Wednesday, May 15, 2024
Homeຂ່າວໜ້າໜຶ່ງນາຍົກເນັ້ນຫຼາຍບັນຫາໃຫ້ຂະແໜງ ຍທຂ ສືບຕໍ່ເອົາໃຈໃສ່ວຽກງານໃຫ້ມີການຫັນປ່ຽນຢ່າງຮອບດ້ານ

ນາຍົກເນັ້ນຫຼາຍບັນຫາໃຫ້ຂະແໜງ ຍທຂ ສືບຕໍ່ເອົາໃຈໃສ່ວຽກງານໃຫ້ມີການຫັນປ່ຽນຢ່າງຮອບດ້ານ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດປະຈຳປີ 2023 ໃນວັນທີ 9 ເມສານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍມີທ່ານ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ, ມີບັນດາຮອງລັດຖະມົນ ຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ອະດີດການນໍາກະຊວງ, ຫົວໜ້າພະແນກ ຍທຂ ແຂວງ-ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມເນັ້ນໃຫ້ຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສຳຄັນໜຶ່ງ: ວຽກງານການຄຸ້ມຄອງນໍ້າໜັກລົດບັນທຸກ ຕິດພັນກັບການບູລະນະຮັກສາ ແລະ ສ້ອມແປງເສັ້ນທາງຫຼວງຖືເປັນບັນຫາທີ່ສໍາຄັນ ແລະ ຈໍາເປັນຮີບດ່ວນເພື່ອຄວາມເປັນເອກະພາບ ແລະ ເຫັນດີນຳຜົນການຄົ້ນຄວ້າປຶກສາຫາລື; ສອງ: ການພັດທະນາລະບົບການຂົນສົ່ງ ແລະ ໂລຊິດສະຕິກ ເປັນວຽກງານໜຶ່ງທີ່ຊ່ວຍໃນການຂັບເຂື່ອນເສດຖະກິດ ພ້ອມທັງສ້າງລາຍຮັບໂດຍກົງເຂົ້າສູ່ລະບົບງົບປະມານຂອງລັດ.

ສະນັ້ນ, ຕ້ອງໄດ້ເອົາໃຈໃສ່ໃນການພັດທະນາລະບົບການຂົນສົ່ງ ແລະ ໂລຊິດສະຕິກໃຫ້ກາຍເປັນລະບົບທີ່ທັນສະໄໝ ແລະ ລວມສູນ. ອັນໜຶ່ງຢາກໃຫ້ເອົາໃຈໃສ່ຄື: ທາງລົດໄຟລາວ-ຈີນ ແມ່ນປັດໃຈສໍາຄັນອັນໜຶ່ງໃນການກະຕຸກຊຸກຍູ້ເສດຖະກິດຂອງປະເທດເຮົາໃຫ້ຂະຫຍາຍຕົວໄວ. ສະນັ້ນ, ຂະແໜງການ ຍທຂ ຕ້ອງເປັນເຈົ້າການໃນການກຳນົດກົນໄກການຈັດຕັ້ງປະຕິບັດການຂົນສົ່ງຫຼາຍຮູບແບບ, ຫຼາຍວິທີໃຫ້ມີຄວາມກົມກຽວ ແລະ ໂລ່ງລ່ຽນ. ສາມ: ບັນຫາເລື່ອງການຈັດຕັ້ງປະຕິບັດຜັງເມືອງ ແລະ ການຄຸ້ມຄອງການປຸກສ້າງເນື່ອງຈາກຈຸດພິເສດດ້ານທີ່ຕັ້ງຂອງປະເທດເຮົາເອື້ອອຳນວຍແກ່ການເຊື່ອມຈອດ-ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຈຶ່ງຖືເປັນບູລິມະສິດໜ້າວຽກຕົ້ນຕໍຂອງຂະແໜງ ຍທຂ ມາໂດຍຕະຫຼອດ ໂດຍສະເພາະໃນປັດຈຸບັນພາຍໃຕ້ເງື່ອນໄຂອັນໃໝ່ທີ່ມີເສັ້ນທາງລົດໄຟລາວ-ຈີນ. ສະນັ້ນ, ການພັດທະນາຕົວເມືອງຕິດພັນກັບການພັດທະນາໂຄງລ່າງທີ່ທົນທານເປັນມິດກັບສິ່ງແວດລ້ອມກ້າວໄປສູ່ການສ້າງຕົວເມືອງທີ່ໜ້າຢູ່ ແລະ ທັນສະໄໝ ຈຶ່ງເປັນວຽກທີ່ຈໍາເປັນຮີບດ່ວນອັນໜຶ່ງຂອງຂະແໜງ ຍທຂ ທີ່ຕ້ອງເປັນເສນາທິການໃຫ້ແກ່ລັດຖະບານໃນການຄົ້ນຄວ້າວາງແຜນ ແລະ ກໍານົດສ້າງບັນດານິຕິກຳເພື່ອຄຸ້ມຄອງການພັດທະນາ; ສີ່: ພັດທະນາວຽກງານການບິນພົນລະເຮືອນໃຫ້ມີຄວາມປອດໄພ ແລະ ເຂັ້ມແຂງ; ຫ້າ: ໃຫ້ກະຊວງ ຍທຂ ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນ 5 ປີຂອງຕົນຮອດທ້າຍສະໄໝປີ 2025 ຢ່າງມີຈຸດສຸມບົນພື້ນຖານສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດຄືປັດຈຸບັນ ເພື່ອສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້; ຫົກ: ສໍາຄັນທີ່ສຸດຄືຈັນຍາບັນ-ຈັນຍາທຳຂອງພະນັກງານລັດຖະກອນ. ໃນຊຸມປີຜ່ານມາ, ຂະແໜງການ ຍທຂ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ຜ່ານການເຜີຍແຜ່ເອກະສານການເມືອງຫຼາຍສະບັບ. ສະນັ້ນ, ຢາກໃຫ້ທົບທວນ ແລະ ຕີລາຄາຄືນການເຊື່ອມຊຶມເອກະສານດັ່ງກ່າວນັ້ນໄດ້ຖືກຈັດຕັ້ງຜັນຂະຫຍາຍ ແລະ ເຮັດໄດ້ທົ່ວເຖິງຄືແນວໃດ, ເຮັດໄດ້ດີແລ້ວບໍ່ ແນວຄິດການເມືອງພະນັກງານລັດຖະກອນມີການຫັນປ່ຽນຢ່າງຕັ້ງໜ້າດີຂຶ້ນກວ່າເກົ່າ ຫຼື ບໍ. ດັ່ງນັ້ນ, ສະເໜີໃຫ້ຄະນະພັກ-ຄະນະນຳກະຊວງ ສືບຕໍ່ເອົາໃຈໃສ່ປັບປຸງຍົກລະດັບຄວາມສາມາດໃນການປະຕິບັດໜ້າທີ່ການເມືອງ ຕໍ່ກັບວຽກງານແນວຄິດ-ການເມືອງໃຫ້ແກ່ພະນັກງານຂອງຕົນສູງຂຶ້ນຢ່າງບໍ່ຢຸດຢັ້ງ, ເພີ່ມທະວີການປະຕິບັດວຽກງານຂອງຕົນຢ່າງມີຄວາມຮັບຜິດຊອບສູງ, ມີຈັນຍາບັນ ແລະ ມີຄວາມຊື່ສັດຕໍ່ວິຊາຊີບຂອງຕົນຢ່າງແທ້ຈິງ.

ຂ່າວ-ພາບ: ວັນເພັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments