Tuesday, May 14, 2024
Homeແຈ້ງການສໍາຄັນພະຍາກອນອາກາດ ວັນທີ 10 ເມສາ 2024

ພະຍາກອນອາກາດ ວັນທີ 10 ເມສາ 2024

ແຈ້ງເຕືອນ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ປະຈໍາເຊົ້າວັນທີ 10 ເມສາ 2024, ບໍລິເວນຄວາມກົດດັນສູງ ຂອງອາກາດເຢັນທີ່ປະເທດຈີນ ໄດ້ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກພັດ ປົກຄຸມ. ຊຶ່ງຈະເຮັດໃຫ້ ອາກາດຈະເຢັນລົງເລັກນ້ອຍ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ມີລົມພັດແຮງຢູ່ບາງ ທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິລະມັດລະວັງ ແລະ ກຽມ ພ້ອມຮັບມືກັບສະພາບຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກ ເຫັບຕົກ ພ້ອມມີລົມພັດແຮງທີ່ຈະເກີດຂື້ນໄດ້ໃນໄລຍະ ວັນທີ 10 ຫາ 11 ເມສາ 2024. ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ສໍາລັບ ນະຄອນຫລວງວຽງຈັນ ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມຈະມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ມີລົມພັດ ແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມ ໃນລະຫວ່າງ 26-37 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments