບ້ານ ຕະຫຼອດຮອດພໍ່ແມ່ ປະຊາຊົນ ຈົ່ງສືບຕໍ່ໃຫ້ການຊ່ວຍເຫຼືອ, ອໍານວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມື ເພື່ອເຮັດໃຫ້ການຜະລິດ ຂອງບໍລິສັດ ໄດ້ຮັບຜົນສໍາເລັດຕາມແຜນການ, ພ້ອມກັນນັ້ນ ກໍ່ໃຫ້ບໍລິ ສັດຈົ່ງເພີ່ມທະວີໃນການບໍລິຫານ, ຄຸ້ມຄອງ ແລະ ປົກປັກຮັກສາສະພາບແວດລ້ອມທໍາມະ ຊາດ ແລະ ສັງຄົມ ໃຫ້ມີຄວາມເຂັ້ມງວດຕາມ ລະບຽບກົດໝາຍ ຂອງ ສປປ ລາວ.

ໂອກາດດັ່ງກ່າວນີ້ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ທ່ານ ມ່າ ອິ່ງ ຈູນ ຜູ້ອໍານວຍການໃຫຍ່ບໍລິສັດ ອາຊີ-ໂປຕາສ ສາກົນ, ພ້ອມດ້ວຍບັນດາທ່ານການນໍາຂອງແຂວງ ຍັງໄດ້ເປັນກຽດຂື້ນຕັດແຖບຜ້າ ເພື່ອຄວາມເປັນສິລິມົງຄຸນໃນການເປີດທົດລອງຜະລິດຂອງໂຮງຜະລິດຝຸ່ນໂປຕາສ ແຫ່ງທີ່ 3 ອີກດ້ວຍ.

ຂ່າວ : ມະນີວັນ

.

#ຂ່າວເສດຖະກິດສັງຄົມ#ໜັງສືພິມເສດຖະກິດສັງຄົມ

#Sethakit#STKOFFICIAL

NO COMMENTS

LEAVE A REPLY

Please enter your comment!
Please enter your name here